ຊາວເຜົ່າມົ້ງ ອົບພຍົບ ໃນໄທ ອາດມີ ອານາຄົດ ຢູ່ ປະເທດ ທີ່ 3

ສະມາຊິກ ສະພາສູງ ສະຫະຣັດ ສເນີ ຣັຖມົນຕຣີ ຕ່າງປະເທດ ເພື່ອ ຮຽກຮ້ອງໃຫ້ ນາຍົກ ຣັຖມົນຕຣີໄທ ຍຸຕິ ການສົ່ງ ຊາວເຜົ່າມົ້ງ ກັບຄືນ ສປປລາວ
ຈະເຣີນສຸກ ຣາຍງານ
2008.05.22

ສະມາຊິກ ສະພາສູງ ສະຫະຣັຖ 8 ຄົນ ສເນີ ຍານາງ ຄອນໂດລີຊາ ໄຣ້ສ໌ ຂໍຮ້ອງ ຣັຖບານໄທ ເພື່ອສະກັດກັ້ນ ການສົ່ງ ອົພຍົບ ຊາວເຜົ່າມົ້ງ ກັບຄືນ ສປປລາວ, ອີງຕາມ ຣາຍງານ ຂອງ ແຫລ່ງຂ່າວ ເອພີ ໃນມື້ ວັນທີ 21 ພຶສພາ.

ສະມາຊິກ ສະພາສູງ ສະຫະຣັດ ໄດ້ສົ່ງ ຈົດໝາຍ ເຖິງ ຍານາງ ໄຣ້ສ໌ ເພື່ອ ໃຫ້ຍານາງ ຮຽກຮ້ອງ ຄວາມຊ່ອຍເຫລືອ ຈາກ ທ່ານ ສມັກ ສູນທໍຣະເວດ, ນາຍົກ ຣັຖມົນຕຣີໄທ ບໍ່ໃຫ້ສົ່ງ ຊາວເຜົ່າມົ້ງ ກັບຄືນ ເພາະ ພວກທ່ານ ຢ້ານວ່າ ຂະເຈົ້າ ອາດຖືກ ຣັຖບານ ຄອມມິວນິດ ລາວ ປະຫັດ ປະຫານ.

ໃນຈົດໝາຍ ດັ່ງກ່າວ ເວົ້າວ່າ ກຸ່ມ ຊາວເຜົ່າມົ້ງ ທີ່ຫລົບໜີ ເຂົ້າໄປ ໃນປະເທດໄທ ແມ່ນ ມີການພົວພັນ ກັບ ສົງຄາມ ວຽດນາມ, ຊຶ່ງ ພວກຂະເຈົ້າ ແມ່ນ ນັກຕໍ່ສູ້ ທີ່ ຫລົງລືມ. ແລະ ວ່າ ກຸ່ມຊາວເຜົ່າມົ້ງ ດັ່ງກ່າວ ພ້ອມກັບ ຊາວເຜົ່າມົ້ງ ກຸ່ມອື່ນໆ ທີ່ ຖືກກັກຂັງ ໃນ ປະເທດໄທ ຄວນຕົກຢູ່ ໃນຖານະ ອົພຍົບ.

ເມື່ອມໍ່ໆ ມານີ້, ມີ ຊາວເຜົ່າມົ້ງ ຈໍານວນນຶ່ງ ອົດອາຫານ ເພື່ອປະທ້ວງ ບໍ່ຢາກກັບຄືນ ສປປລາວ ດັ່ງຊາວເຜົ່າມົ້ງ ຄົນນຶ່ງ ເວົ້າວ່າ

“ຊາວເຜົ່າມົ້ງ ທັງຫລາຍ ພາກັນ ອົດອາຫານ ພ້ອມກັນ, ອົດອາຫານ ພ້ອມກັນ ເວລານີ້ ມີ 5 ຄົນ. ແຕ່ເດີນບໍ່ໄດ້ແລ້ວ ເວລານີ້, ນອນຢູ່ ພື້ນດິນ ກໍລຸກບໍ່ໄດ້ ແລ້ວ, 5 ຄົນນີ້ນາ ກໍາລັງ ອົດອາຫານ ບໍ່ກິນ ອາຫານ ບໍ່ກິນເຂົ້າເລີຍ.”

ໃນຈົດໝາຍ ດັ່ງກ່າວ ຍັງເວົ້າ ຕື່ມວ່າ ຖ້າຫາກວ່າ ຣັຖບານໄທ ບັງຄັບ ສົ່ງ ຊາວເຜົ່າມົ້ງ ກັບຄືນ ອາດມີ ຫລາຍຄົນ ຈະຖືກ ປະຫັດ ປະຫານ. ສະມາຊິກ ສະພາສູງ ສະຫະຣັດ ທັງ 8 ຄົນ ໄດ້ລົງນາມ ໃນຈົດໝາຍ, ຮວມທັງ ສະມາຊິກ ຈາກ ຣັຖ ແຄລີຟໍເນັຍ, ມີນີໂຊຕາ ແລະ ວິສຄອນຊິນ, ຊຶ່ງເປັນ ຣັຖ ທີ່ມີ ຊາວເຜົ່າມົ້ງ ອາສັຍຢູ່ ຫລາຍທີ່ສຸດ.

ຄວາມເວົ້າຊອກຫາຂໍ້ມູນ: ອົບພຍົບ, refugee, ຊາວມົ້ງລາວ, laohmong, ສະຫະປະຊາຊາດ, unitednations

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.