ການຈັດສັມນາເຊິງປະຕິບັດການ ເພື່ອຕໍ່ຕ້ານ ການຄ້າມະນຸດສຳລັບພນັກງານ ໄອຍະການລາວ-ໄທ ເພື່ອໃຫ້ນ່ວຍງານໄອຍະການທ້ອງຖີ່ນລາວ-ໄທທີ່ມີເຂດຊາຍແດນຕິດຕໍ່ກັນນັ້ນ ໄດ້ແລກປ່ຽນປສົປການ ການຄ້າມະນຸດ ຊື່ງເປັນບັນຫາທີ່ສຳຄັນ ໃນລາວຂະນະນີ້. ເຈົ້າໜ້າທີ່ ຈາກອົງການ ໄອຍະການປະຊາຊົນສູງສຸດສປປລາວ ໃນນະຄອນຫລວງວຽງຈັນ ເຜີຍກ່ຽວກັບ ເລື້ອງນີ້ວ່າ
ບັນຫາ ທີ່ ເກີດ ຂື້ ນ ແມ່ ນ ມີ ພົລ ເມືອງ ໂດຍສ ເພາະ ພົລ ເມືອງ ລາວ ໄປ ຖືກ ເປັນ ເຫຍື່ ອ ຂອງ ການ ຄ້ າ ມະນຸດ ທີ່ ປະ ເທດ ໄທ ຢາກ ໃຫ້ ພນັກ ງານ ຈຳ ແນ ກ ໄດ້ ອັນ ໃດ ແມ່ ນ ການ ຄ້ າມະ ນຸດ ຖ້ າ ຫາກ ວ່ າ ເປັນ ເຫຍື່ ອ ຂອງ ການ ຄ້ າ ມະນຸດ ກໍ ຕ້ ອງ ໃຫ້ ການ ຊ່ ວຍ ເຫລືອ ຢ່ າງ ທັນ ການ .
ຕາມຄຳເວົ້າຂອງເຈົ້າໜ້າທີ່ລາວ ລາວຢາກຈະໃຫ້ ມີການຈຳແນກ ເລື້ອງທີ່ວ່າພົລເມືອງລາວທີ່ເຂົ້າເມືອງໄທ ແບບຜິດກົດໝາຍ ແຕ່ຕົກເປັນ ເຫຍື່ອການຄ້າມະນຸດ ຢາກໃຫ້ມີການກວດສອບ ໃຫ້ລະອຽດ ແລະຈະແຈ້ງ. ຖ້າຫາກວ່າ ເປັນເຫຍື່ອການຄ້າມະນຸດພົລເມືອງລາວຜູ້ນັ້ນຈະບໍ່ຖືກດຳເນີນຄດີ ໃນຂໍ້ຫາເຂົ້າເມືອງຜິດກົດໝາຍ. ທີ່ຜ່ານມາຄະດີການຄ້າມະນຸດຂອງພົລເມືອງລາວທີ່ເກີດຂື້ນ ໃນໄທນັ້ນ ຍັງບໍ່ມີຫລັກຖານຊັດເຈນພໍທີ່ ຈະເອົາເລື້ອງ ກັບຜູ້ກະທຳຜິດໄດ້ຊື່ງຈາກການສັມນາໃນ ຄັ້ງນີ້ທ່ານກໍມີຄວາມຄາດຫວັງ:
ຄວາມ ຄາດ ຫວັງ ກໍ ຄື ເຮັດ ໃຫ້ ການຮ່ວມມື ຂອງ 2 ປະ ເທດ ໃນ ການ ຕ້ ານ ການ ຄ້ າມະ ນຸດ ດີ ຂື້ ນ ມັນ ຕ້ ອງ ເຮັດຕາມ ໜ້າທີ່ ຂອງ ໃຜ ມັນ ຕາມ ເງື່ ອນ ໃຂ ຂອງ ແຕ່ ລະ ປະ ເທດ ເຮົາຈະ ໃຫ້ ເຂົ້ າ ໃຈ ລົງ ເລິກ ແລະ ໃຫ້ ຄວາມ ພະຍາຍາມ ຊ່ ວຍ ເຫລືອ ກັນ ໃນ ດ້ ານ ດັ່ ງກ່ າວ.
ການສັມນາຄັ້ງນີ້ ເພື່ອຄວາມເຂົ້າໃຈຣະຫວ່າງອົງການໄອຍະການປະຊາຊົນສູງສຸດຂອງລາວກັບສຳນັກງານ ໄອຍະການສູງສຸດຂອງໄທທີ່ຈະສົ່ງເສີມ ໃຫ້ໜ່ວຍງານ ໄອຍະການ ໃນຣະດັບທ້ອງຖິ່ນທີ່ມີເຂດຕິດຕໍ່ກັນນັ້ນສ້າງຄວາມສຳພັນກັນຍິ່ງຂື້ນຮວມທັງ ແລກປ່ຽນປະສົປການການເຮັດວຽກ ໄກ່ເກັ່ຽຣະງັບຂໍ້ພິພາດ ແລະໃຫ້ການຊ່ວຍເຫລືອທາງກົດໝາຍ ແກ່ບຸກຄົນທີ່ເປັນເຫຍື່ອການຄ້າມນຸດ.