ໄຂ້ຫວັດໝູ ອາຈບໍ່ຮອດລາວ

ເຊື້ອພະຍາດ ໄຂ້ຫວັດໝູ ຊຶ່ງກໍາລັງ ແຜ່ຣະບາດ ຫລາຍເພິ່ມຂຶ້ນ ຢູ່ໃນ ເວລານີ້. ຊາວລາວ ຫລາຍຄົນ ເຊື່ອວ່າ ຍາກທີ່ຈະເຂົ້າ ມາຮອດລາວ ເວັ້ນເສັຽແຕ່ ວ່າ ຈະເຂົ້າຮອດ ປະເທດໄທ.
ມະນີຈັນ
2009.05.01
F-Pork ຊີ້ນໝູຕາມຕລາດໃນລາວຍັງມີຂາຍເປັນປົກກະຕິ
Photo: RFA

ຢູ່ປະເທດລາວ ມາຮອດມື້ນີ້ ຜູ້ຄົນຍັງ ບໍ່ມີຄວາມ ວິຕົກກັງວົນ ຣະມັດຣະວັງ ແນວໃດຫລາຍ ກ່ຽວກັບເລື່ອງ ເຊື້ອພະຍາດ ໄຂ້ຫວັດໝູ ເຖິງແມ່ນວ່າ ທາງການລາວ ທາງການ ປະເທດໄກ້ຄຽງ ໂດຍສະເພາະ ປະເທດໄທ ແລະປະເທດ ອຶ່ນໆໃນໂລກ ຈະມີການ ເຕືອນເຖິງໄພ ອັນຕຣາຍ ຂອງເຊື້ອພະຍາດ ໄຂ້ຫວັດໝູ ຫລືໄຂ້ຫວັດໃຫຍ່ ທີ່ເລີ່ມ ແຜ່ຣະບາດ ຢູ່ປະເທດ Mexico ຢ່າງຈິງຈັງ ກໍຕາມ. ຕາມຄໍາເວົ້າຂອງ ຊາວລາວເຂດ ນະຄອນຫລວງ ວຽງຈັນ ແລະເຂດແຂວງ ຄໍາມ່ວນ ຂອງລາວ:

ບ້ານເຮົາຍັງ ບໍ່ມີ ຄັນເມືອງໄທ ບໍ່ມີ ບ້ານເຮົາ ບໍ່ຢ້ານດອກ ລະບ້ານເຮົາ ມື້ນຶ່ງ ຊິມາຈັກຄົນ ນີ້ເມືອງໄທ ຕັ້ງທໍ່ໃດ Airline ຄັນເມືອງໄທວ່າ ແຖວເອເຊັຽ ຍັງບໍ່ມີ ກະແລ້ວກໍກິນ ທັມມະດາ … ກິນປົກກະຕິ ກິນໝູລາດ ບໍ່ແມ່ນໝູ ພັນ ໝູລ້ຽງ ໝູພັນບໍ່ກິນ ດອກເອົາ ຂຶ້ນໄປວຽງ .. ໄດ້ເບິ່ງ ໂທຣະທັດ ເພິ່ນອອກຢູ່ໃດ ເວົ້າແບບ ໄທເວົ້າ ຫັ້ນລະເຕືອນວ່າ ..ຈັບບາຍ ລ້າງຕີນລ້າງມື. 

ແລະໃນຂະນະ ທີ່ອົງການ ອະນາໄມໂລກ WHO ໄດ້ຍົກຣະດັບ ຄວາມຮ້າຍແຮງ ຂອງເຊື້ອພະຍາດ ໄຂ້ຫວັດໝູ H1N1 ສູ່ຣະດັບ 5 ພາຍຫລັງທີ່ ມີການແຜ່ຣະບາດ ໄປໃນຫລາຍ ປະເທດນັ້ນ ຢູ່ທີ່ປະເທດ ລາວກໍມີການ ຈັດກອງປະຊຸມ ເລື່ອງພະຍາດ ໄຂ້ຫວັດໝູ ເມື່ອວັນທີ 29 ເມສາຜ່ານມາ. ແລະຈາກນັ້ນ ກໍມີການ ກະກຽມແລະ ເພີ່ມທະວີ ກວດກາເຝົ້າ ຣະວັງຫລາຍຂຶ້ນ ບົນພື້ນຖານ ຣະບົບທີ່ມີ ຢູ່ແລ້ວ ໂດຍມີທັງ ການຈັດຕັ້ງລົງ ກວດກາ ການລ້ຽງໝູ ໃນຟາມ ສະຖານທີ່ຕ່າງໆ ພ້ອມທັງໃຫ້ ມີການສ້າງ ເອກກະສານ ໂຄສນາໃຫ້ ປະຊາຊົນລາວ ມີຄວາມຮູ້ ພື້ນຖານ ວິທີປ້ອງກັນ ໄຂ້ຫວັດໝູ ນີ້ດ້ວຍ.

ແຕ່ເຖິງແນວໃດ ຊາວລາວຫລາຍຄົນ ກໍເຊື່ອວ່າ ໂຣກໄຂ້ຫວັດໝູ ສາຍພັນ Mexico ຈະບໍ່ເຂົ້າມາ ຣະບາດໃນລາວ ໄດ້ເວັ້ນເສັຽ ແຕ່ວ່າຈະເກີດ ຂຶ້ນຢູ່ໄທກ່ອນ ເທົ່ານັ້ນ. ຊາວນະຄອນຫລວງ ວຽງຈັນ ຜູ້ດຽວກັນນີ້ ໃຫ້ຄວາມເຫັນວ່າ:

ກໍຢາກຍາກ ເພາະບ້ານເຮົາ ບໍ່ຄ່ອຍໄດ້ ອັນນັ້ນມັນກໍ ມີຕ່າງປະເທດ ເຂົ້າມາ ຫລາຍຫັ້ນນະ ແຕ່ສ່ວນຫລາຍ ຂະເຈົ້າຊິ ເຂົ້າມາລາວ ຂະເຈົ້າມາໄທ ກ່ອນເດໄທ screen ໃຫ້ແລ້ວ ຕາມຄິດເບິ່ງ ມັນເປັນຈັ່ງຊັ້ນ ເພາະມັນບໍ່ມີ ສາຍການບີນ ຈາກຕ່າງປະເທດ ລະມັນຊິນ້ອຍ ok ມັນກໍມີຈາກ ວຽດນາມ ຈາກກໍາພູຊາ ok ມັນເປັນຈັ່ງຊັ້ນ ມັນກໍມີ ສ່ວນຫລາຍ ມາເມືອງໄທ. 

ນາງກ່າວໃຫ້ ເຫດຜົນຕື່ມ ໂດຍຍົກ ກໍຣະນີ ຕ່າງໆທີ່ວ່າ ເມື່ອໃດໄທ ປະເຊີນບັນຫາ ລາວກໍຈະ ປະເຊີນເຊັ່ນກັນ. ໃນນັ້ນ ກໍມີທັງ ຕອນທີ່ໄທ ເກີດສະພາບ ບໍ່ສງົບທາງ ການເມືອງ ເມື່ອໄວໆມານີ້  ຢູ່ລາວກໍພອຍ ງຽບໄປດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.