ໄຂ້ຫວັດນົກ ເລີ້ມຣະບາດ
2010.05.17
ເຈົ້າຫນ້າທີ່ ປະສຸສັດ ສປປລາວ ລາຍງານໃນມື້ ວັນອາທິດທີ 16 ພຶສພາວ່າ ໂຣຄໄຂ້ຫວັດນົກ ສາຍພັນ H5N1 ໄດ້ຣະບາດທີ່ ຟາມລ້ຽງໄກ່ ແຫ່ງນຶ່ງ ໃນແຂວງວຽງຈັນ ການຣະບາດດັ່ງກ່າວ ເຮັດໃຫ້ໄກ່ ໃນຟາມແຫ່ງນັ້ນ ຕາຍ 44 ໂຕ ໃນຈຳນວນໄກ່ ແມ່ໄຂ່ ທີ່ສົງສັຍວ່າຕິດ ເຊຶ້ອ ນຶ່ງພັນກວ່າໂຕ.
ອາການ ການຕິດເຊຶ້ອຂອງ ຝຸງໄກ່ເຫລົ່ານັ້ນ ປາກົດຂຶ້ນໃນ ວັນທີ 27 ເມສາ ແລະການຕາຍຂອງ ໄກ່ກໍ່ເພີ້ມຄວາມ ຮຸ່ນແຮງຂຶ້ນ ຣະຫວ່າງວັນທີ 1-5 ພຶສພາ. ໄກ່ທີ່ຍັງເຫລືອຢູ່ ຖຶກເຈົ້າຫນ້າທີ່ ປະສຸສັດ ທຳລ້າຍຖິ້ມ ເພື່ອປ້ອງກັນການ ຂຍາຍວົງກວ້າງ ຂອງການຕິດ ເຊຶ້ອໂຣຄ ອອກໄປສູ່ເຂດອຶ່ນ.
ເຈົ້າຫນ້າທີ່ກໍ່ ທຳການຜົ່ນຢາ ຄຸ້ມກັນສະຖານ ທີ່ລ້ຽງໄກ່ແຫ່ງນັ້ນ ແລະກໍ່ໄດ້ຈຳກັດ ບໍຣິເວນ ພື້ນທີ່ມີການ ຕິດເຊຶ້ອ ໃນລັສມີ 5 ກິໂລແມດ ຫ່າງຈາກຟາມ ບ່ອນເກີດ ເຫດ.
ສາເຫດຂອງການ ຣະບາດ ຍັງບໍ່ຮູ້ຢ່າງ ຈະແຈ້ງວ່າເປັນ ຍ້ອນຫຍັງ ຊຶ່ງເປັນການຣະບາດ ຂອງເຊຶ້ອໂຣຄ H5N1 ຄັ້ງທຳອິດໃນລາວ ຫລັງຈາກນຶ່ງປີ ທີ່ຜ່ານມາ. ໂຣຄໄຂ້ຫວັດນົກ ເປັນໂຣຄ ຕາມຣະດູການ ບາງຄັ້ງກໍ່ເກີດ ຈາກກຸ່ມນົກປ່າ ຍ້າຍທີ່ຕາມ ຣະດູການ ຫລືເກີດຈາກ ການນຳເຂົ້າສັດ ປີກຈາກປະເທດ ເພື່ອນບ້ານທີ່ມີ ເຊື້ອໄວຣັດ ດັ່ງຈາກວຽດນາມ ຫລືໄທ ຫລືຈາກເຊື້ອໄວຣັດ ທີ່ເກີດຂຶ້ນໃນ ຟາມລ້ຽງໄກ່ ໃນລາວເອງ.