ສະຫະຣັຖ ຮຽກຮ້ອງ ໃຫ້ຍຸຕິ ການສົ່ງຊາວເຜົ່າມົງ ກັບຄືນລາວ

ຮ່າງຍະຕິ ເພື່ອຮຽກຮ້ອງ ໃຫ້ໂຈະ ການສົ່ງ ຊາວເຜົ່າ ກັບຄືນ ສປປລາວ ແລະ ຂໍໃຫ້ UNHCR ເຂົ້າໄປ ເບິ່ງແຍງ ຊາວເຜົ່າມົ້ງ, ຖືກສເນີ ຂຶ້ນ ສະພາ ສະຫະຣັຖ.
ສົມເນ ຣາຍງານ
2008.06.16

ຮ່າງຍັດຕິເພື່ອຮຽກຮ້ອງ ໃຫ້ຣັຖບານໄທ ໂຈະການສົ່ງ ຊາວມົ້ງ ກັບຄືນ ປະເທດລາວ ແລະຮຽກຮ້ອງໃຫ້ ອົງການ ຂ້າຫລວງໃຫຍ່ ສະຫະ ປະຊາຊາດເຂົ້າໄປເບິ່ງແຍງ ຊາວລາວເຜົ້າມົ້ງ ຖືກສະເໜີຂື້ນ ສູ່ສະພາສະຫະຣັຖ ອາເມຣິກາ ແລ້ວໃນວັນພະຫັດ ຜ່ານມາໂດຍ ທ່ານ Patrick kennedy ສະມາຊິກ ສະພາຕໍ່າ ສະຫະຣັຖ ສັງກັດພັກ ດີໂມແກຣັດ ພາຍ​​ໃຕ້ການນັບ​ນູນ ຂອງສະມາຊິກ ສະພາຕໍ່າ ຄົນອື່ນໆ.

ເມື່ອເດືອນຜ່ານມາ ສະມາຊິກສະພາຕໍ່າ ສະຫະຣັຖ ຈໍານວນ 8 ຄົນ ໄດ້ເຮັດ ຈົດໝາຍ ເຖິງ ທ່ານ George  W Bush ປະທານາທິບໍດີ ສະຫະຣັຖ ອາເມຣິກາເພື່ອຂໍຮ້ອງໃຫ້ ທາງການໄທ ບໍ່ໃຫ້ສົ່ງຊາວລາວເຜົ້າມົ້ງ ຈໍານວນ 8,000 ຄົນ ກັບຄືນໄປປະເທດລາວ. ສະພາຕໍ່າ ສະຫະຣັຖ

ຕ້ອງການຢາກໃຫ້ ຊາວເຜົ້າມົ້ງ ຢູ່ໃນປະເທດໄທ ຕໍ່ໄປຈົນກ່ວາ ເຂົາເຈົ້າ ສາມາດໄປຕັ້ງຖິ່ນຖານ ຢູ່ປະເທດທີ 3​.

ຍັດຕິ ຍັງຮຽກຮ້ອງ ໄປຍັງ ກະສັດ ພູມີພົນ ອາດຸນຍະເດດ, ​ໄປຍັງ ຣັຖບານ​​ໄທ, ຕຣອດຮອດ ຝ່າຍທະຫານເພື່ອອານຸມັດ ໃຫ້ອົງການ ຂ້າຫລວງໃຫຍ່ ສະຫະປະຊາຊາດເຂົ້າໄປດູແລເບິ່ງແຍງ ຊາວເຜົ້າມົ້ງ ຈໍານວນ ດັ່ງກ່າວ ຢູ່ໃນສູນ ບ້ານຫ້ວຍນໍ້າຂາວແຂວງເພັດຊະບູນ.

ປະເທດໄທແລະ ທາງການລາວ ຖືວ່າ ຊາວເຜົ້າມົ້ງ ເລົ່ານີ້ເປັນອົພຍົບ ໜີ​​ໄພເສຖກິດ ບໍ່ແມ່ນ ໜີໄພການເມືອງແລະ ເຂົ້າປະເທດ ແບບຜິດ ກົດໝາຍ ຈື່ງຕົກລົງກັນ ບໍ່ໃຫ້ ອົງການ​​ໃດໆເຂົ້າໄປ​ຫຍຸ້ງກ່ຽວນໍາ. ນອກນັ້ນ ຮ່າງຍັດຕິ ໄດ້ຮຽກຮ້ອງໃຫ້ຣັຖບານລາວຍຸຕິການ​​ໃຊ້ ກຳລັງທະຫານໂຈມຕີ ຊາວເຜົ້າມົ້ງ ທີ່ລີ້ຊ້ອນ ຢູ່ໃນປ່າ, ​ຍຸຕິ ປາບປາມ ນັກເຄື່ອນໄຫວ ທາງດ້ານການເມືອງ, ກຸ່ມ ຖືສາສນາ

ກຸ່ມນ້ອຍ ໃນລາວແລະໃຫ້ປ່ອຍ ນັກສືກສາ ນິຍົມປະຊາທິປະໄຕທີ່ຖືກທາງການລາວຈັບເມື່ອປີ 1999 ຍ້ອນ ສະແດງ ຄວາມບໍ່ເຫັນພ້ອມ ນໍາການປົກຄອງແບບພັກດຽວ. ຮ່າງຍັດຕິ ນີ້ ມີຊື່ວ່າ H.R 1273.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.