ລາວຈະຮຽນກົດໝາຍ

ສປປລາວ ຈະໄດ້ຮັບການ ຊ່ວຍເຫລືອໃນ ດ້ານການຝຶກອົບຣົມ ກົດໝາຍຈາກ ສະຫະປະຊາຊາດ.

ປັດຈຸບັນ ຣັຖບານ ສປປລາວ ກຳລັງຮ່ວມມື ກັບສະຖາບັນ ການສຶກສາ ຄົ້ນຄວ້າກ່ຽວກັບ ຄວາມຍຸຕິທັມ ແລະການກໍ່ ອາຊຍາກັມ ຣະຫວ່າງຊາດ ຊຶ່ງເປັນອົງການ ນຶ່ງຂອງສະຫະ ປະຊາຊາດ. ຈຸດປະສົງໃນ ການຮ່ວມມື ເທື່ອນີ້ກໍເພື່ອ ປັບປຸງຣະບົບ ການປາບປາມ ແລະປ້ອງກັນການ ກໍ່ອາຊຍາກັມ ຢູ່ລາວ ຊຶ່ງນັບມື້ນັບ ເພິ້ມຂື້ນ ແລະປະກົດວ່າ ອາຊຍາກອນ ສ່ວນຫລາຍໃນ ຂະນະນີ້ໄດ້ ມີການຈັດຕັ້ງ ກັນຢ່າງດີ.

ເຈົ້າໜ້າທີ່ຂັ້ນ ສູງກະຊວງ ຍຸຕິທັມ ຂອງລາວ ໄດ້ພົບປະ ຫາລືກັບ ຜູ້ຕາງໜ້າ ສະຖາບັນ ການສຶກສາ ຄົ້ນຄວ້າດັ່ງກ່າວ ເມື່ອວັນພຸດ ວັນທີ່ 8 ເມສາ ນີ້ທີ່ນະຄອນ ຫລວງວຽງຈັນ. ທັງສອງຝ່າຍໄດ້ ຕົກລົງກັນວ່າ ທາງສະຖາບັນ ການສຶກສາ ຄົ້ນຄວ້າກ່ຽວກັບ ຄວາມຍຸຕິທັມແລະ ການກໍ່ອາຊຍາກັມ ຣະຫວ່າງຊາດ ຈະຕັ້ງຫ້ອງການ ແລະສູນຝຶກ ອົບຣົມຢູ່ ນະຄອນຫລວງ ຂອງລາວ. ແລະໃນໂອກາດ ນີ້ຜູ້ຕາງໜ້າ ສະຖານບັນ ການສຶກສາ ຄົ້ນຄວ້າ ໄດ້ສເນີແຜນ ການການຝຶກ ອົບຣົມໃຫ້ ທາງການ ລາວພິຈາຣະນາ.

ທ່ານ ເກດ ກຽດຕິສັກ ຣັຖມົນຕຣີ ຊ່ວຍວ່າການ ກະຊວງຍຸຕິທັມ ຂອງລາວກ່າວວ່າ ການຮ່ວມມື ຣະຫວ່າງ ຣັຖບານລາວ ແລະສະຖາບັນ ການສຶກສາ ຄົ້ນຄວ້າ ຈະຊ່ວຍ ປັບປຸງ ຣະບົບກົດໝາຍ ຊ່ວຍປະຕິບັດ ຕາມກົດໝາຍ ໃຫ້ມີ ປະສິດທິພາບ ຊ່ວຍຍົກຣະດັບ ຄວາມຮູ້ຄວາມ ສາມາດຂອງ ໄອຍະການສານ ຜູ້ພິພາກ ສາແລະເຈົ້າໜ້າ ທີ່ຮັກສາ ກົດໝາຍຕ່າງໆ ຂອງລາວໃຫ້ໄດ້ ມາຕຖານສາກົນ; ທັງໝົດນີ້ ກໍເພື່ອປາບປາມ ແລະປ້ອງກັນການ ກໍ່ອາຊຍາກັມ ຢູ່ລາວ. ໃນຣະຍະນີ້ ການກໍ່ ອາຊຍາກັມ ຢູ່ລາວໄດ້ ເພິ້ມຂື້ນຢ່າງ ໜ້າວິຕົກ ເປັນຕົ້ນການ ກໍ່ອາຊຍາກັມ ກ່ຽວກັບການຄ້າ ແລະການເສບຢາ ເສບຕິດ.

ສະຖາບັນ ການສຶກສາ ຄົ້ນຄວ້າກ່ຽວກັບ ຄວາມຍຸຕິທັມ ແລະການກໍ່ ອາຊຍາກັມ ຣະຫວ່າງຊາດ ເປັນອົງການຂອງ ສະຫະປະຊາຊາດ ເພື່ອຊ່ວຍຝຶກ ອົບຣົມເຈົ້າໜ້າ ທີ່ໃນປະເທດ ທີ່ກຳລັງພັທນາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org