ເດັກເກີດໃໝ່ ຈະໄດ້ຮັບ ສີດຢາວັກຊີນ

ເດັກເກີດໃໝ່ ຢູ່ລາວ ໃນເຂດບ້ານ ສອກຫລີກຫ່າງໄກ ຊຶ່ງໝໍຕໍາແຍ ຊ່ວຍທຳຄອຕນັ້ນ ມີໂອກາດ ໄດ້ຮັບຢາ ວັກຊີນ ປ້ອງກັນພະຍາດ ຄືກັນກັບເດັກ ໃນເມືອງ.
ມະນີຈັນ
2009.05.01
F-Newborn ເດັກເກີດໃນໂຮງໝໍແລະຊົນນະບົດໄດ້ຮັບສີດວັກຊິນທົ່ວເຖິງກັນ
Photo: RFA

ການສັກຫລືໃຫ້ ຢາວັກຊີນ ປ້ອງກັນພະຍາດ ແກ່ເດັກນ້ອຍ ຮວມທັງເດັກນ້ອຍ ທີ່ເກີດໃໝ່ນັ້ນ ມີຄວາມ ສໍາຄັນຍີ່ງ ເພາະຈະຊ່ວຍໃຫ້ ເດັກພົ້ນຈາກ ພະຍາດນັ້ນໆ ໄດ້ເປັນຢ່າງດີ. ແລະພາຍຫລັງ ເກີດລູກ ມີການແນະນໍາ ໃຫ້ແມ່ພາລູກ ໄປຫາໝໍ ເດືອນນຶ່ງເທື່ອ ນຶ່ງ  ຊຶ່ງເອີ້ນວ່າ ກວດແມ່ຫລັງຄອດ. ຕາມຄໍາເວົ້າຂອງ ຫົວໜ້າ ແມ່ແລະເດັກ ແຂວງບໍ່ແກ້ວ ໃນພາກເໜືອ ຂອງລາວ:

ລະເດັກນີ້ ລູກເຮົາກໍ ໄດ້ແນະນໍາ ຖືວ່າລູກ ມາເກີດໂຮງໝໍ ທຸກຄົນ ກ່ອນອອກໄປ ເຮົາກໍຕ້ອງ ໄດ້ສັກຢາ ກັນວັນນະໂຣກ ປອດກັນປອດ ກັນໂປລີໂອໃຫ້.

ນັ້ນກໍເປັນ ກໍຣະນີ ທີ່ແມ່ໄປ ອອກລູກຢູ່ ໂຮງໝໍເມືອງ ໝໍແຂວງ. ສໍາລັບ ເດັກເກີດຢູ່ ສຸກສາລານັ້ນ ຖ້າຖືກຊ່ວງ ທີ່ຄະນະ ແພດໝໍ ສັກຢາກັນ ພະຍາດ ລົງໄປນັ້ນ ກໍຈະໄດ້ຮັບ ຢາກັນພະຍາດ ທັງ 2 ຢ່າງ ດັ່ງກ່າວຄື ວັນນະໂຣກປອດ ຫລືໂຣກ ປອດແຫ້ງ ແລະ ຢາກັນເປັ້ຽລ່ອຍ ໂປລີໂອນັ້ນ ພາຍໃນ 24 ຊົ່ວໂມງ ຫລັງເກີດ. ຫລັງຈາກນັ້ນ ກໍມີການ ແນະນໍາໃຫ້ ແມ່ແລະລູກ ມາກວດຄືນອີກ ເດືອນລະເທື່ອ ຫລືໄວກວ່ານັ້ນ ຖ້າຫາກມີ ການຜິດ ປົກກະຕິ ທິດນຶ່ ງກໍມາໄດ້.

ສ່ວນເດັກທີ່ ເກີດຢູ່ຕາມບ້ານ ຕາມຊ່ອງໃນເຂດ ຊົນນະບົດ ຫ່າງໄກ ໂດຍມີ ໝໍຕໍາແຍ ຊ່ວຍເກີດນັ້ນ ກໍມີໂອກາດ ໄດ້ຮັບຢາ ປ້ອງກັນພະບາດ ທຸກຊນິດເຊັ່ນກັນ:

ໂຄງການສັກຢາ ກັນພະຍາດ ຂອງພວກເຮົາ ນີ້ຖືວ່າ ຈະລົງໄປ ປີນຶ່ງປະມານ 4 ຄັ້ງ ແລະບາງ ກໍຣະນີ ກໍຮອດ6ຄັ້ງ ວສຊ ວັນສັກຢາກັນ ພະຍາດແຫ່ງຊາດ ເພິ່ນເພິ້ມ ໂປລີໂອ ໝາກແດງ ເຮົາສັກຕອນນັ້ນ ຖືວ່າ ໝໍຕໍາແຍ ຈະເປັນ ຜູ້ຊ່ວຍ ເຮົາແນະນໍາ ໃຫ້ຂະເຈົ້າ ເອົາມາສັກ ນໍາແພດທີ່ໄປ ສັກນໍາບ້ານຫັ້ນ ໂຄງການສັກຢາ ໂຕນີ້ເຮົາລົງ ໄປທຸກບ້ານ ຂອງແຂວງເຮົາ ບໍ່ໄດ້ປະຈັກ ບ້ານເລີຍ ທຸກປີທົ່ວເຖິງ.

ພາຍຫລັງສັກຢາ ກັນວັນນະໂຣກ ປອດ ໄດ້ເດືອນເຄິ່ງ ເດັກນ້ອຍ ກໍຄວນຈະໄດ້ ຮັບຫລືສັກ ຢາວັກຊີນ ປ້ອງກັນອັກເສບ ຕັບກັບຄໍຕີບ ໄອໄກ່ ບາດທະຍັກ ເດືອນເຄິ່ງເຂັມນຶ່ງ 2 ເດືອນເຄິ່ງເຂັມນຶ່ງ. ຫລັງຈາກນັ້ນ ກໍ 9 ເດືອນ ອີກເທື່ອນຶ່ງ.

ທ່ານໝໍ ສຸເພັນ ກ່າວມ້ວນທ້າຍວ່າ ການທີ່ແມ່ ພາລູກໄປຫາ ໝໍ ຫລັງຄອດນີ້ ກໍມີຄວາມ ສໍາຄັນຫລາຍ ຄືກັນກັບ ໃນກໍຣະນີ ອຶ່ນໆຮວມທັງ ກ່ອນແລະຕອນ ຖືພາມານ. ເພາະຈະໄດ້ ຕິດຕາມນໍ້າໜັກ ການສັກວັກຊີນ ປ້ອງກັນພະຍາດ ແລະແນະນໍາ ເລື່ອງການຢູ່ ການກິນ ຕ່າງໆນໍາດ້ວຍ.



ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.