ສິທທິກາຣເຊື່ອຖື ສາສນາ ໃນລາວ
ກະຊວງກາຣ ຕ່າງປະເທສ ສະຫະຣັຖ ຣາຍງານດ້ານສິທທິ ກາຣເຊື່ອຖື ສາສນາ ໃນລາວ.
-
ຫວາດ ສີມູນ
2009-10-28 -
-
-
Your browser doesn’t support HTML5 audio
ໃນມື້ວັນຈັນ ທີ 26 ຕຸລາ ນີ້ທາງກະຊວງ ກາຣຕ່າງປະເທສ ສະຫະຣັຖ ໄດ້ອອກຣາຍງານ ດ້ານສິທທິ ຂອງກາຣເຊື່ອຖື ສາສນາ ໃນທົ່ວໂລກ ຊຶ່ງກໍມີຫລາຍ ປະເທສທີ່ຍັງ ມີກາຣລະເມີດສິທທິ ດັ່ງກ່າວ ຕລອດມາ.
ສະເພາະຢູ່ ສປປລາວ ນັ້ນ ກະຊວງກາຣ ຕ່າງປະເທສ ສະຫະຣັຖ ໄດ້ຣາຍງານວ່າ ເຖີງແມ່ນຈະມີ ຣັຖທັມນູນ ປົກປ້ອງສິທທິ ທາງສາສນາ ແລະ ດຳຣັຕນາຍົກ ຣັຖມົນຕຣີ ເລກທີ່ 92 ທີ່ໃຫ້ຄວາມຄຸ້ມຄອງ ກາຣເຊື່ອຖື ທາງສາສນາຕ່າງໆ ຂອງປະຊາຊົນ ແຕ່ປີ 2002 ນັ້ນກໍຕາມ ແຕ່ປາກົດຍັງມີ ກາຣຂັດແຍ່ງ ຣະຫວ່າງ ປະຊາຊົນທີ່ ດຳເນີນພາຣະກິຈ ທາງສາສນາ ແລະ ເຈົ້າໜ້າທີ່ຢູ່ຄືເກົ່າ ໂດຽສະເພາະ ຕາມເຂຕຊົນບົດ.
ສ່ວນຢູ່ຕາມ ຕົວເມືອງໃຫຍ່ ດັ່ງ ນະຄອນຫລວງວຽງຈັນ ສ່ວນຫລາຍທາງເຈົ້າໜ້າທີ່ ກໍປະປ່ອຍໃຫ້ຊ າວຄາໂຄລິຄ ແລະ ຊາວຄຣິສຕຽນ ອື່ນໆ ປະຕິບັຕຕາມ ພິທີທາງສາສນາ ຂອງເຂົາເຈົ້າ ແຕ່ວ່າ ຕາມເຂຕຊົນບົດນັ້ນ ບາງຄັ້ງກໍເກີດ ມີກາຣຂັດແຍ່ງ ເຖິງຂັ້ນມີກາຣ ຈັບຄຸມຂັງບັງຄັບ ໃຫ້ເລີກລາ ຫລືໃຫ້ຍຸຕິກາຣ ເຊື່ອຖືສາສນາ ຂອງເຂົາເຈົ້າ.
ໃນຣາຍງານ ຍັງໄດ້ແຈ້ງວ່າ ໃນເດືອນເມສາ 2009 ກໍມີນັກເຜີຽແຜ່ ສາສນາຊາວຂະມຸ 2 ຄົນ ໃນຈຳນວນ 8 ຄົນຖືກຈັບຢູ່ ແຂວງອຸດົມໄຊ ໄປສືບສວນ ເປັນຊົ່ວຣະຍະໜຶ່ງ ແລ້ວຈຶ່ງຖືກປ່ອຍ ເປັນອິສຣະ. ນອກຈາກນັ້ນກໍວ່າ ມີຊາວຄຣິສຕຽນ ບ້ານໂນນສົມບຸນ ແຂວງບໍຣິຄຳໄຊ ທີ່ຮ່ວມກັນປະຊຸມ ເພື່ອຈັດພິທີ ທາງສາສນາ ກໍຖືກເຈົ້າໜ້າທີ່ ເຂົ້າສລາຍບໍ່ໃຫ້ ປະຊຸມຕໍ່ໄປ.
ເຫຕກາຣປາບປາມ ຫລືເຂົ້າສກັດກັ້ນ ຂອງທາງເຈົ້າໜ້າທີ່ ເພື່ອບໍ່ໃຫ້ຊາວ ໂປຣເຕສຕັນ ຈັດພິທີ ທາງສາສນາ ຂອງເຂົາເຈົ້າ ທາງຣາຍງານ ກໍວ່າເກີດຂຶ້ນຢູ່ ຫລາຍແຫ່ງເຊັ່ນ: ແຂວງຫລວງນ້ຳທາ ຜົ້ງສາລີ ແລະ ສວັນນະເຂຕ. ສ່ວນຢູ່ແຂວງ ຫົວພັນ ອຸດົມໄຊ ຫລວງພຣະບາງ ສາຣະວັນ ແລະອັຕປື ກໍວ່າ ທາງເຈົ້າໜ້າທີ່ ເຂົ້າໄປຫ້າມບໍ່ໃຫ້ ຊາວຄຣີສຕຽນ ຈັດພິທີ ທາງສາສນາ ພ້ອມກັບສັ່ງ ໃຫ້ຍົກເລີກກາຣ ປະຕິບັຕ ທາງສາສນາ ຂອງເຂົາເຈົ້າເຊັ່ນກັນ.