ອ.ກ ແພດ ບໍ່ມີ ພົມແດນ ຮຽກຮ້ອງ ຣັດຖະບານ ລາວ ແລະ ໄທ ຢຸດ ສົ່ງ ອົບພະຍົບ ຊາວມົ້ງລາວ ໃນ ໄທ ກັບຄືນ ສປປລາວ.
2008.05.29
ເມື່ອ ວັນທີ 27 ພຶສພາ 2008 ນີ້ ອົງການ ແພດ ບໍ່ມີ ພົມແດນ ຮຽກຮ້ອງ ມາຍັງ ຣັດຖະບານ ລາວ ແລະ ຣັດຖະບານ ໄທ ໃຫ້ ເຊົາ ການບັງຄັບ ຈັດສົ່ງ ຊາວ ມົ້ງລາວ ຢູ່ ເຂດ ບ້ານ ຫ້ວຍນໍ້າຂາວ ເມືອງ ເຂົາຄໍ້ ແຂວງ ເພັດສະບູນ ຂອງ ໄທ ກັບຄືນ ສປປລາວ ແບບ ບັງຄັບ ຈົນກວ່າ ວ່າ ຝ່າຍ ທີ່ 3 ທີ່ ບໍ່ເຂົ້າຂ້າງ ອອກຂາ ຫລື ທີ່ ເປັນ ເອກະຣາດ ຈະ ສາມາດ ທົບທວນ ເບິ່ງ ຂັ້ນຕອນ ການຂັດຈ້ອນ ຂັດເລືອກ ທີ່ ດໍາເນີນໄປ ໂດຍ ທາງການ ໄທ ນັ້ນ ແລະ ການກໍານົດ ຫລື ຣະບຸຖານະ ຄວາມເປັນອົບພະຍົບ ຂອງ ພວກ ເຂົາເຈົ້າ.
ຫຼື ຖ້າຫາກວ່າ ການສົ່ງກັບ ນັ້ນ ຫາກ ຍັງ ຈະມີຂຶ້ນ ທາງ ອົງການ ແພດ ບໍ່ມີ ພົມແດນ ກໍ ຂໍ ຮຽກຮ້ອງ ໃຫ້ ຣັດຖະບານ ທັງ 2 ປະເທດ ອະນຸຍາດ ໃຫ້ ຝ່າຍ ທີ 3 ທີ່ ເປັນ ເອກກະຣາດ ໄປ ສັງເກດ ເບິ່ງ ສະພາບ ການເປັນຢູ່ ສະຖານທີ່ ບ່ອນຢູ່ ອາໄສ ຕະຫຼອດ ເຖິງ ການໃຫ້ການຊ່ວຍເຫລືອ ແກ່ ຊາວເຜົ່າມົ້ງ ທີ່ ກັບຄືນ ນັ້ນ. ອີກຢ່າງນຶ່ງ, ອົງການ ແພດ ບໍ່ມີ ພົມແດນ ຍັງ ຢາກ ຕິດຕາມ ເບິ່ງວ່າ ການ ສົ່ງກັບ ທຸກຄັ້ງ ນັ້ນ ເປັນ ການສົ່ງກັບ ທີ່ ມີ ລັກສະນະ ສະມັກໃຈ ແທ້ ຫລືບໍ່ ແລະພວກ ກັບຄືນ ຈະມີ ຄວາມປອດໄພ ຫລື ບໍ່.
ຕາມ ຣະບຽບການ ສາກົນ ແລ້ວ, ຣັດຖະບານ ປະເທດ ໃດ ກໍຕາມ ບໍ່ ສາມາດ ສົ່ງຊາວອົບພະຍົບ ກັບຄືນ ປະເທດ ຂອງ ພວກ ເຂົາເຈົ້າ ໄດ້ ຖ້າ ຫາກ ພວກ ເຂົາບໍ່ ສະໝັກໃຈ ຫລື ຍັງມີ ຄວາມຢ້ານກົວ ເລື່ອງ ຄວາມປອດໄພ ຂອງ ພວກເຂົາ.
ອົງການ ແພດ ບໍ່ມີ ພົມແດນ ເປັນ ອົງການ ຊ່ວຍເຫລືອ ດ້ານການແພດ ທີ່ ມີ ສູນກາງ ຢູ່ ນະຄອນຫລວງ ປາຣີ ປະເທດ ຝຣັ່ງເສດ ເວົ້າອີກວ່າ: ສໍາລັບ ຊາວ ມົ້ງລາວ ປະກົດ ວ່າ ຣັດຖະບານ ລາວ ແລະ ຣັດຖະບານ ໄທ ບໍ່ ປະຕິບັດຕາມ
ຄຳສັບ ຊອກຫາຂໍ້ມູນ: ອົພບຍົບ ຊາວມົ້ງລາວ refugee hmong