ມີຂໍ້ສເນີບັນຫາ ສາທາຣະນະສຸກ ໃນສະພາ

ສະມາຊິກ ສະພາ ແຫ່ງຊາດ ສເນີໃຫ້ເອົາ ບັນຫາ ສາທາຣະນະສຸກ ເຂົ້າໃນເປົ້າໝາຍ ການຫລຸດຜ່ອນ ຄວາມທຸກຍາກ ໃນລາວ.
ມະນີຈັນ
2010.07.01

ສາດຕຣາຈານ ດຣ. ພອນເທບ ພົລເສນາ ສະມາຊິກສະພາ ແຫ່ງຊາດ ແຂວງຈໍາປາສັກ ສະເນີໃຫ້ຣັຖບານ ແລະໜ່ວຍງານ ທີ່ກ່ຽວຂ້ອງຍົກ ເອົາບັນຫາ ສາທາຣະນະສຸກ ຂອງປະຊາຊົນ ເຂົ້າໃນ ນະໂຍບາຍ ການແກ້ໄຂບັນຫາ ຄວາມທຸກຍາກ ເພາະຄວາມທຸກຍາກ ໃນປັຈຈຸບັນ ສົ່ງຜົລກະທົບ ໂດຍກົງໃສ່ ສຸຂພາບຂອງ ປະຊາຊົນ ຊຶ່ງຣັຖບານ ຕ້ອງແກ້ໄຂ ຢ່າງຮີບດ່ວນ:

"ແຕ່ພວກເຮົາ ບໍ່ໄດ້ເວົ້າ ບັນຫາສໍາຄັນ ຕິດພັນກັບຄວາມ ທຸກຍາກ ຄືການຂາດ ສານອາຫານ ອັນນີ້ແມ່ນສໍາຄັນ ເພາະຄົນລາວ ເອົາສ່ວນຫລາຍ 40% ໝາຍຄວາມວ່າ 10 ຄົນໃນ 4 ຄົນນີ້ເຕັ້ຽຢູ່ ຊົນນະບົດ ເດັກນ້ອຍນະເຕັ້ຽ ຫລຸດ 5 ປີ ບໍ່ໄດ້ມາຕຖານ".

ການແກ້ໄຂ ບັນຫາຄວາມທຸກຍາກ ຣະຍະຜ່ານມາ ເລັ່ງໃສ່ການສ້າງງານ ສ້າງອາຊີບ ພັທນາ ຣະບົບ ໂຄງຮ່າງພື້ນຖານ ພັທນາ ເສຖກິດການຕລາດ ພັທນາເຊື່ອມໂຍງ ການຄົມນາຄົມ ໃຫ້ເກີດຂຶ້ນ ໃນເຂດຫ່າງໄກ ເປັນສໍາຄັນ ເພາະທາງການເຫັນວ່າ ການພັທນາດັ່ງກ່າວ ຈະເປັນປັຈຈັຍ ທີ່ສໍາຄັນຊ່ວຍ ໃຫ້ປະຊາຊົນ ຫລຸດພົ້ນຈາກຄວາມ ທຸກຍາກ. ດຣ. ພອນເທບ ກ່າວ.

ເຖິງແມ່ນວ່າ ການພັທນາດ້ານຕ່າງໆ ເຫລົ່ານັ້ນ ໄດ້ເກີດຂຶ້ນແລ້ວ ຢ່າງກວ້າງຂວາງ ແຕ່ບັນຫາສຸຂພາບ ຂອງປະຊາຊົນ ທີ່ສືບເນື່ອງມາຈາກ ຄວາມທຸກຍາກ ທີ່ສະສົມ ຢູ່ໃນຊົນນະບົດ ຍັງປາກົດຢູ່ ທົ່ວໄປ ຍັງບໍ່ໄດ້ຮັບການ ແກ້ໄຂ ໃຫ້ຫລຸດໜ້ອຍລົງ. ນອກຈາກ ມີບັນຫາເດັກນ້ອຍ ຂາດສານອາຫານ, ບັນຫາອັຕຣາ ການຕາຍຂອງ ແມ່ຍິງ ທີ່ສູງແລ້ວ ກໍຍັງມີເລື່ອງ ອາຍຸຍືນ ສະເລັ່ຽ ຂອງປະຊາຊົນລາວ ແລະອື່ນໆ ນໍາອີກ.

ທັງໝົດນັ້ນ ຮຽກຮ້ອງໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຫັນມາໃຫ້ຄວາມ ເອົາໃຈໃສ່ ແກ້ໄຂບັນຫາ ສາທາຣະນະສຸກ ໃນເຂດຊົນນະບົດ ຫລາຍຂຶ້ນຕື່ມອີກ ເພາະການແກ້ໄຂ ບັນຫາ ສາທາຣະນະສຸກ ໃຫ້ດີຂຶ້ນ ເປັນປັຈຈັຍ ສໍາຄັນ ອັນນຶ່ງໃນການ ວັດແທກ ຄວາມທຸກຍາກ ທີ່ສາກົລນໍາມາ ວັດແທກ ການພັທນາຂອງ ປະເທດ ຕ່າງໆໃນທົ່ວໂລກ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.