ຊາວມົ້ງລາວ ບ້ານຫ້ວຍນໍ້າຂາວ

ຊາວມົ້ງລາວ ບ້ານຫ້ວຍນໍ້າຂາວ ເຊື່ອວ່າ ນາຍົກຣັຖມົນຕຣີ ຄົນໃໝ່ຂອງໄທ ຍັງຈະສືບຕໍ່ ສົ່ງພວກຂະເຈົ້າກັບລາວ ສ້າງຄວາມວິຕົກ ໃຫ້ແກ່ພວກ ຂະເຈົ້າ

0:00 / 0:00

ຊາວມົ້ງລາວ ຈາກສູນບ້ານ ຫ້ວຍນໍ້າຂາວ ສະແດງຄວາມ ກັງວົນຕໍ່ ການຮ່ວມມື ລາວ-ໄທໃນການແກ້ ໄຂບັນຫາ ການສົ່ງກັບ ຄືນລາວຂອງ ຊາວມົ້ງລາວ ຫລັງຈາກ ທີ່ນາຍົກ ຣັຖມົນຕຣີໄທ ທ່ານ ອະພິສິດ ເວດຊາຊີວະ ກັບມາຈາກ ການໄປຢ້ຽມ ຢາມລາວແລ້ວ ໄດ້ສະແດງ ຄວາມຄິດເຫັນ ເຖິງຄວາມຮ່ວມມື ຫລາຍດ້ານລະ ຫວ່າງລາວ-ໄທ ຈຶ່ງເຮັດໃຫ້ ຊາວມົ້ງລາວ ທີ່ບໍ່ຢາກ ຈະອອກຊື່ ບອກກັບຜູ້ສື່ຂ່າວ ໃນມື້ເຊົ້ານີ້ວ່າ:ຄືປະຊາຊົນ ທຸກໆຄົນຢູ່ ໃນແຄ້ມນີ້ ມີຄວາມຢ້ານ ກົວທີ່ສຸດວ່ານາ ຍົກໄທໄປຢ້ຽມ ຢາມສປປລາວ ແລ້ວຄືເຂົ້າ ກົວວ່າຈະ ໄປປຶກສາ ເຖິງບັນຫາ ທີ່ຈະສົ່ງ ມົ້ງລາວກັບ ຄືນປະເທດລາວໂຕແທນມົ້ງລາວ ຜູ້ນີ້ເວົ້າວ່າ ມີຄວາມກັງວົນ ເຣື້ອງນາຍົກໄທ ຫາລືກັບ ນາຍົກລາວ ໂດຍສະເພາະ ເຣື້ອງການສົ່ງ ມົ້ງລາວກັບ ທີ່ລາວ-ໄທ ອ້າງວ່າເປັນ ຄົນເຂົ້າເມືອງ ຜິດກົດໝາຍຊຶ່ງ ມົ້ງລາວທີ່ ເຫລືອຢູ່ໃນ ສູນບ້ານຫ້ວຍ ນໍ້າຂາວ ແຂວງເພັດຊະບູນ ຂອງໄທນັ້ນ ສ່ວນຫລາຍເປັນ ຜູ້ຕໍ່ຕ້ານ ຣັຖບານລາວ ຢ່າງແທ້ຈິງ ຊຶ່ງຫາກທາງ ການໄທບັງຄັບສົ່ງກັບລາວ ກໍຢ້ານວ່າ ຈະບໍ່ມີ ຄວາມປອດພັຍ.

ເຖິງແມ່ນວ່າ ມົ້ງລາວເລົ່າ ນີ້ຈະຕໍ່ຕ້ານ ບໍ່ຢາກກັບ ຄືນລາວແລະ ຕ້ອງການໃຫ້ ອົງການນາໆຊາດ ເຂົ້າມາກວດ ສອບໃນພື້ນທີ່ ຫລາຍໆເທື່ອ ກ່ຽວກັບການລະ ເມີດສິດທິ ມະນຸດ ແຕ່ກໍບໍ່ມີ ໜ່ວຍງານໃດ ໄດ້ຮັບອະນຸຍາດ ເຂົ້າມາກວດສອບ. ນອກຈາກນີ້ ມົ້ງລາວກຸ່ມນີ້ ຍັງເຫັນວ່າ ການສົ່ງມົ້ງລາວ ກັບຄືນລາວ ຈາກບ້ານ ຫ້ວຍນໍ້າຂາວ ຈະຕ້ອງເປັນ ໄປຢ່າງຕໍ່ເນື່ອງ ຕາມຂໍ້ຕົກລົງ. ດັ່ງຊາວມົ້ງລາວ ຜູ້ເກົ່າໄດ້ເວົ້າອີກວ່າ:ຕອນນີ້ ສາຍສໍາພັນ ທາງລາວ-ໄທ ເປັນສາຍສໍາພັນ ທາງດ້ານ ເສດຖະກິດ ແລ້ວກໍການເມືອງ ກໍຈະໃຫ້ ຊາວມົ້ງກັບຄືນ ປະເທດລາວ ໃຫ້ໝົດເພື່ອ ບໍ່ໃຫ້ເປັນ ຜົນຕໍ່ສາຍສໍາພັນ ລາວ-ໄທ ນີ້ນາ ລາວ-ໄທ ມີໂຄງການ ທີ່ຍັງຄ້າງ ຄາຢູ່ຫລາຍ ໂຄງການ ທີ່ຈະຕ້ອງ ໄດ້ສືບຕໍ່ ເຊັ່ນການຊື້ ຂາຍກະແສ ໄຟຟ້າການ ກໍ່ສ້າງຖນົນຫລວງ ທາງຣົດໄຟ ແລະອື່ນໆອີກ ຊຶ່ງອາດຈະ ເກີດການກະທົບຫາກ ທາງການໄທ ບໍ່ສາມາດ ສົ່ງຊາວມົ້ງ ລາວຄືນໃຫ້ໝົດ ຕາມທີ່ໄດ້ ກໍາໜົດໄວ້.