ວຽງຈັນ ຫ້າມສູບຢາ ໃນທີ່ ສາທາຣະນະ
2009.05.18
ນະຄອນຫລວງ ວຽງຈັນ ປະກາດ ໃຫ້ສະຖານທີ່ ຣາຊການ, ສະຖານທີ່ ສາທາຣະນະ ເປັນບ່ອນ ປອດ ຢາສູບເດັດຂາດ ຕາມການ ຢັ່ງຫາງສຽງ ຂອງ ປະຊາຊົນ ໃນເຂດ ນະຄອນຫລວງ. ປະຊາຊົນໃນ ນະຄອນຫລວງ ວຽງຈັນ ຫລາຍກວ່າ 60 ສ່ວນຮ້ອຍ ເຫັນວ່າຄວນ ຫ້າມສູບຢາ ໃນສະຖານທີ່ ສາທາຣະນະ ຢ່າງເດັດຂາດ ແລະອີກ 40 ສ່ວນຮ້ອຍ ເຫັນວ່າ ຄວນສູບຢາໄດ້ ຢູ່ບາງບ່ອນ.
ເຈົ້າໜ້າທີ່ ສາທາຣະນະສຸຂ ທີ່ກ່ຽວຂ້ອງ ໃນນະຄອນຫລວງ ເຜີຍວ່າ ນະຄອນຫລວງ ວຽງຈັນ ແກ້ໃຂບັນຫາ ການສູບຢາ ໃນສະຖານທີ່ ສາທາຣະນະ ຢ່າງເອົາຈິງ ເອົາຈັງ ເພື່ອສ້າງ ບັນຍາກາດ ໃຫ້ສະອາດ ແລະປອດມົລພິດ ຈາກຄວັນຢາສູບ ໂດຍສົ່ງເສີມ ໃຫ້ປະຊາຊົນ ທົ່ວໄປ ປະຕິບັດຕາມ ໃຫ້ຫລາຍທີ່ສຸດ. ທັງນີ້ກໍເນື່ອງ ຈາກວ່າ ຄວັນຢາສູບ ເປັນໄພອັນຕຣາຍ ຕໍ່ຊີວິດຂອງ ທູກຄົນ.
ເພິ່ນມີການ ລົນນະຣົງ ຢູ່ຮ້ານອາຫານ ຢູ່ຕາມຮ້ານ ບັນເທິງ ຢູ່ຕາມໂຮງຮຽນ ຢູ່ຕາມ ສະຖານທີ່ ຊຸມຊົນ ແລ້ວມັນ ກໍມີການ ປິດ ຫ້າມສູບ ແລ້ວກໍ ຄຽງຄູ່ກັບ ໂຄສນາ ຕົວນີ້ແລ້ວ ກໍເອົາ ໂປສເຕີ ຕິດຕາມ ໂຮງຮຽນ ຫຍັງແລ້ວ ແລະກໍມີ ຢູ່ ສະພາແຫ່ງຊາດ ດຽວນີ້ ເພິ່ນກໍເຮັດ ກົດໝາຍ ວ່າດ້ວຍ ການຄວບຄຸມ ຢາສູບ.
ທາງການລາວ ໄດ້ກໍານົດເຂດ ປອດຄວັນຢາສູບ ຢູ່ ນະຄອນຫລວງ ວຽງຈັນ ຢ່າງເດັດຂາດ ຕາມຫ້ອງການ ຫ້ອງກວດພະຍາດ ໂຮງຮຽນ ແລະ ສະຖານສຶກສາ ຕ່າງໆ ທັງພາກຣັຖ ແລະ ພາກເອກກະຊົນ ຮວມໄປເຖິງ ບ້ານພັກໂຮງແຮມ ຮ້ານອາຫານ ສະຖານບັນເທິງ ສະຖານທີ່ ທ່ອງທ່ຽວ ແລະ ສາທາຣະນະ ຕ່າງໆໂດຍ ຕ້ອງຕິດປ້າຍ ຫ້າມສູບຢາດ້ວຍ.
ສໍາລັບບ່ອນ ສູບຢາ ໃນສະຖານທີ່ ຕ່າງໆຈະຕ້ອງ ສ້າງຫ້ອງແບບປິດ ທີ່ມີຣະບົບ ຣະບາຍອາກາດ ແລະມີການ ຕິດປ້າຍໃສ່ ເຊັ່ນກັນ.
ນະຄອນຫລວງ ວຽງຈັນ ຂະນະນີ້ ຢູ່ຣະຫວ່າງການ ກະກຽມ ການປະກາດ ໃຫ້ເປັນເຂດ ປອດຄວັນຢາສູບ ກ່ອນໜ້າ ຈະເປັນເຈົ້າພາບ ຈັດງານ ມະຫາກັມ ກິລາ SEA Games ຄັ້ງທີ 25 ໃນປີ 2009 ນີ້ ແລະເມື່ອຮອດ ປີ 2010 ກໍຈະຈັດການ ສເລີມສລອງ ນະຄອນຫລວງ ຄົບຮອບ 450 ປີ.