0:00 / 0:00
ກອງປະຊຸມດັ່ງກ່າວ ຈັດຂຶ້ນຢູ່ທີ່ ຫ້ອງປະຊຸມພຽງໃຈ ໂຮງແຮມໜອງຄາຍ Grand ເມືອງແລະແຂວງໜອງຄາຍ ໂດຍຮ່ວມກັບຜແນກ ສາທາຣະນະສຸຂ ນະຄອນຫລວງວຽງຈັນ ສໍານັກງານປ້ອງກັນ ຄວບຄຸມໂຣກ ແຂວງຂອນແກ່ນ ສໍານັກງານ ສາທາຣະນະສຸຂ ແຂວງໜອງຄາຍ.
ໃນນັ້ນມີການຝຶກຊ້ອມ ຄວາມພ້ອມ ການປະສານງານ ຂອງໜ່ວຍງານທີ່ກ່ຽວຂ້ອງຕ່າງໆ ຖ້າຫາກມີໂຣກຣະບາດ ເກີດຂຶ້ນ ໂດຍສະເພາະໂຣກອະຫິວາຕະກະໂຣກ ທີ່ມີໂອກາດ ເກີດຂຶ້ນໄດ້ງ່າຍ ກວ່າໂຣກຣະບາດ ຊນິດອຶ່ນ. ມີການຊ້ອມການດໍາເນີນງານ ຜ່ານດ່ານກວດຄົນ ເຂົ້າເມືອງທີ່ດ່ານ ຂົວມິຕພາບລາວ-ໄທ ແລະ ຝຶກຊ້ອມກ່ຽວກັບ ບົດບາດໜ້າທີ່ ຂອງແຕ່ລະໜ່ວຍງານ.
ມີເຈົ້າໜ້າທີ່ຜແນກ ສາທາຣະນະສຸຂ ນະຄອນຫລວງວຽງຈັນ ໜ່ວຍງານ ທີ່ກ່ຽວຂ້ອງຂອງໄທ ທັງໃນແຂວງໜອງຄາຍ ແຂວງອຸດອນ ເຂົ້າຮ່ວມປະຊຸມ ຮວມທັງໝົດ 30ຄົນ.