ວັກຊີນກັນໄຂ້ຫວັດໝູ ຍັງຂາດແຄນຢູ່ລາວ

ທາງກາຣລາວ ຍັງຂາດແຄນ ວັຄຊີນປ້ອງກັນ AH1N1 ສໍາລັບ ບໍຣິກາຣ ແກ່ປະຊາຊົນ ໃນທົ່ວປະເທສ.

0:00 / 0:00

ທາງກະຊວງ ສາທາຣະນະສຸຂ ສປປລາວ ຍັງຈະສັກຢາ ປ້ອງກັນເຊື້ອໂຣຄ ໄຂ້ຫວັດໝູສາຍພັນ AH1N1 ໃຫ້ປະຊາຊົນ ທີ່ເປັນກຸ່ມສ່ຽງ ແລະ ເຈົ້າໜ້າທີ່ແພທໝໍ ຕາມໂຮງພຍາບາລ ຕ່າງໆທີ່ຕ້ອງ ເຂົ້າໃກ້ຄົນປ່ວຍ ແຕ່ປັຈຈຸບັນ ມີຢາວັຄຊີນພຽງ 660,000 ເຂັມ ເທົ່ານັ້ນ ໃນທົ່ວປະເທສ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງໃນ ນະຄອນຫລວງ ວຽງຈັນ ທ່ານໜຶ່ງໄດ້ກ່າວວ່າ:

“ປັຈຈຸບັນນີ້ ປະເທສຂອງພວກເຮົາ ກໍໄດ້ຮັບກາຣ ຊ່ວຍເຫລືອດ້ານ ວັຄຊີນທີ່ຈະມາສັກ ໃຫ້ກຸ່ມເປົ້າໝາຍ 3 ກຸ່ມ ເພາະເຮົາບໍ່ມີ ວັຄຊີນພຽງພໍ ທີ່ຈະສັກ ໃນທົ່ວປະເທສ ກໍເລີຽຕົກລົງກັນວ່າ ຈະສັກໃຫ້ກຸ່ມ ເປົ້າໝາຍ 3 ກຸ່ມນີ້ ເສັຽກ່ອນ”.

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ກ່າວ ເພີ່ມວ່າ ສາມກຸ່ມໃນເປົ້າໝາຍ ທີ່ຈະໄດ້ຮັບກາຣ ສັກຢາກັນພຍາຕ ໄຂ້ຫວັດໝູ AH1N1 ດັ່ງກ່າວກໍຮວມທັງ ຄະນະທ່ານໝໍ ເຈົ້າໜ້າທີ່ ຕາມໂຮງພຍາບາລ ແລະຕໍ່ມາກໍແມ່ນ ກຸ່ມແມ່ຍິງຖືພາ ຊຶ່ງມີປະມານ 10,000 ຄົນ ໃນທົ່ວປະເທສ ແລະກຸ່ມທີ່ 3 ກໍຄືຜູ້ປ່ວຍ ເຈັບເປັນ ໂຣຄເບົາຫວານ ຫລືເປັນຫືດ ຕ່າງໆ.

ພ້ອມດຽວກັນນີ້ ທ່ານກໍກ່າວເນັ້ນວ່າ ທາງກະຊວງ ສາທາຣະນະສຸຂ ກໍຈະຈັດສົ່ງບັນດາ ເຈົ້າໜ້າທີ່ຝ່າຍກາຣ ແພທປະມານ 2,000 ຄົນ ລົງໄປໃຫ້ເຖິງ ກຸ່ມເປົ້າໝາຍ ໃນທົ່ວປະເທສ ເຣີ່ມແຕ່ເດືອນພຶສພາ ນີ້ເປັນຕົ້ນໄປ ແລະວ່າ ສະເພາະຜູ້ທີ່ ຕ້ອງກາຣ ຢາກຈະສັກຢາ ເພື່ອປ້ອງກັນເຊື້ອໂຣຄ ດັ່ງກ່າວ ກໍສາມາດເຂົ້າໄປ ຕິດຕໍ່ກັບ ເຈົ້າໜ້າທີ່ ປະຈຳໂຮງໝໍແຂວງ ໂດຽຈະພິຈາຣະນາ ຈາກກາຣກວດ ສຸຂພາບຮ່າງກາຍ ວ່າມີຄວາມແຂງແຮງ ພຽງພໍຫລືບໍ?