ຖິ້ມແລ້ວ ຖິ້ມອີກ, ກວາດແລ້ວ ກວາດອີກ. ຢູ່ກັນໄປ ແນວນີ້ ແລ໊ະ
2008.06.02
ແຫລ່ງຂ່າວ ທ້ອງຖິ່ນ ແຈ້ງ ຕໍ່ ທາງ ວິທຍຸ ເອເຊັຍ ເສຣີ ຫວ່າງ ມໍ່ໆ ມານີ້ ວ່າ: ທາງກາຣ ເທສບາລ ນະຄອນຫລວງ ວຽງຈັນ ຍັງ ມີ ບັນຫາ ທີ່ ຈະ ໃຫ້ ສາມາດ ກຳຈັດ ຄວາມເປື້ອນເປິະ ຕາມ ສະຖານທີ່ ສາທາຣະນະ ຕ່າງໆ ໃຫ້ໄດ້ ຍ້ອນວ່າ ຍັງມີ ກາຣຖີ້ມ ຂີ້ເຫຍື້ອ ຕາມລຳພັງ ຕລອດມາ. ບັນຫາ ດັ່ງກ່າວ ເຫັນໄດ້ ງ່າຍໆ ຈາກ ຄົນ ທີ່ ຂີ່ຣົຖ ຖີ້ມຖົງ ຢາງ ເຊັ່ນ ຖົງ ໃສ່ ສີິ່ງເສດເຫລືອ ຫລືຖົງ ນ້ຳກ້ອນ ທີ່ ຕົນ ໃຊ້ແລ້ວ ອອກ ທາງປ່ອງຢ້ຽມ ລົງໃສ່ ພື້ນ ຖນົນ ຫລື ຕາມແຄມ ທາງ ໃນ ຣະຫວ່າງ ທີ່ ຍານພາຫະນະ ກຳລັງ ແລ່ນ ຕາມ ແຕ່ລະ ເສັ້ນທາງ ໂດຽ ບໍ່ຄິດ ຂເຍືອງຄີງ ແຕ່ ປະກາຣ ໃດ ແລະ ກໍ ບໍ່ມີ ກາຣຍົກເວັ້ນ ວ່າ ເປັນ ບ່ອນ ທີ່ ສວຍງາມ ຫລື ບ່ອນ ຮົກເຮື້ອ ແລະ ກໍ ບໍ່ມີ ກາຣຈຳແນກ ໄດ້ ວ່າ ຊັ້ນຄົນໃດ ຫລືມີ ຣະດັບ ກາຣສຶກສາ ທີ່ ສູງ ຫລື ຕໍ່າ ພຽງໃດ ເປັນ ຜູ້ປະພືດ.
ກ່ຽວກັບ ເຣື່ອງ ນີ້, ຮອງ ຫົວໜ້າ ອົງກາຣ ພັທນາ ແລະ ບໍຣິຫາຣ ຕົວເມືອງ ວຽງຈັນ ໄດ້ ກ່າວ ວ່າ: ຍັງ ບໍ່ທັນມີ ກຸ່ມຄົນໃດ ທີ່ ຈະຮັກສາ ຄວາມສະອາດ ໃນ ຕົວເມືອງເອກ ຂອງ ລາວ ໃຫ້ເປັນ ແບບຢ່າງ ໄດ້ເທື່ອ ຊຶ່ງ ທ່ານ ເອງ ກໍ ຢືນຢັນ ທີ່ ປາກົດ ເຫັນມີ ກາຣຖີ້ມ ຖົງຢາງ ນ້ຳກ້ອນ ທີ່ ໃຊ້ໝົດ ແລ້ວນັ້ນ ອອກຈາກ ຣົຖ ທີ່ ຕິດປ້າຍ ຂອງ ທາງ ກະຊວງ ຢ່າງຈົບງາມ ລົງສູ່ ຫົນທາງ ກໍມີ ຊຶ່ງ ຖືເປັນ ກາຣອັບອາຍ ຂາຍໜ້າ, ໂດຽສະເພາະ ທີ່ ຊາວຕ່າງປະເທດ ເຂົ້າມາເຫັນ.
ເຈົ້າໜ້າທີ່ ລາວ ດັ່ງກ່າວ ໄດ້ ແຈ້ງເພີ່ມ ວ່າ: ກາຣທຳຄວາມສະອາດ ເປັນ ໜ້າທີ່ ຂອງ ປວງຊົນ ທຸກໆ ຄົນ, ໂດຽສະເພາະ, ຜູ້ມີ ໜ້າທີ່ ກາຣງານ ກໍ ຄວນ ທີ່ ຈະເຮັດ ເປັນ ແບບຢ່າງ ເພື່ອ ໃຫ້ ຄົນສາມັນ ທັມມະດາ ໄດ້ ຄ່ອຍ ປະຕິບັຕ ຕາມ ເຖິງຂັ້ນ ທີ່ວ່າ ຢາກ ໃຫ້ມີ ກາຣອອກຄຳສັ່ງ ເພື່ອ ປຸກຈິຕ ສຳນືກ ຂອງ ມວລຊົນ ພ້ອມ ໃຫ້ມີ ກາຣປັບໃໝ ໃສ່ໂທດ ຜູ້ຝ່າຝືນ ຖິ້ມຂີ້ເຫຍື້ອ ຊະຊາຍ ນັ້ນ ນຳດ້ວຍ.
ຄຳສັບ ຊອກຫາຂໍ້ມູນ: ອານາໄມ hygiene