ລາວ ອາຈບໍ່ເກັບຄ່າຄອດລູກ

ກະຊວງ ສາທາຣະນະສຸກ ສປປລາວ ກຳລັງພິຈາຣະນາ ນະໂຍບາຍ ບໍ່ເກັບຄ່າໃຊ້ຈ່າຍແກ່ຜູ້ຍີງ ທີ່ຈະເກີດລູກ ໃນໂຮງພຍາບານ ໃນລາວ ໃນອານາຄົດ.
ສິດນີ
2009.03.26
F-Mother-Baby ແມ່ແລະເດັກທີ່ຫາກໍ່ທຳຄອດຢູ່ໂຮງພຍາບານ
Photo: RFA

ການທີ່ກະຊວງ ສາທາຣະນະສຸກ ລາວ ມີແຜນການທີ່ ຈະບໍ່ເກັບຄ່າ ໃຊ້ຈ່າຍສຳລັບ ຜູ້ຍີງທີ່ຈະ ມາຄອດລູກທີ່ ໂຮງພຍາບານ ນັ້ນ ກໍ່ເພື່ອຊ່ວຍເຫລືອ ປະຊາຊົນ ຜູ້ທີ່ ທຸກຈົນ ແລະເພື່ອລຸດຜ່ອນ ການຕາຍຂອງ ແມ່ຍີງ ຍ້ອນການອອກລູກ ໃນເຮືອນລົງ ໂດຍສເພາະໃນ ເຂດຊົນນະບົດ ທີ່ກຳລັງ ປະຕິບັດກັນ ຢູ່ໃນເວລານີ້ ດັ່ງເຈົ້າຫນ້າ ທີ່ຈາກ ໂຮງພຍາບານ ແມ່ແລະເດັກ ນາງນື່ງເວົ້າວ່າ:

ຣັຖບານຈະເບີ່ງ ຄືນໃຫມ່ວ່າ ພວກເຮົາຈະໃຫ້ ບໍຣິການ ອັນໃດຟຣີກັບ ແມ່ແລະເດັກ ໂດຍສເພາະ ເຮື້ອງການເກີດລຸູກ ຄິດວ່າໂອກາດ ອັນໃກ້ໆນີ້ ຮັຖບານຈະ ພຍາຍາມ ແກ້ໃຂໃຫ້ ແມ່ຍີງມາເກີດ ລູກທີ່ໂຮງ ຫມໍຟຣີ  ໂດຍທີ່ບໍ່ຄິດຄ່າ.

ນາງວ່າ ການເກີດລູກທີ່ ໂຮງພຍາບານ ໃນລາວ ໃນເຂດຕົວເມືອງ ມີພຽງແຕ່ 20 ສ່ວນຮ້ອຍເທົ່ານັ້ນ ສ່ວນເຫລືອ 80 ສ່ວນຮ້ອຍ ແມ່ນເກີດໃນເຂດ ຊົນນະບົດ ທີ່ເຮັດ ໃຫ້ຄວາມສ່ຽງ ຂອງການຕາຍຂອງ ຜູ້ເປັນແມ່ຫລາຍ ຂື້ນເພາະຄອດລູກ ເອງໃນເຮືອນ, ທາງການຢາກ ຊັກຊວນໃຫ້ ຂະເຈົ້າມາຄອດ ລູກທີ່ ໂຮງພຍາບານ ໃນເມືອງ ແຕ່ເລື້ອງຄ່າໃຊ້ ຈ່າຍແລະການເດີນ ທາງເປັນບັນຫາ ແກ່ພວກຂະເຈົ້າ ໃນເວລານີ້.

ປັດຈຸບັນ ການຕາຍຂອງ ຜູ້ຍີງຈາກການ ຄອດລູກໃນເຮືອນ ຍັງສູງຢູ່ ໃນລາວ ທາງການຢາກລຸດ ອັຕຣາການຕາຍລົງ ໃນອານາຄົດ ຈື່ງພິຈາຣະນາ ບໍ່ເກັບຄ່າໃຊ້ຈ່າຍ ແກ່ພວກຂະເຈົ້າ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.