ເດັກນ້ອຍລາວ ພົ້ນຈາກຖືກ ບີບບັງຄັບ
2009.03.17

ເດັກຊາວລາວ ທີ່ຖືກຫລອກລວງ ເຂົ້າໄປເຮັດວຽກ ຢູ່ໄທນັ້ນ ຖືວ່າມີຢູ່ ບໍ່ໜ້ອຍ ຈາກສະຖິຕິ ທີ່ຜ່ານມາ. ແລະ ເດັກຊາວລາວ ທີ່ຖືກຂູດຮີດ ແຮງງານ ໂດຍນາຍຈ້າງ ຢູ່ໄທ ແລະ ຖືກຊ່ວຍໃຫ້ ພົ້ນຈາກ ສພາບ ການເຮັດວຽກ ແບບບັງຄັບ ຢູ່ຕາມບ້ານ ຕາມໂຮງງານນັ້ນ ກໍມັກຈະໄດ້ ຍີນຂ່າວ ຢູ່ເລື້ອຍ. ແລະ ຢູ່ສູນຄຸ້ມຄອງ ບ້ານເກຣຕ ການ ແຫ່ງດຽວ ກໍມີ ເດັກນ້ອຍລາວ 49 ຄົນ ທີ່ຖືກຊ່ວຍໃຫ້ ພົ້ນຈາກ ສະພາບການນັ້ນ ກໍາລັງໄດ້ ຮັບການຊ່ວຍເຫລືອ ບຳບັດທາງດ້ານ ຈິດໃຈ ແລະຮ່າງກາຍ ແລະ ລໍຖ້າ ສົ່ງກັບປະເທດລາວ. ເຈົ້າໜ້າທີ່ໄທ ຈາກສູນຄຸ້ມຄອງ ແລະພັທນາເດັກ ບ້ານເກຣຕການ ແຂວງນົນທະບູຣີ ໄດ້ກ່າວ ກ່ຽວກັບເລື້ອງນີ້ ຕອນນື່ງວ່າ:
(ໄທ) ມີເດັກຊາວລາວ 49 ຄົນ ກໍຄືທີ່ໄດ້ເວົ້າມາ ມີແຮງງານ ຕາມບ້ານ ຕາມໂຮງງານ ເດັກລາວສ່ວນໃຫຍ່ ມີນາຍໜ້າ ພາເຂົ້າມາ ນາຍໜ້າຄົນ ລາວ ໃນໝູ່ບ້ານດຽວ ກັນແລະກໍຈະມີ ຮັບເປັນຊ້ວງໆ.
ນາຍໜ້າ ທີ່ພາເດັກລາວ ເຂົ້າມາໄທນັ້ນ ສ່ວນຫລາຍ ຈະຜ່ານເຂດ ຊາຍແດນ ໃນຊ່ອງທາງ ທີ່ບໍ່ຄ່ອຍ ມີຜູ້ຄົນ ສັນຈອນໄປມາ ຫລືບໍ່ກໍຈະພາ ຂີ່ເຮືອຂ້າມ ແມ່ນ້ຳ ຂອງໄປຂື້ນບ່ອນ ທີ່ເປັນສຖານທີ່ ສຳລັບລຳລຽງ ແຮງງານເດັກ ຊື່ງສ່ວນໃຫຍ່ແລ້ວ ເດັກນ້ອຍ ຈະບໍ່ສາມາດ ຈື່ໄດ້ວ່າ ບ່ອນທີ່ຕົນ ຂ້າມມານັ້ນ ເປັນບ່ອນໃດ ກັນແທ້. ກ່ຽວກັບ ການສົ່ງເດັກນ້ອຍ ຜູ້ຢູ່ໃນສພາບ ພ້ອມທີ່ຈະກັບ ປະເທດລາວນັ້ນ ເຈົ້າໜ້າທີ່ ບ້ານເກຣຕການ ບອກວ່າທາງລາວ ຈະເປັນຜູ້ສືບສາວ ຫາຄອບຄົວ ໂດຍທີ່ ເດັກນ້ອຍເອງ ໃຫ້ຂໍ້ມູນ ແລະທາງ ເຈົ້າໜ້າທີ່ລາວ ກໍຈະເບິ່ງເຖິງ ຄວາມພ້ອມ ຂອງຄອບຄົວ ຂອງເດັກນ້ອຍ ຄົນນັ້ນໆດ້ວຍ.
ຖ້າພໍ່ແມ່ ບໍ່ມີສ່ວນຮ່ວມ ເຮົາກໍສາມາດ ສົ່ງເດັກ ກັບໄປໄດ້. ຖ້າພໍ່ແມ່ ຜູ້ປົກຄອງ ມີສ່ວນຮ່ວມ ໃນການຜັກດັນ ເຮົາກໍຈະຍັງ ບໍ່ສົ່ງກັບບ້ານ ເຮົາຈະມີ ສຖານທີ່ ທີ່ເໝາະສົມ ໃຫ້ເດັກຢູ່ກ່ອນ ເພາະກັບໄປ ກໍຈະຕົກສູ່ ຂະບວນການເດີມ:
ເຈົ້າໜ້າທີ່ ໄທທ່ານນີ້ ຍັງກ່າວສລຸບວ່າ ເດັກນ້ອຍລາວ ສ່ວນຫລາຍ ທີ່ຢູ່ບ້ານ ເກຣຕການນີ້ ຈະມາຈາກແຂວງ ສວັນນະເຂດ ເນຶ່ອງຈາກ ທາງເຂົ້າ-ອອກ ສດວກປະ ກອບກັບ ນາຍໜ້າມີຫລາຍ ວິທີການໃນ ການສົ່ງ ເດັກນ້ອຍລາວ ຂ້າມມາໄທ. ເດັກນ້ອຍ ເລົ່ານັ້ນ ສ່ວນຫລາຍ ຈະມາຈາກ ຄອບຄົວທີ່ ຍາກຈົນແລະ ຄວາມຕ້ອງ ການເຂົ້າມາໄທ ເພຶ່ອຫາເງີນ ຊ່ວຍຄອບຄົວ ແມ່ນມີຫລາຍ. ນອກຈາກນັ້ນ ການຂາດ ການສຶກສາ ກໍເປັນສ່ວນນື່ງ ທີ່ເຮັດໃຫ້ພວກ ເຂົາຖືກຊັກຈູງ ແລະຫລອກລວງ ໄດ້ງ່າຍ.