ມົ້ງຫ້ວຍນໍ້າຂາວ ຍັງປິດຖນົນ ຢູ່ຕໍ່ມາ

ຊາວເຜົ່າມົ້ງ ສູນບ້ານຫ້ວຍນ້ຳຂາວ ສືບຕໍ່ ປິດຖນົນ ແລະ ບໍ່ຍອມ ກັບຄືນ ເຂົ້າໄປ ຢູ່ໃນສູນເພື່ອເປັນກາຣປະທ້ວງ.
ຫວາດ ສີມູນ ຣາຍງານ
2008.06.18

ກຸ່ມຊາວເຜົ່າມົ້ງລາວ ປະມານ 5,000 ຄົນຍັງສືບຕໍ່ ກາຣປະທ້ວງດ້ວຍກາຣປິດຖນົນ ແລະ ຢືນຢັນຈະບໍ່ພາກັນ ກັບຄືນ ເຂົ້າໄປ ໃນສູນຮອງຮັບ ຊົ່ວຄາວຈົນກວ່າ ຈະໄດ້ຮັບ ຄຳຕອບ ຈາກທາງກາຣໄທຽແລະ ອົງກາຣ UNHCR ຈະເຂົ້າມາ ຊ່ວຍເຫລືອ ດັ່ງທີ່ ທ້າວ ວັງເມັ໋ງຢັ໋ງໄດ້ກ່າວວ່າ:

ຕອນນີ້ ຍັງຢູ່ໃນ ກາງຖນົນ ປິດຫົນທາງເລີຽເນີ໋ ຖືວ່າ ມີ 5,000 ກວ່າຄົນ ຖືວ່າໄດ້ພາກັນນອນ ຕອນເຊົ້າຕອນຄໍ່າ ບໍ່ມີເຂົ້າກິນ ບໍ່ມີນ້ຳໃຊ້ເດັກນ້ອຍ ຫລາຍຄົນ ຫີວນ້ຳ ຫີເຂົ້າ ນຳ

ກາຣປະທ້ວງ ດັ່ງກ່າວ ດຳເນີນມາແຕ່ມື້ວັນທີ່ 16 ພຶສພາ ຜ່ານມາແລະ ຕໍ່ມາ​​ເຖີງ ວັນທີ່ 22 ພຶສພາ​​ເຊັ່ນກັນອາຄານຫລາຍຮ້ອຍຫລັງ ກໍຖືກໄຟໄໝ້ ເຮັດໃຫ້ເຂົາເຈົ້າ ຕ້ອງອາສັຍ ຢູ່ທາງຂ້າງນອກແລະ ຢືນຢັນຈະບໍ່ຍອມກັບຄືນ ເຂົ້າໄປຢູ່ ໃນສູນ ຕື່ມອີກເຖີງແມ່ນທາງກາຣ ທະຫານ ຊື່ງຮັບຜິດຊອບໃນພື້ນທີ່ ໄດ້ເຂົ້າໄປ ເຈຣະຈາ ຫລາຍເທື່ອ ມາແລ້ວ ກໍຕາມ.

ຄະນະ ປະທ້ວງ ດັ່ງກ່າວ ກໍ​​ເປັນພາຄສ່ວນຂອງຊົນເຜົ່າມົ້ງ ທັງໝົດ 7,000 ກວ່າຄົນແລະ ອີກ 2,000 ກວ່າຄົນ ທີ່​​ໄຟ ບໍ່ໄໝ້ ອາຄານນັ້ນ ແມ່ນພວກທີ່​ ​ໄດ້ແຈ້ງສະມັກ ກັບຄືນ ປະເທດລາວ ກ່ຽວກັບເຣື່ອງນີ້ ທ້າວວັງ ເມັ໋ງຢັ໋ງໄດ້​​ແຈ້ງວ່າ: 

ກໍມີ ຈຳພວກໜື່ງ ກໍເຂົ້າໄປແຕ່ສ່ວນຫລາຍ ບໍ່ຍອມ ກັບໄປ ເພາະວ່າ ເຂົ້າໄປ ຈະຖືກບັງຄັບກັບໄປລາວ ຖືວ່າ ​​ເຂົ້ໄປ ຈຳນວນນ້ອຍໆ, ສ່ວນຫລາຍບໍ່ເຂົ້າໄປ

ກາຣປິດຫົນທາງ ແລະ ບໍ່ຍອມກັບຄືນເຂົ້າໄປ ໃນສູນເພື່ອເປັນກາຣ ປະທ້ວງ ຂອງຊາວມົ້ງ ດັ່ງກ່າວ ທາງກາຣ ກ່ຽວ​ຂ້ອງໄທຽ ກໍພຍາຍາມ ແກ້ໄຂແລະ ວ່າ ຍັງຈະດຳເນີນຕາມນະໂຍບາຍ ຈັດສົ່ງຕາມທີ່ໄດ້ຕົກລົງ ກັບທາງກາຣລາວ ແລ້ວນັ້ນແຕ່ຊາວມົ້ງ ກໍຢືນຢັນທີ່ຈະບໍ່ກັບຄືນ ເພາະຢ້ານ ຈະບໍ່ມີຄວາມປອດພັຍໂດຽອ້າງວ່າ ເປັນຍາຕພີ່ນ້ອງ ຫລື ລູກໆຫລານໆຂອງອະດີດ ທະຫານ ຊີໄອເອ (CIA) ​ຂອງສະຫະຣັຖ ໃນສມັຍສົງຄາມວຽດນາມ ທີ່ສິ້ນສຸດລົງ ແຕ່ປີ 1975 ພຸ້ນມານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.