ໄຂ້ມະເລເຣັຍ ໃນເຂດສອກຫລີກ
2009.04.29

ໄຂ້ມະເລເຣັຍ ທີ່ເກີດຈາກ ຍຸງ ຍັງເປັນບັນຫາ ຕໍ່ສຸຂພາບ ທີ່ມີຄວາມສ່ຽງສູງ ຕໍ່ປະຊາຊົນ ໃນເຂດສອກຫລີກ ຫ່າງໄກ ໃນທົ່ວປະເທດ ຢູ່, ຊຶ່ງສາທາຣະນະສຸກ ພະຍາຍາມ ເອົາໃຈໃສ່ ແຈກຍາຍ ມຸ້ງຍ້ອມຢາ ແລະ ວັກຊິນ ໃນເບື້ອງຕົ້ນ.
ໃນໂອກາດ ວັນມະເລເຣັຍ ໂລກ, ວັນທີ 25 ເມສາ, ກະຊວງສາທາຣະນະສຸກ ນະຄອນຫລວງວຽງຈັນ ໄດ້ຈັດງານ ມະເລເຣັຍ ໂລກ ປະຈໍາປີ 2009 ຂຶ້ນ, ໂດຍໃຫ້ຄວາມຮູ້ ແລະ ພັຍ ອັນຕຣາຍ ຂອງໄຂ້ມະເລເຣັຍ, ພ້ອມກັບ ການເບິ່ງແຍງ ຮັກສາ ໃນເບື້ອງຕົ້ນ.
ທ່ານ ຄໍາພົງ ສຣິເກດມະນີ, ຈາກຫ້ອງການ ເຝົ້າຣະວັງ ໂຣກໄຂ້ຍຸງ ກາຝາກ ແລະ ແມງໄມ້, ກ່າວວ່າ:
“ໄຂ້ຍຸງ ຫລື ໄຂ້ມະເລເຣັຍ ດຽວນີ້ ມາຕການ ເຝົ້າຣະວັງ ພວກເຮົາ ກໍໄດ້ຕິດຕາມ ທຸກລະຍະ ຂັ້ນເມືອງ, ຂັ້ນແຂວງ ກໍໄດ້ຕິດຕາມ ເປັນປະຈໍາ, ຕິດຕາມເດືອນລະຄັ້ງ, ປີຜ່ານມາ ຊ່ວງທີ່ສ່ຽງ ການຣະບາດ ຕົກຣະຫວ່າງ ເດືອນ 7-9 ຊ່ວງຝົນຕົກ.”
ໃນແຂວງທາງພາກໃຕ້ ຂອງລາວ ຈະເປັນເຂດ ທີ່ມີຊົນເຜົ່າ ດໍາຣົງຊີວິດຢູ່ ໂດຍການເຮັດໄຮ່ ຢູ່ໃນປ່າ ທີ່ຫ່າງໄກ ຈາກໂຕເມືອງ, ຊຶ່ງຄົນກຸ່ມດັ່ງກ່າວ ຈະມີບັນຫາ ຫລາຍກ່ວາໝູ່ ໃນການຕິດເຊື້ອໂຣກ ມາເລເຣັຍ ແລະ ເສັຍຊີວິດໄປ ຈໍານວນບໍ່ໜ້ອຍ. ໃນແຕ່ລະປີ ຫ້ອງການ ເຝົ້າຣະວັງໂຣກ ໄຂ້ຍຸງ ກາຝາກ ແລະ ແມງໄມ້ ໃນແຂວງຕ່າງໆ ທົ່ວປະເທດ ຮັບຄໍາສັ່ງ ຈາກສ່ວນກາງ ໃຫ້ເອົາໃຈໃສ່ ລົງສໍາຣວດ ອົບຮົມ ໃຫ້ຄວາມຮູ້ ແກ່ປະຊາຊົນ ໃນການປ້ອງກັານ ແລະ ຮ່ວມເຝົ້າ ຣະວັງ ບ້ານຕ່າງໆ, ທໍາລາຍ ແຫລ່ງເພາະພັນ ໜອນນໍ້າ ຍຸງລາຍ, ພ້ອມທັງສີດພົນຢາ ຂ້າຍຸງ ແລະ ໜອນນໍ້າ ທົ່ວບໍຣິເວນ ທີ່ເຄີຍພົບເຫັນເຊື້ອໄຂ້ເລືອດອອກ ໃນລະຍະ 10 ແມັດ ຮອບດ້ານ ໃນຊ່ວງຣະດູຝົນ.