ຊາວຊົນນະບົດ ບໍ່ຢາກໄປໂຮງໝໍ

ປະຊາຊົນ ລາວ ຢູ່ໃນເຂດ ຊົນນະບົດ ສ່ວນຫລາຍ ບໍ່ມັກໄປໂຮງໝໍ ຍ້ອນວ່າຕ້ອງ ເດີນທາງໄກ.
ສົມເນ
2010.09.08

ປະຊາຊົນລາວ ຢູ່ໃນເຂດ ຊົນນະບົດ ສ່ວນຫລາຍ ໃນເວລາ ເຈັບປ່ວຍ ຫລືອອກລູກ ຈະບໍ່ໄປ ໂຮງໝໍ ເພາະເຂົາເຈົ້າ ເຫັນວ່າຕ້ອງ ເດີນທາງໄກ ແລະມີຄວາມ ລໍາບາກ.
ຄັນວ່າເຈັບ ປ່ວຍຍາມໃດ ພວກເພິ່ນ ກໍມັກຈະ ຊື້ຢາມາ ກິນເອງ ໂດຍຖືເອົາ ຄໍາແນະນໍາ ຂອງຜູ້ທີ່ ເຄີຽໃຊ້ຢາວ່າ ຢານີ້ດີ ພຍາດໂຕນີ້ ຢານີ້ດີ ພຍາດໂຕນັ້ນ. ຄັນເຖິງຍາມ ອອກລູກ ເຂົາເຈົ້າກໍ ອອກລູກ ຢູ່ບ້ານເຮືອນ ຕົນເອງ ທັ້ງໆທີ່ທາງ ຜແນກສຸຂອະນາໄມ ປະຈໍາທ້ອງຖິ່ນ ໃຫ້ຄໍາ ແນະນໍາຢູ່. ເມື່ອຖາມ ຊາວບ້ານຄົນນື່ງ ໃນແຂວງ ຈໍາປາສັກ ວ່າແມ່ຍິງ ໃນບ້ານນີ້ເຄີຽ ໄປອອກລູກ ຢູ່ໂຮງໝໍ ຫລືບໍ ເພິ່ນກໍເວົ້າວ່າ:

"ໂອຍ! ກໍນ້ອຍໜັກ ດອກສີ່ໄດ້ໄປ ລາງເທື່ອ ກໍຄອດ ຢູ່ໃນບ້ານເຮົາ ອອກຢູ່ກັບບ້ານ ບໍ່ໄດ້ໄປ ໂຮງໝໍກໍມີ ສ່ວນຫລາຍ ຜູ້ອອກຍາກ ແລ້ວກໍໄປ".

ທ່ານວ່າ ໃນເຂດບ້ານ ທີ່ພວກຕົນ ຢູ່ນັ້ນຈະມີ ໝໍປະຈໍາບ້ານ ແຕ່ບໍ່ສາມາດ ປິ່ນປົວ ໄດ້ໃນເວລາ ເຈັບປ່ວຍ ໜັກແດ່. ກໍຣະນີ ເຈັບປ່ວຍໜັກນີ້ ຕ້ອງຂີ່ເຮືອ ໄປເມືອງໃຫ່ຽ ປະມານ 40 ກິໂລແມັດ ກ່ອນຈະໄປ ເຖິງໂຮງໝໍ.

ກ່ຽວກັບການ ປິ່ນປົວ ບົວລະບັດ ສຸຂພາບນີ້ ທາງການລາວ ມີນະໂຍບາຍ ຊ່ວຍເຫລືອ ຄົນທຸກຍາກ ໂດຍເກັບຄ່າ ປິ່ນປົວ ໃນຣາຄາຕໍ່າ ພ້ອມທັງແນະນໍາ ກ່ຽວກັບການ ປະຕິບັດ ອະນາໄມ ທີ່ຖືກຕ້ອງ ຢູ່ໃນເຂດ ຊົນນະບົດ, ແຕ່ປະຊາຊົນ ກໍຍັງບໍ່ ສົນໃຈ ໄປໂຮງໝໍ ເພາະເຫັນວ່າ ຕ້ອງເດີນທາງໄກ ເສັຽເວລາ ເສັຽເງິນ-ເສັຽຄໍາ.

ສ່ວນຢູ່ໃນເຂດ ທີ່ມີ ສຸຂສາລາ ແລະມີຢາ ປິ່ນປົວແດ່ນັ້ນ ປະຊາຊົນ ກໍຢາກໄປ ຫາໝໍ ເພາະວ່າ ຕາມນິໄສ ຂອງຄົນລາວ ທົ່ວໄປນັ້ນ ຖືທ່ານໝໍ ຄືກັນກັບ ຜູ້ໃຫ້ມີ ຄວາມຫວັງ ມີຊີວິດ ຢູ່ລອດ ໃນເວລາເກີດ ເຈັບໂຊ ຂື້ນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.