ລາວຄຣິສຕຽນ ຖືກໄລ່ຈາກໝູ່ບ້ານ

ອົງການສິດທິ ມະນຸດ ກ່ຽວກັບສິດ ເສຣີພາບ ໃນການນັບຖື ສາສນາ ຢູ່ລາວ ຣາຍງານວ່າ ຊາວລາວ ຄຣິສຕຽນ ຍັງຖືກໄລ່ ອອກຈາກບ້ານ ຂອງພວກເຂົາ.

ເມື່ອເດືອນ ມົກກະຣາ ຕົ້ນປີນີ້ ຊາວລາວຄຣິສຕຽນ 48 ຄົນ ຖືກໄລ່ອອກຈາກ ບ້ານກະຕິ່ນ ໃນແຂວງແຂວງ ສາຣະວັນ. ຊາວຄຣິສຕຽນ ເຫລົ່ານີ້ ຖືກໄລ່ອອກຈາກ ບ້ານເກີດເມືອງນອນ ຂອງພວກເຂົາ ໃຫ້ໄປຕັ້ງບ້ານໃໝ່ ຊຶ່ງຢູ່ໄກຈາກ ບ້ານເກົ່າປະມານ 6 ກິໂລແມັດ. ສາເຫດໃນການ ຖືກໄລ່ ນາຍບ້ານບ້ານກະຕິ່ນ ເວົ້າວ່າຊາວ ບ້ານໃນບ້ານນີ້ ບໍ່ຍອມໃຫ້ຊາວ ຄຣິສຕຽນ ອາສັຍຢູ່ຮ່ວມນຳ.

ກະຊວງການຕ່າງ ປະເທດ ສະຫະຣັຖ ຣາຍງານກ່ຽວກັບ ສະພາບການນັບ ຖືສາສນາ ຢູ່ລາວເມື່ອປີ 2009 ທີ່ຜ່ານມາວ່າ ເຈົ້າໜ້າທີ່ລາວ ໂດຍສະເພາະ ຂັ້ນທ້ອງຖິ່ນ ຍັງສືບຕໍ່ຈັບ ແລະ ກັກຂັງຊາວລາວ ທີ່ນັບຖືສາສນາ ຕ່າງໆຢູ່ ແຕ່ບໍ່ເລື້ອຍຄື ແຕ່ກ່ອນ.

ເຈົ້າໜ້າທີ່ຍັງ ກົດດັນ ໃຫ້ຊາວລາວໂປຣແຕສຕັ້ງ ປະກາດປະລະ ຄວາມເຊື່ອຖືຂອງ ພວກເຂົາຢູ່ຄືເກົ່າ. ເຈົ້າໜ້າທີ່ລາວ ກໍຂົ່ມຂູ່ພວກ ທີ່ນັບຖືສາສນາ ສ່ວນນ້ອຍວ່າຖ້າ ພວກເຂົາບໍ່ຍອມ ປະລະຄວາມເຊື່ອຖື ພວກເຂົາຈະຖືກ ໄລ່ອອກຈາກບ້ານ.

ກະຊວງການຕ່າງ ປະເທດ ສະຫະຣັຖ ຣາຍງານອີກວ່າ ເມື່ອເດືອນມິນາປີ 2009 ເຈົ້າໜ້າທີ່ຂັ້ນ ເມືອງຂອງເມື່ອງນຶ່ງ ໃນແຂວງ ບໍຣິຄຳໄຊ ກໍຫ້າມຊາວຄຣິສຕຽນ ເຕົ້າໂຮມກັນ ເພື່ອທຳພິທີ ທາງສາສນາທີ່ ບ້ານໜອງສົມບູນ ບໍ່ເທົ່ານັ້ນ ໂບດຂອງຊາວບ້ານ ກໍຖືກທຳຮ້າຍ ຊຶ່ງເຈົ້າໜ້າທີ່ ທ້ອງຖິ່ນ ໃຫ້ເຫດຜົນວ່າ ໂບດແຫ່ງນີ້ຖືກ ສ້າງຂື້ນຢ່າງບໍ່ ໄດ້ຮັບອະນຸຍາດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org