ໄທ ປະຕິເສດ ຂໍ້ກ່າວຫາ

ໂຄສົກ ກະຊວງປ້ອງກັນ ປະເທດຂອງໄທ ຖແລງວ່າ ການສົ່ງກັບ ຊາວມົ້ງລາວ ເປັນໄປດ້ວຍຄວາມ ສມັກໃຈແລະ ປະຕິເສດ ຂໍ້ກ່າວຫາ ຂອງອົງການແພດ ບໍ່ມີພົມແດນ ທີ່ວ່າ ທະຫານໄທ ທໍາຮຸນແຮງ ຕໍ່ຊາວມົ້ງລາວ ບ້ານຫ້ວຍນໍ້າຂາວ ເພື່ອກົດດັນ ໃຫ້ກັບຄືນລາວ.

ແຜນທີ່ແຂວງເພັດສະບູນເມືອງເຂົາຄໍ້ບ້ານຫ້ວຍນ້ຳຂາວ ໃນປະເທດໄທ
ແຜນທີ່ແຂວງເພັດສະບູນເມືອງເຂົາຄໍ້ບ້ານຫ້ວຍນ້ຳຂາວ ໃນປະເທດໄທ (Photo: AFP)

0:00 / 0:00

ພົລຕຣີ ຈິຕຕະສັກ ຈະເຣີນສົມບັດ ໂຄສົກກະຊວງ ປ້ອງກັນປະເທດ ຂອງໄທ ໄດ້ຈັດ ຖແລງຂ່າວ ກໍຣະນີ ອົງການແພດ ບໍ່ມີພົມແດນ ກ່າວຫາທະຫານ ໄທວ່າໄຊ້ ຄວາມຮຸນແຮງ ແລະ ກົດດັນທາງດ້ານ ຈິດໃຈ ເພື່ອໃຫ້ ຊາວມົ້ງລາວ ກັບຄືນລາວ ຈົນເຮັດໃຫ້ ອົງການແພດ ບໍ່ມີພົມແດນ ຂໍຖອນຕົວ ອອກຈາກການ ປະຕິບັດງານ ໃນສູນມົ້ງລາວ ຫ້ວຍນໍ້າຂາວນັ້ນ ທ່ານກ່າວວ່າ ເປັນເລື້ອງຂອງ ເຈົ້າໜ້າທີ່ ໃນພື້ນທີ່ ຄວບຄຸມ ແລະ ອົງການເອກຊົນ ບາງກຸ່ມ ຊຶ່ງກໍຈະບໍ່ ກະທົບກະເທືອນ ໃສ່ການ ສົ່ງກັບຊາວມົ້ງລາວ.

ກໍຣະນີ ອົງການແພດ ບໍ່ມີພົມແດນ ຈະປິດໂຄງການ ໃຫ້ການຊ່ວຍເຫລືອ ແກ່ຊາວມົ້ງລາວ ທີ່ສູນຄວບຄຸມ ຊົ່ວຄາວ ບ້ານຫ້ວຍນໍ້າຂາວ ໃນເດືອນ ກັນຍາ ນີ້ ພົລຕຣີ ຈິຕຕະສັກ ກ່າວວ່າ:

ໂດຍຫລັກການ ຕ້ອງຖືວ່າ ເປັນໄປຕາມ ຄວາມສມັກໃຈ ຊຶ່ງພວກທ່ານ ກໍດໍາເນີນໄປ ຕາມວິທີນັ້ນ ເນື່ອງຈາກວ່າຖ້າ ປິດໂຄງການນີ້ ກໍຕ້ອງຖືວ່າ ຊາວມົ້ງລາວ ພວກນີ້ ເປັນຄົນເຂົ້າເມືອງ ໄທ ແບບບໍ່ຖືກຕ້ອງ ຕາມກົດໝາຍ ແລະຕ້ອງຖືກ ສົ່ງກັບ ປະເທດລາວ. ແລະວ່າ ທາງຝ່າຍລາວ ກໍເຄີຍມາຊີ້ ແຈງວ່າຜູ້ທີ່ ຖືກສົ່ງກັບ ປະເທດລາວ ຈະມີຄວາມ ປອດໄພ ແລະບໍ່ມີ ຄວາມຜິດໃດໆເລີຍ.

ຊາວມົ້ງລາວ ທີ່ສູນບ້ານ ຫ້ວຍນໍ້າຂາວ ຢູ່ໃນຄວາມດູແລ ຂອງໜ່ວຍງານ ສະເພາະກິດ ພົລເຮືອນ ຕໍາຣວດ ທະຫານເຂົາຄໍ້ ໂດຍມີການ ຮ່ວມມື ກັບໜ່ວຍງານທີ່ ກ່ຽວຂ້ອງ ແລະປະສານ ກັບທາງການລາວ ເພື່ອອໍານວຍ ຄວາມສດວກ ໃນການສົ່ງກັບ ຊາວມົ້ງລາວ ທີ່ສມັກໃຈ ແລະເປັນໄປຕາມ ຫລັກມະນຸສທັມ.

ເມື່ອວັນທີ 20ພຶສພາ 2009ນີ້ ທ່ານ Gilles Isard ຜູ້ອໍານວຍການ ອົງການແພດ ບໍ່ມີພົມແດນ MSF ປະຈໍາ ປະເທດໄທ ໄດ້ຈັດ ຖແລງຂ່າວ ທີ່ສມາຄົມ ນັກຂ່າວ ຕ່າງປະເທດ ໃນບາງກອກ ວ່າ MSF ບໍ່ສາມາດ ຈະປະຕິບັດງານ ໃຫ້ການຊ່ວຍເຫລືອ ຊາວມົ້ງລາວ ສູນບ້ານ ຫ້ວຍນໍ້າຂາວ ໄດ້ອີກຕໍ່ໄປ ເພາະຍອມຮັບ ນະໂຍບາຍ ສົ່ງກັບມົ້ງລາວ ບໍ່ໄດ້ ແລະການທີ່ຈະ ເຮັດວຽກພາຍໄຕ້ ການກົດດັນ ຂອງທະຫານ ໃນເຂດບ້ານ ຫ້ວຍນໍ້າຂາວ ແຂວງເພັດສະບູນ ນັ້ນກໍບໍ່ໄດ້ ຄືກັນ ແລະວ່າ ທະຫານ ໃນພື້ນທີ່ ຄວບຄຸມຊົ່ວຄາວ ຫ້ວຍນໍ້າຂາວ ມີມາຕການ ຫລາຍຢ່າງ ແລະເຂັ້ມງວດ ຂຶ້ນເລື້ອຍ ອັນເຮັດໃຫ້ MSF ຕ້ອງຕັດສີນໃຈ ຢຸດເຊົາການ ຊ່ວຍເຫລືອ.

ນັ້ນຄື ຄໍາຖແລງຂອງ ອົງການແພດ ບໍ່ມີພົມແດນ.