ລາວ ຕຽມການປ້ອງກັນ ໄຂ້ຫວັດໝູ

ລາວ ມີຄວາມສ່ຽງ ຕໍ່ການຕິດເຊື້ອ ໄຂ້ຫວັດໃຫຍ່ ສາຍພັນ H1N1 ພາຍຫລັງ ທີ່ພົບເຫັນເຊື້ອ ພະຍາດນັ້ນຈາກ ຄົນເດີນທາງ ຊາວອອສເຕຣເລັຍ.
ຈຳປາທອງ
2009.06.18
F-Doctor ນາຍແພດ ຝ່າຍຜລິດຢາ ຂອງຈີນກຳລັງ ປະສົມວັກຊີນ ສຳລັບຕໍ່ຕ້ານ ພະຍາດ ໄຂ້ຫວັດໃຫຍ່ ສາຍພັນໃໝ່ A(H1N1)ຫລືວ່າໄຂ້ຫວັດໝູ ທີ່ສະຖາບັນ ຄົ້ນຄວ້າການແພດ(at a medical research institue in Wuhan, central China's Hubei province on June 17, 2009.)ສປຈີນໃນ ຂນະນີ້ມີ100 ກໍຣະນີທີ່ປ່ວຍ ເປັນໄຂ້ຫວັດໝູ
Photo: AFP

ພາຍຫລັງທີ່ ລາວ ໄດ້ພົບເຊື້ອ ໄຂ້ຫວັດໃຫຍ່ ສາຍພັນໃໝ່ ກໍຣະນີ ທຳອິດນຳຊາວ ອອສເຕຣເລັຍ ທີ່ນະຄອນ ຫລວງວຽງຈັນ ໃນວັນທີ 15 ມິຖຸນາ 2009ນັ້ນ ເຮັດໃຫ້ ລາວ ເປັນປະເທດ ທີ່ມີຄວາມສ່ຽງ ຕໍ່ການຕິດເຊື້ອ ໄຂ້ຫວັດໃຫຍ່ ປະເທດຫລ້າສຸດ ທັນທີ.

ກະຊວງ ສາທາຣະນະສຸກ ຂອງລາວ ໄດ້ເພີ່ມການ ຂະຫຍາຍແນວທາງ ປ້ອງກັນການແຜ່ ຣະບາດຂອງເຊື້ອ ໂຣກນັ້ນຫລາຍຂື້ນ ໂດຍທີ່ທຸກພາກ ສ່ວນກ່ຽວຂ້ອງ ໄດ້ປະຊຸມ  ກຳນົດທິດທາງ ປ້ອງກັນແລະເຝົ້າ ຣະວັງຢ່າງຄັກແນ່ ຕາມຫລັກການຂອງ ອົງການ ອະນາໄມໂລກ ນັ້ນຫລາຍຂື້ນ ດັ່ງເຈົ້າໜ້າທີ່ ຂັ້ນສູງ ກົມອະນາໄມ ກັນພະຍາດ ເຜີຍໃຫ້ຮູ້ວ່າ:

"ກໍຄິດວ່າມີ ຄວາມສ່ຽງເພາະວ່າ ລາວ ມື້ໃດມື້ນຶ່ງ ກໍຕ້ອງມີນັ້ນ ແຫລະ ການປ້ອງກັນຮັບມື ກໍປະຕິບັດ ຕາມຫລັກການທາງ ອະນາໄມໂລກ ເພີ່ນແນະນຳເຮົາ ກໍໄດ້ ເບິ່ງຕາມ ຣະບຽບການຕ່າງໆ ຄືວ່າຢູ່ຕາມ ດ່ານເຮົາກໍມີແພດ ໄປປະຈຳກວດກາ ຕາມດ່ານ ຄົນເຂົ້າຄົນອອກ."

ພ້ອມກັນນັ້ນ ກໍມີຄຳສັ່ງ ໃຫ້ໜ່ວຍງານທີ່ ກ່ຽວຂ້ອງໃນ ທົ່ວປະເທດ ເອົາໃຈໃສ່ເຝົ້າ ຣະວັງການແພ່ ຣະບາດຂອງເຊື້ອ ໂຣກໄຂ້ຫວັດໃຫຍ່ ສາຍພັນໄໝ່ H1N1 ຢູ່ຕາມຈຸດ ຜ່ານແດນ ໃນຂະນະທີ່ຢູ່ ປະເທດ ເພື່ອນບ້ານຄື ໄທ ມີຄົນເຈັບປ່ວຍ ຍ້ອນໂຣກນີ້ 400ຄົນແລ້ວແລະ ເຊື້ອໂຣກດັ່ງກ່າວ ຣະບາດໄປຮອດ 76ປະເທດ ໃນທົ່ວໂລກ ແລະມີຄົນເຈັບ ຍ້ອນຫລາຍກວ່າ 30,000 ຄົນ.

ແຕ່ທ່ານ John Stein ຊາວອັງກິດ ທີ່ຫາກໍ່ໄດ້ ເຂົ້າໄປ ລາວ ໂດຍຜ່ານຂົວ ມິຕພາບ ວຽງຈັນ-ໜອງຄາຍ ຊຶ່ງເປັນບ່ອນ ທີ່ມີປະຊາຊົນ ແລະນັກທ່ອງທ່ຽວ ຜ່ານເຂົ້າ ອອກຫລາຍກວ່າ ຜ່ານສະໜາມບິນ ວັດໄຕ ນັ້ນເວົ້າວ່າ ການກວດຄົນເຂົ້າ ເມືອງຢູ່ຝັ່ງລາວ ມີພຽງແຕ່ຊອກ ຂໍ້ມູນ ໃນເອກກະສານ ກ່ຽວກັບສຸຂພາບ ເທົ່ານັ້ນບໍ່ມີການ ຕິດຕັ້ງເຄື່ອງກວດ ວັດແທກ ອຸ່ນຫະພູມ ແຕ່ຢ່າງໃດ. ແລະຢູ່ຕາມຈຸດ ຜ່ານແດນສາກົນ ອື່ນໆແມ່ນບໍ່ມີ ການຕິດຕັ້ງເຄື່ອງ ດັ່ງກ່າວເຊັ່ນກັນ.

ແຕ່ເຖິງຢ່າງໃດ ກໍດີຢູ່ລາວ ກໍມີການ ຕິດຕັ້ງເຄື່ອງ ກວດອຸ່ນຫະພູມ TERMOSCAN ຢູ່ຕາມ ສະໜາມບິນຕ່າງໆ ບ່ອນລະ1ເຄື່ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.