ຜູ້ຕິດເຊື້ອ HIV/AIDS ຍອມ ເປີດເຜີຍ & ຮັບບໍຣິການ ຫຼາຍຂຶ້ນ (ຂ.ສວັນນະເຂດ)
2008.06.05
ດຣ.ຄຳຜາງ ສຸລິນພູມີ, ແພດຍິງ ປະຈຳ ສູນປິ່ນປົວ ຜູ້ຕິດເຊື້ອ HIV/AIDS ດ້ວຍຢາ ARV ແຂວງ ສວັນນະເຂດ ໄດ້ ເວົ້າເຖິງ ການເພີ່ມຂຶ້ນ ຫຼາຍສົມຄວນ ຂອງ ຈຳນວນ ຜູ້ຕິດເຊື້ອ ທີ່ ເຂົ້າມາ ຂໍຮັບ ບໍຣິການ ທີ່ ສູນ ດັ່ງກ່າວ ຍ້ອນ ການທີ່ ຜູ້ຕິດເຊື້ອ ກ້າເປີດເຜີຍແລະ ເຂົ້າມາ ຂໍຮັບ ບໍຣິການ ຫຼາຍຂຶ້ນ.
“ເຣື້ອງຄົນໄຂ້ ເຮົາມີ ເພີ່ມ ຈາກເດີມ ປະມານ 600 - 700 ຄົນ. ແຕ່ກ່ອນ ເຮົາມີ ປະມານ 400 - 500 ຄົນ ທີ່ ເຂົ້າບໍຣິການ, ເພາະວ່າ ຜູ້ຕິດເຊື້ອ ໃໝ່ ເຂົາກໍ ຕື່ນຕົວ ມາຮັບ ບໍຣິການ ຫຼາຍຂຶ້ນ. ປັດຈຸບັນ ເຮົາມີ ການຮອງຣັບ ຂອງ Global fund ຢູ່ແລ້ວ.”
ດຣ.ຄຳຜາງ ອະທິບາຍ ເພີ່ມວ່າ: ຈາກ ຈຳນວນ ຜູ້ຕິດເຊື້ອ ທີ່ ເພີ່ມຂຶ້ນ ມາເປັນ ເກືອບ 700 ຄົນ ນີ້, ຍ້ອນວ່າ ເຂົາເຈົ້າ ໝັ້ນໃຈ ໃນ ຣະບົບ ສາທາຣະນະສຸກ ຂອງ ທາງການ ທີ່ ສົມທົບ ກັບ ການຊ່ວຍເຫຼືອ ຈາກ ສາກົນ. ດັ່ງນັ້ນ, ຜູ້ຕິດເຊື້ອ ຊຶ່ງ ມີທັງ ຜູ້ທີ່ບໍ່ກ້າ ເປີດເຜີຍຕົວ, ຜູ້ຕິດເຊື້ອ ຮຸ້ນໃໝ່ ຮວມໄປເຖິງ ຜູ້ທີ່ ບໍ່ແນ່ໃຈ ກ່ຽວກັບ ສຸຂະພາບ ຂອງ ຕົນ ຈຶ່ງ ສມັກໃຈ ມາຂໍ ເຂົ້າຮັບ ບໍຣິການ ຫຼາຍຂຶ້ນ ຊຶ່ງ ແມ່ນຈະມີ ຄົນໄຂ້ ຫຼາຍ ກໍ່ຕາມ, ແຕ່ ທາງສູນ ກໍ ມາສາດ ດູແລ ເບິ່ງແຍງ ເຂົາເຈົ້າ ໄດ້ ເປັນຢ່າງດີ ແລະ ທົ່ວເຖິງ. ຄົນໄຂ້ ສ່ວນໃຫຍ່ ທີ່ ເຂົ້າມາ ນັ້ນ, ສ່ວນຫຼາຍ ມາຈາກ 5 ແຂວງ ພາກໃຕ້ ຂອງ ລາວ, ໂດຍມີ ກຸ່ມ ແຮງງານ ເຄື່ອນຍ້າຍ ເປັນ ກຸ່ມ ສຳຄັນ ຄືເກົ່າ ທີ່ ມາຂໍຮັບ ບໍຣິການ.
ຢ່າງໃດກໍ່ດີ, ຫຼັງຈາກ ການ ໄດ້ຮັບທຶນ ແລະ ວິຊາການ ຊ່ວຍເຫຼືອ ຈາກ ກອງທຶນໂລກ ທາງການ ລາວ ຈຶ່ງໄດ້ ເລີ່ມ ເປີດ ບໍຣິການ ສູນປິ່ນປົວ ຜູ້ຕິດເຊື້ອ HIV/AIDS ດ້ວຍຢາ ARV ແຫ່ງທີ 2 ຂອງ ປະເທດ ທີ່ ນະຄອນຫຼວງ ວຽງຈັນ ເມື່ອ ປີ ຜ່ານມາ. ເວລາ ນີ້ ສູນ ທີ່ ນະຄອນຫຼວງ ວຽງຈັນ, ຊຶ່ງ ສ້າງຕັ້ງ ຂຶ້ນ ທີ່ ໂຮງໝໍ ເສດຖາທິຣາດ, ມີ ຜູ້ຕິດເຊື້ອ ໃນ ການດູແລ ປະມານ 200 ຄົນ ແລະ ທາງການ ຍັງກຽມ ຈະຂຍາຍ ຕາໜ່າງ ການດູແລ ໄປ ຍັງ ໂຮງໝໍ ມະໂຫສົດ ນຳອີກ. ນອກຈາກນີ້ ແລ້ວ, ໃນ ທ້າຍປີນີ້ ທາງການ ຍັງ ຈະ ຂຍາຍ ສູນ ປິ່ນປົວ ໄປຍັງ ແຂວງ ຫຼວງພະບາງ ເພື່ອ ເປັນ ສູນກາງ ຮອງຮັບ ຜູ້ຕິດເຊື້ອ ທາງເຂດ ພາກເໜືອ ນຳອີກ, ຕລອດຮອດ ແຜນການ ຈະຂຍາຍ ສູນ ໄປຍັງ ແຂວງ ຈຳປາສັກ ໃນ ກາງປີ 2009 ເພື່ອ ເປັນ ສູນກາງ ຮອງຮັບ ຜູ້ຕິດເຊື້ອ ໃນ 4 ແຂວງ ພາກໃຕ້.
ຕາມ ຕົວເລກ ຫລ້າສຸດ, ນັບແຕ່ ປີ 1996 ມາຮອດ ຕົ້ນປີ 2008 ນີ້, ລາວ ສາມາດ ກວດ ຜູ້ຕິດເຊື້ອ HIV/AIDS ໄດ້ແລ້ວ ຫຼາຍກວ່າ 2,400 ຄົນ. ດັ່ງນັ້ນ, ຈາກ ແຜນການ ຕັ້ງ ສູນບໍຣິການ ຮອງຮັບ ຜູ້ຕິດເຊື້ອ ທີ່ ທົ່ວເຖິງ ແລະ ຄົບ ທຸກພາກ ອາດ ເຮັດໃຫ້ ເຫັນ ສະພາບການ ຕົວຈິງ ຂອງ ຈຳນວນ ຜູ້ຕິດເຊື້ອ ໃນ ລາວ ທີ່ ສູງຂຶ້ນ ກວ່ານີ້ ພໍສົມຄວນ.
ຄຳສັບ ຊອກຫາຂໍ້ມູນ: ໂຣຄຕິດຕໍ່ communicabledisease