ລາວ ເຜີຍແຜ່ໄຊ້ ກົດໝາຍ ປົກປ້ອງແມ່ຍີງ

ລາວ ກໍາລັງມີ ການເຜີຍແຜ່ ເພື່ອໃຫ້ມີ ການໄຊ້ກົດໝາຍ ພັທນາແລະ ປົກປ້ອງແມ່ຍີງ ຢ່າງເຄັ່ງຄັດ ເພື່ອຄວບຄຸມ ບັນຫາການ ໄຊ້ຄວາມຮຸນແຮງ ໃນຄອບຄົວ ທີ່ມັກເກີດຂຶ້ນ ຍ້ອນການກະທໍາ ຂອງຝ່າຍຊາຍ.

ບັນຫາ ຄວາມຮຸນແຮງ ໃນຄອບຄົວ ຊາວລາວ  ຊຶ່ງແມ່ຍີງ ແລະເດັກນ້ອຍ ມັກຕົກເປັນ ຜູ້ໄດ້ຮັບ ຜົນກະທົບ ທາງດ້ານ ຮ່າງກາຍແລະ ຈິດໃຈ ຈາກການ ກະທໍາຂອງ ຝ່າຍຊາຍນັ້ນ  ຖືເປັນບັນຫາ ທາງສັງຄົມ ແນວນຶ່ງ ທີ່ພາກສ່ວນ ຕ່າງໆໃຫ້ ຄວາມສໍາຄັນ. ແມ່ຍີງແລະ ເດັກນ້ອຍຍັງ ຖືກຂົ່ມເຫັງ ຖືກຕົບຕີ ໂດຍຝ່າຍຊາຍ ໂດຍບໍ່ມີ ເຫດຜົນ ພຽງພໍເລີຍ. ແລະເວລານີ້ ທາງການລາວ ກໍກໍາລັງ ພະຍາຍາມ ເຜີຍແຜ່ແລະ ບັງຄັບໃຫ້ ໄຊ້ກົດໝາຍ ພັທນາ ແລະປົກປ້ອງ ແມ່ຍີງເພື່ອ ຄວບຄຸມ ບັນຫາ ນັ້ນ.  ກົດໝາຍ ສບັບດັ່ງກ່າວ ຖືເປັນກົດ ໝາຍອາຍາ ທີ່ຖືກຮັບຮອງ ເອົາແຕ່ປີ 2004 ຕິດຕາມ ມາດ້ວຍ ດໍາຣັດຂອງ ນາຍົກຣັຖ ມົນຕຣີ ໃນປີ2006 ເພື່ອບັງຄັບ ໄຊ້ຢ່າງ ເປັນຮູປທັມ.

ຍານາງ ບຸດສະດີ ຄຸນຸວົງ ເຈົ້າໜ້າທີ່ ປະຈໍາກຸ່ມ ພັທນາ ບົດບາດ ຍີງຊາຍ ຊີ້ແຈງວ່າ …ຄັນເວົ້າແລ້ວ ບ້ານເຮົາຍັງ ວ່າໃໝ່ ກໍຄືກົດ ໝາຍເລື່ອງ ການພັທນາ ແລະ ປົກ ປ້ອງແມ່ຍີງ ຈຸດນີ້ຈະ ເປັນບ່ອນອີງ ໃຫ້ຫລັກວ່າ ການມີຄວາມ ຮຸນແຮງແລ້ວ ຈະໄດ້ຖືກ ກະທໍາໂທດ ແນວໃດ ອັນນີ້ກໍ ຈະເປັນຈຸດ ນຶ່ງເຮົາໄປ ເຜີຍແຜ່ແລ້ວ ກໍເຮັດໃຫ້ ຄົນຕະໜັກ ແມ່ຍີງເອງ ກໍໄດ້ຮູ້ ສິດທິ ຜູ້ຊາຍເອງ ກໍໄດ້ຮູ້ວ່າ ການກະທໍາ ຄວາມຮຸນແຮງ ມັນຜິດກົດໝາຍ.

ຍານາງ ບຸດສະດີ ກ່າວເພີ່ມວ່າ  ການຈັດການ ບັນຫາ ຄວາມຮຸນແຮງ ໃນຄອບຄົວ ຊຶ່ງຍັງຖື ຜູ້ຊາຍເປັນ ໃຫຍ່ຢູ່ນັ້ນ ຈະຕ້ອງໄຊ້ ເວລາພໍ ສົມຄວນ ໃນການ ເຜີຍແຜ່ ກົດໝາຍ ຊຶ່ງທີ່ຜ່ານມາ ກໍມີຜົນ ຕອບຮັບຢ່າງ ໜ້າພໍໃຈ ໃນເຂດຕົວເມືອງ. ແຕ່ໃນຫລາຍ ພື້ນທີ່ ຂອງລາວ ກໍຍັງບໍ່ ສາມາດຈັດຕັ້ງ ປະຕິບັດໄດ້.

ນອກຈາກນີ້ແລ້ວ ກົດໝາຍ ດັ່ງກ່າວ ຍັງຊ່ວຍ ຈໍາກັດ ບັນຫາ ແມ່ຍິງ ຖືກລ່ວງເກີນ ທາງເພດຈາກ ຄົນໄກ້ຊິດ ນໍາອີກ  ຊຶ່ງເລື່ອງນີ້ ຈະມີການ ລົງໂທດ ຜູ້ກະທໍາຜິດ ຢ່າງໜັກ ເຊັ່ນດຽວ ກັບຄະດີ ຖືກຝ່າຍຊາຍ ຂົ່ມຂູ່ ທໍາຮ້າຍ ຕົບຕີ  ແລະກໍເປັນ ກົດໝາຍ ທີ່ຈະຊ່ວຍ ປົກປ້ອງ ແມ່ຍີງພົ້ນ ຈາກສະພາບ ດັ່ງກ່າວໄດ້ ພ້ອມທັງ ສົ່ງເສີມ ໃຫ້ເຂົາເຈົ້າ ມີຊີວິດໃໝ່ ທີ່ດີຂຶ້ນ ນໍາອີກ.

ຢ່າງໃດກໍດີ ເຖິງແມ່ນວ່າ ກົດໝາຍສບັບນີ້ ຈະຍັງຢູ່ ຣະຫວ່າງ ການເຜີຍແຜ່  ແຕ່ແມ່ຍີງ ແລະເດັກນ້ອຍ ທີ່ຕົກ ເປັນເຫຍື່ອ ຂອງການໄຊ້ ຄວາມຮຸນແຮງ ໃນຮູບແບບ ໃດກໍຕາມ ກໍສາມາດ ຕິດຕໍ່ຂໍ ຄໍາແນະນໍາ ແລະຄວາມຊ່ວຍ ເຫລືອໃນ ເບື້ອງຕົ້ນໄດ້ ຈາກສະຫະພັນ ແມ່ຍີງລາວ ຫລືອົງການ ຈັດຕັ້ງ ສາກົນຕ່າງໆ ທີ່ກ່ຽວຂ້ອງ.  ແລະຜ່ານມາ ກໍມີຜູ້ ເຄາະຮ້າຍ ຈໍານວນ ບໍ່ໜ້ອຍ ສາມາດຊອກ ຫາທາງອອກ ແກ່ຕົນເອງໄດ້.  
.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org