ວຽດນາມ ວາງແຜນຮັບມື ເຊື້ອ ໄຂ້ຫວັດໝູ
2009.06.17

ແຜນການຮອງຮັບ ສະພາບການ ທີ່ນຶ່ງ-ໃນເມື່ອ ມີຈໍານວນຄົນ ຕິດເຊືອໂຣກນີ້ ມີເຖິງ500ຄົນ ໂຮງພະຍາບານ ພະຍາດເມືອງຮ້ອນ ນະຄອນ ໂຮ່ຈີມິນ ທີ່ບັນຈຸ ຕຽງນອນຄົນປ່ວຍ ໄດ້550ຕຽງ ຈະຖືກໃຊ້ເປັນ ບ່ອນປິ່ນປົວຜູ້ ຕິດເຊືອໂຣກນີ້.
ໃນຂະນະດຽວກັນ ໂຮງພະຍາບານ Pham Ngoc Thach ໂຮງໝໍເດັກນ້ອຍ ນໍ້າເບີນຶ່ງແລະ ນໍ້າເບີສອງ ຈະເພີ້ມຕຽງນອນ ຕື່ມອີກ 50ຕຽງນອນ ເພື່ອແຍກຄົນ ຕິດເຊື້ອໂຣກ. ແຜນການຮອງຮັບ ທີສອງ ໃນເມື່ອມີຄົນ ຕິດເຊື້ອໂຣກ ໄຂ້ຫວັດມີເຖິງ 500-1,000ຄົນ ຈະໃຊ້ ໂຮງພະຍາບານ ຢູ່ໃນເມືອງ ທີ່ມີຕຽງນອນ ຜູ້ປ່ວຍ 450ຕຽງນອນຕື່ມ ເປັນບ່ອນປິ່ນປົວ ຄົນຕິດເຊື້ອໂຣກ.
ແຜນການຮັບຮອງ ທີສາມ ໃນກໍຣະນີ ທີ່ເຊື້ອໂຣກ ຣະບາດຂື້ນຢ່າງ ຕິດຕໍ່ ແລະມີຄົນຕິດ ເຊື້ອໂຣກຫລາຍກ່ວາ 1,000ຄົນຂື້ນໄປ ຈະໃຊ້ໂຮງຮຽນ ມັທຍົມສອງ ແຫ່ງ ຢູ່ໃນເຂດເມືອງ Cu Chi ແລະ thu duc ເພື່ອປ່ຽນໃຫ້ເປັນ ໂຮງພະຍາບານ ຊົ່ວຄາວທີ່ມີ 2,000ຕຽງນອນ ເປັນບ່ອນປິ່ນປົວ ຄົນຕິດເຊືອໂຣກ.
ໃນສາມແຜນຮັບມື ການແຜ່ຣະບາດ ຂອງເຊື້ອໂຣກນີ້ ທາງການວຽດນາມ ໄດ້ຕັ້ງ ງົບປະມານໄວ້ ປະມານ 7ລ້ານກັບ 6ແສນusd.