ຣະດົມ ປະຊາຊົນ ໃຫ້ໃຊ້ ນໍ້າສະອາດ ພາຍຫລັງ ນໍ້າຖ້ວມ

ເຈົ້າໜ້າທີ່ ທາງກາຣກ່ຽວຂ້ອງ ຂອງລາວ ແນະນຳ ໃຫ້ປະຊາຊົນ ໃຊ້ແຕ່ ນ້ຳທີ່ສະອາດ ຫລັງຈາກ ນ້ຳຖ້ວມ ເພື່ອຄວາມປອດໄພ ແກ່ສຸຂພາບ.
ຫວາດ ສີມູນ ຣາຍງານ
2008.08.30

ຫລັງຈາກ ສະພາບນ້ຳຖ້ວມໄດ້ບົກແຫ້ງລົງ ເປັນປົກຕິ ແລ້ວນັ້ນ ທາງກາຣ ກ່ຽວຂ້ອງ ຂອງລາວກໍສືບຕໍ່ແນະນຳ ໃຫ້ປະຊາຊົນໄດ້​​ໃຊ້ແຕ່ນ້ຳທີ່ສະອາດແລະ ເຖີງແມ່ນວ່າ ນ້ຳໃຊ້ນັ້ນ ຈະເປັນນ້ຳບາດາລ ບໍ່ນ້ຳສ້າງ ນ້ຳຂອງຫລືຕາມແມ່ນ້ຳສາຂາຕ່າງໆກໍຕາມ ຄວນຈະ​​ ແກວ່ງຫີນສົ້ມ ໃຫ້ໃສເສັຽກ່ອນ ພ້ອມຄວນຕົ້ມ ໃຫ້ຟົດ ແລະ ສຸກຕາມ ມາຕຖານ ກ່ອນຈະນຳໄປ ບໍຣິໂພຄ ດັ່ງເຈົ້າໜ້າທີ່ ຈາກກະຊວງສາທາຣະນະສຸຂ ຜູ້ໜື່ງ ໄດ້ກ່າວວ່າ:

ຂໍໃຫ້ ຣະມັດຣະວັງ ຂໍໃຫ້ດື່ມ ນ້ຳສະອາດ ກາຣຊອກຫາ ນ້ຳສະອາດ ກໍແມ່ນ ນ້ຳດື່ມບໍຣິສຸທ ຖ້າວ່າບໍ່ມີນ້ຳດື່ມກໍໃຊ້ນ້ຳຂອງຫລື ນ້ຳຝົນແຕ່ວ່າ ຕ້ອງໃຫ້ໄດ້ ມັນໃສ

ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້​​ເນັ້ນວ່າ: ຖ້າປະຊາຊົນ ຫາກນຳເອົານ້ຳຈ າກແມ່ນ້ຳລຳຄອງ ຕ່າງໆ ມາໃຊ້ນັ້ນ ກໍຢາກໃຫ້ກວດສອບເບີ່ງວ່າ ສະອາດພຽງພໍ ຫລືບໍ ແລະ ໂດຽສະເພາະ ຖ້າຈະເອົາມາ ດື່ມມາກິນກໍຄວນ ຈະຕົ້ມໃຫ້ຟົດໆເພື່ອຂ້າເຊື້ອໂຣຄ ຫລື ແບຄທີເຣັຽ ຕ່າງໆ ທີ່ອາຈຈະ ກໍ່ໃຫ້ເກີດ ໂຣຄທີ່ຮ້າຍແຮງຂື້ນມາ ໄດ້ໂດຽສະເພາະ ​​ໃນເຂຕພື້ນທີ່ຕາມແຂວງຕ່າງໆ ທີ່ຢາກໃຫ້ ປະຊາຊົນເອົາໃຈໃສ່ ​​ເພື່ອປ້ອງກັນເປັນພິເສດ ດັ່ງທີ່ທ່ານ ໄດ້ກ່າວ ຢ້ຳອີກວ່າ:

ຣະຍະນີ້ກໍອາຈຈະຂາດເຂີນເປັນນ້ຳ ທາງແຜນກ ສາທາຣະນະສຸຂ ຢາກຈະຂໍແນະນຳ ໃຫ້ປະຊາຊົນ

ຢູ່ບ່ອນທີ່ ມີນ້ຳຖ້ວມນັ້ນເອົາໃຈໃສ່ ເຣື່ອງກາຣປ້ອງກັນຮັກສາ ສຸຂພາບ

ເຖີງຢ່າງໃດກໍຕາມເຊື້ອໂຣຄ ຕ່າງໆທີ່ທາງເຈົ້າໜ້າທີ່ ວ່າ ມັກຈະມາກັບ ນ້ຳສົກປົກຫລື ມາກັບນ້ຳຖ້ວມນັ້ນ ກໍປະກອບດ້ວຍເຊື້ອໂຣຄ ຕາແດງ ຖອກທ້ອງ ອະຫິວາ ຍ່ຽວໜູ ຕີນມືເປື່ອຽແລະອື່ນໆຫລາຍຊນິດນຳດ້ວຍ​.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.