ສິດທິມະນຸສ ໃນຄຸກ
ສ.ປ.ປ.ລາວ ຍັງບໍ່ມີ ກົດໝາຍ ວ່າດ້ວຍ ການຄູ້ມຄອງ ສິດທິມະນຸສ ໃນຄຸກ
-
ຈຳປາທອງ
2009-03-27 -
-
-
Your browser doesn’t support HTML5 audio
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ໂຄງການພັທນາ ຂອງ ສະຫະປະຊາຊາດ UNDP ທີ່ນະຄອນຫລວງ ວຽງຈັນ ກ່າວວ່າ:
ຍັງມັນຍັງ ເປັນເລື່ອງທີ່ຍັງ ບໍ່ທັນແນ່ນອນ ເພາະວ່າເຮົາຍັງ ບໍ່ສາມາດເຂົ້າ ເຖິງຣັຖບານ ໄດ້ກ່ຽວກັບ ຂໍ້ມູນຂ່າວສານ ໃນເລື່ອງນີ້ແລະ ຣັຖບານລາວ ກໍຍັງບໍ່ມີຄວາມ ພ້ອມຢາກໃຫ້ເຮົາ ເຂົ້າໄປຊ່ວຍເຫລືອ ໃນເລື່ອງນີ້.
ນາງ ກ່າວຕໍ່ໄປວ່າ ການສ້າງກົດໝາຍ ວ່າດ້ວຍ ສິດທິມະນຸສ ຂອງຄົນ ຢູ່ໃນຄຸກນັ້ນ ແມ່ນຈຳເປັນຕ້ອງ ອາໃສອົງ ປະກອບຂອງ ຫລາຍພາກສ່ວນ ໃນການຄົ້ນຄວົ້າ ແລະການສຶກສາ ຫາຂໍ້ມູນ ຊຶ່ງໃນ ປັດຈຸບັນນີ້ ທາງໂຄງການ ພັທນາຂອງ ສະຫະປະຊາຊາດ ຍັງບໍ່ສາມາດ ເຂົ້າເຖິງແລະເຫັນ ສະພາບການ ເປັນຢູ່ຂອງ ຄົນໃນຄຸກ ຫລືເຫັນການ ປະຕິບັດ ຂອງເຈົ້າໜ້າທີ່ ຕໍ່ຄົນຢູ່ ໃນຄຸກ ເນື່ອງຈາກວ່າທາງ ຣັຖບານລາວ ຍັງບໍ່ອະນຸຍາດ ໃຫ້ເຂົ້າຫາ ຂໍ້ມູນ ແລະຄົ້ນຄວົ້າ ສະພາບຄວາມ ເປັນຈິງໃນ ຄຸກໄດ້.
ໃນຂະນະດຽວກັນ ພນັກງານກົມ ກົດໝາຍ ຂອງສະພາ ແຫ່ງຊາດລາວ ກໍໄດ້ເປີດເຜີຍ ເຖິງການ ຮ່າງກົດໝາຍ ທີ່ວ່ານັ້ນວ່າ:
ກົດໝາຍສຳລັບ ນີ້ພວກເຮົາ ກໍມີຢູ່ໃນ ແຜນມີແລ້ວ ມີແຜນວ່າ ຈະຮ່າງກ່ຽວ ກັບກົດໝາຍ ວ່າດ້ວຍ ຜູ້ຄຸມຂັງ ມີແຜນວ່າຈະສ້າງ ລໍຄວາມພຽບ ພ້ອມ ຂອງເຮົາວ່າເຮົາ ມີຄວາມພ້ອມ ເທົ່າໃດໃນການ ທີ່ຈະຮ່າງ ຕົວນີ້ກໍມີ ຄວາມຈຳເປັນ.
ທ່ານ ເວົ້າຕື່ມວ່າ ໃນການຮ່າງ ກົດໝາຍ ແຕ່ລະສບັບ ຈຳເປັນຕ້ອງ ໄຊ້ເວລາ ໃນການ ເກັບກຳຂໍ້ມູນ ກ່ຽວກັບສະພາບ ໂດຍທົ່ວໄປ. ຈາກນັ້ນຈຶ່ງຕັ້ງ ຄະນະກັມມະການ ເພື່ອຮ່າງກົດໝາຍ ຂື້ນມາ ຊຶ່ງກົດໝາຍ ວ່າດ້ວຍ ສິດທິມະນຸສ ສຳລັບຄົນ ຢູ່ໃນຄຸກ ຫລື ນັກໂທດນັ້ນ ຈະແມ່ນ ກະຊວງປ້ອງກັນ ຄວາມສງົບ ເປັນຜູ້ເຮັດ ໜ້າທີ່ໃນການ ຮ່າງກົດໝາຍພາຍ ໄຕ້ການຕິດຕາມ ກວດກາ ຂອງໄອຍະການ.