ສິດທິຂອງຜູ້ຍິງ ໃນສປປລາວ
ການສົ່ງເສີມ ໃຫ້ແມ່ຍິງ ມີບົດບາດຫລາຍຂື້ນ ຢູ່ລາວ ຍັງມີບັນຫາ ຖ້າປະຕິບັດ ຕາມສົນທິສັນຍາ ສາກົນ.
-
ຈຳປາທອງ
2009-11-04 -
-
-
Your browser doesn’t support HTML5 audio
ການສົ່ງເສີມໃຫ້ ແມ່ຍິງ ມີບົດບາດ ໃນໜ້າທີ່ການ ແລະ ມີສ່ວນຮ່ວມຫລາຍຂື້ນຢູ່ ສປປລາວ ຍັງມີບັນຫາ ຖ້າປະຕິບັດ ຕາມສົນທິສັນຍາ ສາກົນ ຍ້ອນວ່າເງື່ອນໄຂ
ທາງດ້ານຄວາມຮູ້ ຄວາມສາມາດຂອງ ແມ່ຍິງລາວ ຍັງຈຳກັດ ຖ້າທຽບໃສ່ຜູ້ຊາຍ. ເພື່ອໃຫ້ແມ່ຍິງມີ ບົດບາດເທົ່າທຽມ ກັບຜູ້ຊາຍ ໃນສັງຄົມ ກໍຕ້ອງຄ່ອຍເປັນ ຄ່ອຍໄປ. ດັ່ງເຈົ້າໜ້າທີ່ ອົງການແຮງງານ ສາກົນ ເວົ້າວ່າ:
"ບາງເທື່ອການຈັດຕັ້ງ ປະຕິບັດ ສົນທິສັນຍາສາກົນ ກໍມີຂໍ້ຈຳກັດຢູ່ ບາງເງື່ອນໄຂຂອງ ແຕ່ລະປະເທດ ມັນອີງໃສ່ເລື້ອງ ຄວາມຮັບຮູ້ ມັນກໍຕ້ອງອີງໃສ່ ອັນນັ້ນຈັດຕັ້ງ ປະຕິບັດ ແຕ່ກໍຄ່ອຍເລີ່ມຕົ້ນໄປ ມີມາຕການອັນໃດແດ່ ທີ່ວ່າທາງພາຍໃນ ຍັງບໍ່ຕຽມພ້ອມ ຍັງບໍ່ໄດ້ມາຕຖານ ສາກົນ ກໍຄ່ອຍປັບປຸງ."
ທ່ານເວົ້າຕໍ່ໄປວ່າ ການເຂົ້າຮັບຕຳແໜ່ງ ຂອງແມ່ຍິງລາວ ໃນຂະແໜງການ ຕ່າງໆນັ້ນແມ່ນ ປະຕິບັດຣະບຽບການ ອັນດຽວກັນກັບ ຜູ້ຊາຍຊຶ່ງໃນ ປັດຈຸບັນນີ້ ແມ່ຍິງ ຈຳນວນນຶ່ງມີ ການສຶກສາສູງ ແລະ ສາມາດປະຕິບັດ ວຽກງານ ໄດ້ຢ່າງມີ ປະສິດທິພາບ ແຕ່ຖ້າທຽບໃສ່ ຈຳນວນຜູ້ຊາຍ ທີ່ມີຕຳແໜ່ງສູງນັ້ນ ກໍຍັງເຫັນວ່າ ມີໜ້ອຍ ແຕ່ກໍມີ ການຍົກບົດບາດ ຂອງແມ່ຍິງຢູ່ ດັ່ງທີ່ທ່ານ ກ່າວວ່າ:
"ຣັຖບານ ກໍຍົກບົດບາດ ຂອງແມ່ຍິງລາວ ຢູ່ໃນຖານະ ຕຳແໜ່ງສູງ ແມ່ນວ່າຢູ່ລາວ ຕອນນີ້ ໃນຄະນະ ຣັຖມົນຕຣີ ກໍມີຜູ້ຍິງຫລາຍ ຢູ່ໃນສະພາ ຜູ້ແທນຣາສດອນ ກໍມີແມ່ຍິງຫລາຍ ບົດບາດຂອງແມ່ຍິງ ກໍມີຫລາຍຂື້ນ."
ທ່ານເວົ້າຕື່ມອີກວ່າ ໃນໄລຍະຜ່ານມາ ຣັຖບານລາວ ໄດ້ມີການປັບປຸງ ການສຶກສາ ແລະຝຶກອົບຮົມ ໃຫ້ແກ່ແມ່ຍິງລາວ ເພື່ອຊ່ວຍໃຫ້ມີ ສ່ວນຮ່ວມໃນດ້ານຕ່າງໆ ແລະ ໄດ້ຮັບການປົກປ້ອງ ສິດທິເທົ່າທຽມ ກັນກັບຜູ້ຊາຍ ຕາມຣັຖທັມມະນູນ.