ສະຫະຣັດອາຈເປັນບ່ອນ ເພາະພັນຂອງເຊື້ອໂຣຄ
2010.05.28
ອັນນີ້ເປັນຄຳເຫັນ ທີ່ແຕກຕ່າງກັບ ຄວາມເຊື່ອທີ່ເຄີຽ ມີມາໃນເມື່ອກ່ອນ ທີ່ວ່າເຊື້ອພຍາທ ສ່ວນຫລາຍ ມັກຈະແພ່ຂຍາຍ ໄປຈາກ ປະເທສຈີນ ແລະປະເທສ ໃນເຂຕ ເອເຊັຽ ຕາເວັນອອກສ່ຽງໃຕ້.
ບັນດາຄນະທີມ ດຳເນີນກາຣຄົ້ນຄວ້າ ຈາກສະຖາບັນ ກາຣແພທຂອງ ມະຫາວິທຍາລັຍ Michigan ແລະຣັຖ Florida ວ່າ ເຊື້ອໂຣຄ ໄຂ້ຫວັດໝູ ສາຍພັນໃໝ່ຊນິດ A/H1N1 ທີ່ພົບເຫັນຣະບາທ ຂຶ້ນໃນພາຄໃຕ້ ຂອງສະຫະຣັຖ ໃນປີຜ່ານມານັ້ນ ກໍອາຈຍັງບໍ່ທັນ ຖືກກຳຈັດ ໃຫ້ໝົດສິ້ນໄປ ແຕ່ຢ່າງໃດແລະ ອາຈມີບາງສ່ວນ ໄດ້ແພ່ ຣະບາທໄປເຖິງ ຫລາຍປະເທສ ໃນທະວີບ ອະເມຣິກາໃຕ້ ກໍເປັນໄດ້.
ທ່ານ Trevor Beford ຈາກ ມະຫາວິທຍາລັຍ Michigan ໜຶ່ງໃນບັນດາ ນັກວິຈັຍຄົ້ນຄວ້າ ກ່ຽວກັບກາຣແພ່ ຣະບາທຂອງເຊື້ອໂຣຄ ໄຂ້ຫວັດໝູ ສາຍພັນໃໝ່ ດັ່ງກ່າວ ທີ່ໄດ້ນຳເອົາ ຜົລຂອງກາຣສຳຣວຈ ອອກເຜີຽແພ່ໃນ ນິຕຍະສາຣ ກາຣແພທ PLoS Pathogens ວ່າ ພື້ນທີ່ໃນ ປະເທສຈີນ ແລະເຂຕເອເຊັຽ ຕາເວັນອອກ ສ່ຽງໃຕ້ ເປັນເຂຕທີ່ມີ ສະພາບອາກາສ ທີ່ເໝາະສົມ ທີ່ອາຈເຮັດໃຫ້ ເຊື້ອໂຣຄແພ່ຣະບາທ ໄປໃນເຂຕອື່ນ ແຕ່ໃນຂນະດຽວກັນ ເຂຕພື້ນທີ່ ໃນສະຫະຣັຖ ກໍເປັນເຂຕມີ ສ່ວນເຮັດໃຫ້ກາຣ ແພ່ຣະບາທຂອງ ເຊື້ອໂຣຄທີ່ຮ້າຍແຮງ ດັ່ງກ່າວແພ່ຣະບາທ ໄດ້ຢ່າງງ່າຍດາຍ ເຊັ່ນກັນ.