ຢາແກ້ໄຂ້ຫວັດ tamiflu ອາຈແກ້ໂຣຄປອດບວມ

ຢາປ້ອງກັນ ໄຂ້ຫວັດໝູ tamiflu ອາດຈະຊ່ວຍ ປ້ອງກັນ ໂຣຄປອດບວມ ໃນຈໍາພວກ ທີ່ຍັງຢູ່ວັຍ ໜຸ່ມສາວໄດ້.

ຢາແກ້ໄຂ້ຫວັດ tamiflu ທີ່ນໍາອອກມາໃຊ້ ໃນຣະຫວ່າງທີ່ ໄຂ້ຫວັດໝູຣະບາດນັ້ນ ອາຈແກ້ໂຣຄປອດບວມ ໄດ້ສໍາລັບຜູ້ທີ່ ຢູ່ໃນວັຍໜຸ່ມ
ຢາແກ້ໄຂ້ຫວັດ tamiflu ທີ່ນໍາອອກມາໃຊ້ ໃນຣະຫວ່າງທີ່ ໄຂ້ຫວັດໝູຣະບາດນັ້ນ ອາຈແກ້ໂຣຄປອດບວມ ໄດ້ສໍາລັບຜູ້ທີ່ ຢູ່ໃນວັຍໜຸ່ມ (RFA)

0:00 / 0:00

ກົດຟັງສຽງ

ຢາ tamiflu ທີ່ໃຊ້ປ້ອງກັນ ຊາວໜຸ່ມ ຫລັງຈາກປ່ວຍ ຕິດເຊື້ອໂຣກ ໄຂ້ຫວັດໝູ ສາຍພັນ H1N1 ເມື່ອປີ 2009 ອາດຊ່ວຍປ້ອງກັນ ບໍ່ໃຫ້ ພວກຂະເຈົ້າ ມີອາການປ່ວຍ ເປັນໂຣກ ປອດບວມໄດ້. ຈາກການຢັ້ງຢືນ ຫລັງຈາກການ ສຶກສາຄົ້ນຄວ້າ ຢູ່ ສປຈີນ.

ເຖິງວ່າການແພ່ ລະບາດຂອງເຊື້ອໂຣກ ໄຂ້ຫວັດໝູ ສາຍພັນ H1N1 ຈະໝົດໄປແລ້ວ, ແຕ່ເຊື້ອວາຍຣັສ ຊນິດນີ້ ກໍຍັງເຈືອປົນ ຢູ່ກັບ ໄຂ້ຫວັດໃຫຍ່ ທີ່ພົບວ່າຍັງ ເຮັດໃຫ້ ຊາວໜຸ່ມແລະເດັກນ້ອຍ ໄດ້ຮັບຜົນກະທົບ ຮ້າຍແຮງໃນ ລະດູໄຂ້ຫວັດ. ການສຶກສາ ຄົ້ນຄວ້າຢູ່ ສປຈີນ ພົບວ່າການ ປິ່ນປົວ ໂດຍໃຊ້ຢາ tamiflu ຫລື ພາສາແພດໝໍ ຮ້ອງວ່າ oseltamivir ກັບຊາວໜຸ່ມນັ້ນ ອາດປ້ອງກັນບໍ່ໃຫ້ ພວກຂະເຈົ້າ ປ່ວຍຈາກໂຣກ ປອດບວມ ເຕັມສ່ວນຫລື ຢ່າງຮຸນແຮງໄດ້.

ນັກຄົ້ນຄວ້າ ຂຽນລົງ ໃນວາລະສານ ການແພດອັງກິດ ໃນມື້ວັນພຸດ ທີ 29 ກັນຍາ 2010 ວ່າຫລັງຈາກ ສັ່ງຢາ tamiflu ຫລື oseltamivir ໃຫ້ຊາວໜຸ່ມທີ່ ປ່ວຍຕິດ ເຊື້ອໂຣກ ໄຂ້ຫວັດໝູ ສາຍພັນ H1N1 ແລ້ວ ກໍເຫັນວ່າອາການ ຂອງໂຣກປອດບວມ ຂອງພວກຂະເຈົ້າ ກໍທຸເລົາ ໄປນຳອີກ. ຢາ tamiflu ເປັນຢາໃຊ້ ກຳຈັດ ໄຂ້ຫວັດ ໂດຍສະເພາະ.

ເຖິງຢ່າງໃດກໍຕາມ ມີລາຍງານ ຫລາຍໆກໍຣະນີ ທີ່ວ່າ ເຊື້ອໂຣກ ໄຂ້ຫວັດໝູ ສາຍພັນ H1N1 ສາມາດຕ້ານທານ ລິດຂອງຢາ tamiflu ໄດ້. ການສຶກສາ ຄົ້ນຄວ້າໃນຈີນ ນຳໂດຍ ດຣ. Hongjie Yu ແລະ ດຣ. Weizhong Yang ຈາກສູນກາງ ຄວບຄຸມ ແລະປ້ອງກັນໂຣກ ລະບາດຈີນ ໂດຍມີ ຜູ້ປ່ວຍຕິດ ເຊື້ອໂຣກ ໄຂ້ຫວັດໝູ ສາຍພັນ H1N1 ທັງໝົດ 1,291 ຄົນເຂົ້າຮ່ວມ ເມື່ອປີ 2009, ພົບວ່າຫລັງ ຈາກໃຊ້ຢາ oseltamivir, 76 ສ່ວນຮ້ອຍຂອງ ຜູ້ປ່ວຍມີ ອາຍຸ ສະເລັ່ຍ 20 ປີມີອາການ ດີຂຶ້ນຈາກ ໂຣກປອດບວມ.