ລາວ ເຊື່ອວ່າ ສານ ໃຊ້ກົດໝາຍ ຕັດສິນຄະດີ

ກະຊວງຍຸຕິທັມ ຂອງລາວເຊື່ອວ່າ ການເຮັດວຽກ ຂອງສານ ແມ່ນໃຊ້ຫລັກການ ຕາມຣະບຽບ ກົດໝາຍໃນ ການຕັດສິນຄະດີ

ກະຊວງ ຍຸຕິທັມ ຂອງລາວ ເຊື່ອວ່າການ ເຮັດວຽກຂອງ ອັຍຍະການສານ ແມ່ນໃຊ້ຫລັກການ ຕາມຣະບຽບ ກົດໝາຍ ໃນການຕັດ ສິນຄະດີ ເພື່ອຄວາມເປັນ ທັມໃນສັງຄົມ. ແຕ່ກໍຍັງ ມີຄວາມສົງໃສ ຢູ່ວ່າອາດ ມີຄວາມບໍ່ ຍຸຕິທັມ ເຂົ້າແຊກແຊງ ໃນລະຫວ່າງ ການປະຕິບັດ ວຽກງານນັ້ນ ກໍເປັນໄດ້.

ກ່ຽວກັບເລື່ອງ ນີ້ເຈົ້າໜ້າ ທີ່ຫ້ອງການ ກະຊວງຍຸຕິທັມ ຂອງລາວ ໄດ້ກ່າວວ່າ:

ເນື້ອແທ້ເຮົາ ກໍບໍ່ສາມາດ ຕີຣາຄາ ໄດ້ວ່າມີ ຫລືບໍ່ມີເພາະ ວ່າໃນຣະບຽບ ການປະຕິບັດ ໜ້າທີ່ຂອງເຂົາ ເຂົາກໍມີຫລັກ ການຂອງເຂົາ ອັນນີ້ມັນ ເປັນເລື່ອງລຶກລັບ ເລື່ອງອັຍຍະການ ຕ່າງໆເຮົາກໍ ວ່າກັນໃນກຽດ ໜ້າທີ່ຣະອຽດ ຂອງເຂົາ.

ເມື່ອເວົ້າເຖິງວ່າ ໃນຄວາມເປັນ ຈິງມີການ ຕັດສິນຄະດີ ຂອງສານແລະ ການຕິດຕາມ ກວດກາ ການປະຕິບັດ ກົດໝາຍຂອງ ອັຍຍະການ ຣະຫວ່າງຄົນທຸກ ຜູ້ທີ່ມີ ຖານະທາງ ການເງິນ ແລະຜູ້ມີ ຖານະທາງ ການງານຫລື ຜູ້ມີອິດທິພົນ ແຕກຕ່າງກັນ ແນ່ຫລືບໍ່ ນັ້ນເຈົ້າໜ້າທີ່ ທ່ານດຽວກັນນີ້ ບອກວ່າ:

ບໍ່ມັນບໍ່ກ່ຽວກັນ ໃນຫລັກການ ກົດໝາຍຂອງ ພວກເຮົາກໍມີ ວາງໄວ້ຢູ່ວ່າ ທຸກຄົນສເມີພາບ ຕໍ່ໜ້າສານ ແລະຕໍ່ໜ້າ ກົດໝາຍ ຫລັກການຂອງ ພວກເຮົາກໍມີ ແລະເຊື່ອວ່າ ໃນການຕັດ ສິນຄະດີ ອັຍຍະການ ຕ້ອງປະຕິບັດ ຕາມຫລັກການນັ້ນ

ນັບຕັ້ງແຕ່ໄດ້ ມີການສ້າງຕັ້ງ ສປປລາວ ແລະມີຣະບຽບ ກົດໝາຍ ໃຊ້ຢູ່ໃນ ສັງຄົມລາວ ເຫັນວ່າຂະບວນ ການຍຸຕິທັມ ຢູ່ລາວໂດຍ ທົ່ວໄປແລ້ວ ແມ່ນບໍ່ເປັນໄປ ຕາມຂໍ້ກຳນົດ ຂອງຣະບຽບ ກົດໝາຍ ທີ່ໄດ້ບົ່ງເອົາ ໄວ້ພໍເທົ່າໃດ. ເຖິງວ່າ ເຈົ້າໜ້າທີ່ ຂອງກະຊວງ ຍຸຕິທັມ ແລະອັຍຍະການ ເປັນຜູ້ບໍຣິສຸດ ແລະທ່ຽງທັມ ໃນການປະຕິບັດ ໜ້າທີ່ວຽກງານ ຂອງຕົນພຽງໃດ ກໍບໍ່ສາມາດ ເກີດມີຄວາມ ເປັນທັມໃນ ສັງຄົມລາວໄດ້ ຍ້ອນຜູ້ມີສິດ ມີອຳນາດ ມີອິດທິພົນ ແລະມີພັກບັນຊາ ຢູ່ເບື້ອງຫລັງ ເຖິງແມ່ນວ່າ ສັງຄົມລາວ ເປັນຕົ້ນຜູ້ ທີ່ທຸກຍາກ ຂາດເຂິນບໍ່ວ່າ ຈະຢູ່ໃນ ຕົວເມືອງ ຫລືວ່າຢູ່ ຕາມຊົນນະບົດ ຮຽກຮ້ອງໃຫ້ມີ ການປະຕິບັດ ຄວາມສເມີພາບ ແລະຄວາມ ຍຸຕິທັມ ສຳລັບ ທຸກຄົນກໍດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org