ແຂວງອຸດົມໄຊ ເປັນແຂວງ ທີ່ຢູ່ຕິດກັບ ແຂວງຫລວງພຣະບາງ ແລະ ຍັງເປັນເສັ້ນທາງຜ່ານ ໄປຫາແຂວງອື່ນໆ ໃນພາກເໜືອ ຊຶ່ງຈະເປັນການຍາກ ໃນການລະວັງ ຄວບຄຸມ ໂຣກໄຂ້ຫວັດສັດປີກ ເພາະວ່າ ມີການຂົນຍ້າຍ ສັດລະຫວ່າງແຂວງຕໍ່ແຂວງ ຢູ່ຕລອດເວລາ.
ຫ້ອງການ ຜແນກລ້ຽງສັດ ຈຶ່ງໄດ້ຫັນມາ ເອົາໃຈໃສ່ ເປັນພິເສດ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ອະທິບາຍວ່າ:
"ລະບຽບ ການຂອງ ພວກ ເຮົາຖ້າ ມີ ກໍ ຣະນີມັນ ເກີດກໍ ຕ້ອງ ເຂັ້ມ ງວດ ທີ່ ສຸດຕ້ອງ ໄດ້ ຕັ້ງ ຈຸດ ດ່ານຢ່າງ ເຂັ້ມ ງວດຫ້າມ ບໍ່ ໃຫ້ ເອົາ ເຂົ້າ ມາ."
ການຄອຍລະວັງ ໂຣກໄຂ້ຫວັດນົກ ເປັນນະໂຍບາຍຫລັກ ຂອງຣັຖບານລາວ ທີ່ຕ້ອງການໃຫ້ ປະຊາຊົນຮ່ວມມື ຊ່ອຍເປັນຫູເປັນຕາ ຄອຍສັງເກດ ພຶດຕິກັມ ຂອງສັດປີກ ທັງເປັດ, ນົກ, ໄກ່ ແລະ ອື່ນໆ ຮວມທັງ ທີ່ລ້ຽງໄວ້ ເປັນອາຫານ ແລະ ລ້ຽງໄວ້ ພາຍໃນ ບ້ານເຮືອນ ເພາະເມື່ອ ອາກາດປ່ຽນແປງ ສັດເລົ່ານີ້ ກໍອາດຈະປ່ວຍ ເປັນໄຂ້ຫວັດນົກໄດ້ ຊຶ່ງເປັນ ອັນຕະລາຍ ຕໍ່ບໍລິເວນ ໂດຍຮອບ ເພາະເຊື້ອໄຂ້ຫວັດນົກ ຈະແຜ່ລະບາດ ຢ່າງວ່ອງໄວ.
ໃນປັດຈຸບັນນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເກັບກໍາຂໍ້ມູນ ໂຕຢ່າງຂອງສັດປີກໃນແຂວງ ອຸດົມໄຊ ໄປກວດກາ ແລະ ພົບວ່າ ແຂວງອຸດົມໄຊ ກໍຢູ່ໃນເຂດສ່ຽງ ເຊັ່ນດຽວກັນ ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ອະທິບາຍຕື່ມວ່າ:
" ເຮົາ ກໍ ເຂັ້ມ ງວດ ທີ່ ສຸດ ເພາະວ່າ ຖ້າ ມີ ການ ລັກລອບ ເຮົາ ກໍ ເກັບ Sample ຕົວຢ່າງ ຂອງ ສັດ ປີກ ພາຍ ໃນຕລາດ ຫລື ວ່າ ລະດັບ ຄອບຄົວ ເພາະ ຜູ້ ລ້ຽງ ມີ ຈໍານວນ ຫລາຍ ເຮົາ ກໍ ສຸມ ເກັບ ທຸກ ເດືອນ"
ໂດຍສະເພາະ ຢ່າງຍິ່ງ ໃນເວລານີ້ ແຂວງຫລວງພຣະບາງ ມີການກວດກາ ພົບ ແລະ ຢືນຢັນ ແລ້ວວ່າ ບ້ານນໍ້າບາກ ເກີດການລະບາດ ຂອງໂຣກໄຂ້ຫວັດສັດປີກແທ້ ແລະ ມີເປັດຈໍານວນນຶ່ງ ໄດ້ຕາຍ ຍ້ອນພະຍາດດັ່ງກ່າວ.