ສາທາຣະນະສຸກ ເຕືອນປະຊາຊົນ ການຕິດເຊື້ອ Hiv/Aids

ກະຊວງ ສາທາຣະນະສຸກ ສປປລາວ ຕັກເຕືອນ ປະຊາຊົນ ໂດຍສະເພາະ ກຸ່ມທີ່ໃຊ້ ຢາເສບຕິດ ເພາະການຕິດ ເຊື້ອ Hiv/Aids ຈາກກຸ່ມດັ່ງກ່າວ ມີອັຕຣາເພີ້ມ ຂື້ນ ໃນເວລານີ້.
ສິດນີ
2009.01.28

ການຕິດເຊື້ອ Hiv/Aids ໃນລາວ ທີ່ກຳລັງ ຂຍາຍຕົວຂື້ນ ໃນເວລານີ້ ນອກຈາກ ຈະຕິດຈາກ ຜູ້ຍີງໂສເພນີ ແລະກຸ່ມແຮງ ງານເຄື່ອນທີ່ ແລ້ວກໍ່ຍັງ ຈະຕິດຈາກ ກຸ່ມທີ່ໃຊ້ ຢາເສບຕິດ ປະເພດຮ່ວມ ເຂັມສີດຢາ ນຳກັນອີກ ຊື່ງໃນປັດຈຸບັນ ທາງກະຊວງ ສາທາຣະນະສຸກ ກຳລັງ ປຸກຣະດົມ ປະຊາຊົນ ໃຫ້ມີການ ຣະມັດຣະວັງ ໃຫ້ຫລາຍຂື້ນ ໃນການຮ່ວມ ເພດສຳພັນ ກັບບຸກຄົນ ກຸ່ມນີ້ເພາະ ເປັນກຸ່ມທີ່ ຈະແຜ່ຂຍາຍ ການຕິດເຊື້ອ Hiv/Aids ໃນສັງຄົມ ໃນລາວ ໃນອານາຄົດ. ດັ່ງ ເຈົ້າຫນ້າທີ່ ຣະດັບສູງ ຈາກກະຊວງ ສາທາຣະນະສຸກ ທ່ານນື່ງເວົ້າວ່າ-

ກະຊວງ ສາທາຣະສຸກ ສປປລາວ ໄດ້ຮ່ວມງານ ກັບອົງການ ຊອ່ຍເຫລືອຕ່າງຊາດ ໃນການ ປະຊາສຳພັນ ປະຊາຊົນ ກຸ່ມທີ່ສ່ຽງ ໃນບັນຫາ ດັ່ງກ່າວດ້ວຍ ການໂຄຊະນາ ໃຫ້ຄວາມຮູ້ ແລະຄວາມເຂົ້າ ໃຈໃຫ້ແກ່ ພວກຂະເຈົ້າ ກຸ່ມດັ່ງກ່າວ ສ່ວນໃຫຍ່ ຈະບໍ່ເປີດ ເຜີຍວ່າ ຕົນຕິດເຊື້ອ ຫລືວ່າມີ ບັນຫາທາງ ດ້ານຢາເສບຕິດ ທ່ານກ່າວເພີ້ມອີກວ່າ-ເຖີງຢ່າງໃດ ກໍ່ຕາມ ການຕິດເຊື້ອ່ Hiv ແລະບັນຫາ ຢາເສບຕິດ ໃນລາວ ໃນປັດຈຸບັນ ຖືວ່າ ເປັນພັຍສັງຄົມ ອັນໃຫຍ່ຫລວງ ແລະຣັຖບານລາວ ກໍ່ກຳລັງ ທຳການປາບປາມ ກຸ່ມດັ່ງກ່າວຢູ່ ແຕ່ກໍບໍ່ປະສົບ ຜົລສຳເຣັດ ເທົ່າທີ່ຄວນ ເພາະບັນຫາ ທາງດ້ານສັງຄົມ ແລະເສຖາກິດ ໃນລາວທີ່ ເຣັດໃຫ້ເດັກ ນອ້ຍລາວຕົກ ເປັນເຫຍື່ອຂອງ ກຸ່ມດັ່ງກ່າວ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.