ຄວາມບໍ່ຍຸຕິທັມ ໃນລາວ

ກະຊວງຍຸຕິທັມ ຂອງລາວໃຫ້ການ ຢືນຢັນວ່າ ຄວາມບໍ່ຍຸຕິທັມ ໃນລາວນັບມື້ ນັບເພີ້ມຂື້ນເລືອ້ຍໆ.

ທ່ານ ເກດ ກຽດຕິສັກ ຣັຖມົນຕຣີຊ່ວຍ ວ່າການກະຊວງ ຍຸຕິທັມ ສປປລາວ ກ່າວໃຫ້ການ ຢືນຢັນວ່າ ຄວາມບໍ່ຍຸຕິທັມ ໃນສັງຄົມລາວ ປາກົດວ່າເພີ້ມ ຂື້ນເລືອ້ຍໆໃນ ແຕ່ລະມື້ເພາະ ການບັງຄັບໃຊ້ ກົດຫມາຍບໍ່ມີ ປະສິດຕິ ພົລພຽງພໍ ປະຊາຊົນລາວ ຫລາຍຄົນບໍ່ໄດ້ ຮັບຄວາມຍຸຕິທັມ ຕາມຣະບຽບ ກົດຫມາຍ ຂອງບ້ານເມືອງ.

ທ່ານວ່າ ປະເທດລາວມີ ກົດຫມາຍເພື່ອ ຄວາມຍຸຕິທັມ ແກ່ປະຊາຊົນ ຫລາຍສບັບແຕ່ ການບັງຄັບ ໃຊ້ນັ້ນບໍ່ໄດ້ ຜົລເທົ່າທີ່ຄວນ ຕົວຢ່າງວ່າງ ມໍ່ໆມານີ້ ມີຊາຍຄົນນື່ງ ທີ່ແຂວງ ໃຊຍະບຸຣີ ຖືກເຈົ້າຫນ້າທີ່ ບັງຄັບໃຫ້ ສາຣະພາບຕໍ່ ຄະດີທີ່ເຂົາ ບໍ່ໄດ້ເຮັດ ໃນທີ່ສຸດເຂົາ ກໍ່ຖືກຄຸກຍ້ອນ.ໃນກໍຣະນີ ທີ່ນະຄອນ ຫລວງວຽງຈັນ ຜູ້ຍີງຄົນນື່ງ ກໍ່ຖືກສານ ຕັດສີນຈຳຄຸກ ຕລອດຊີວີດ ໃນຂໍ້ກ່າວຫາ ກ່ຽວກັບ ຢາເສບຕີດ ທີ່ເຂົາບໍ່ໄດ້ ເຮັດແລະເຈົ້າ ຫນ້າທີ່ກໍ່ບໍ່ ມີຫັລກຖານ ໃດໆທັງສີ້ນ ແລະກໍ່ຫລາຍ ຄະດີກໍ່ເປັນ ແບບດຽວກັນທີ່ ຜູ້ສຸດຈະຣີດ ຖືກຄຸກ ປາສຈາກ ຫລັກຖານໃດໆ ທີ່ຈະມາອ້າງອີງ ມີແຕ່ຄຳກ່າວ ຫາຂອງຝ່າຍໂຈດ ແລະເຈົ້້າຫນ້າທີ່ ຕຳຣວດເທົ່ານັ້ນ ທີ່ສານໃຊ້ໃນ ການດຳເນີນ ຄະດີ. ກ່ຽວກັບເຮື້ອງ ດັ່ງກ່າວຫອ້ງການ ປົກປ້ອງ ຄວາມຍຸຕິທັມ ໄດ້ສເນີໃຫ້ ສານປະຊາຊົນ ຄວນພິຈາຣະນາ ຕັດສີນຄະດີ ໃຫ້ຖືກຕ້ອງແລະ ເປັນທັມ ແກ່ຜູ້ທີ່ຖືກ ກ່າວຫາ ໃນການຕັດສີນ ຄະດີ ໃນແຕ່ລະຄັ້ງ ໂດຍມີຫລັກ ຖານອ້າງອີງ ໃຫ້ຄົບຖ້ວນ ກ່ອນຈະອອກ ຄຳຕັດສີນ ໃນແຕ່ ລະຄະດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org