ຜົນຮັບຈາກການລົງທຶນ ດ້ານອະນາມັຍ
2010.04.29
ທະນາຄານໂລກ ເປີດເຜີຍ ມື້ວັນພຸດທີ 28 ເມສາ 2010 ນີ້ວ່າພາກສ່ວນ ເອກກະຊົນ ຫລືພາກຣັຖບານ ທີ່ລົງທຶນໃນ ດ້ານການອະນາໄມ ຈະໄດ້ຮັບຜົນ ຕອບແທນ ກັບຄືນຢ່າງໜ້ອຍ 6 ເທົ່າ. ຕາມຖແລງການ ຂອງທ່ານ Yosa Yuliarsa ເຈົ້າໜ້າທີ່ ປະສານງານ ຂອງທະນາຄານ.
ທ່ານ Almud Weitz ຫົວໜ້າທີມ ໃນເຂດເອເຊັຍ-ປາຊີຝິກ ຂອງທະນາຄານໂລກ ໂຄງການນ້ຳ ແລະອະນາໄມ ກ່າວວ່າ ຈຳນວນເງິນລົງທຶນ ມະຫາສານ ໄດ້ລັ່ງໄຫລ ເຂົ້າມາໃນຕລາດ ທີ່ກຳລັງພັທນາ ອາດຈະເປັນໂອກາດ ສົ່ງເສີມໃຫ້ຣັຖບານ ໄດ້ລົງທຶນໃນພາກ ອະນາໄມ ຫລາຍເພີ້ມຂື້ນ.
ເຖິງຢ່າງໃດກໍຕາມ ຈຳນວນເງິນລົງທຶນ ມະຫາສານນີ້ ອາດຈະເສັຍຜົນປະໂຍດ ໄປລ້າໆຫາກ ບໍ່ມີມາຕການ ປັບປຸງ ດ້ານການອະນາໄມ ແລະການເຂົ້າສູ່ ແຫລ່ງນ້ຳ ສະອາດໄດ້ ຍ້ອນວ່າຫລາຍປະເທດ ໃນພູມີພາກ ໄດ້ຮັບຜົນ ກະທົບກະເທືອນ ຈາກການສູນເສັຍ ທາງເສຖກິດ ຍ້ອນບໍ່ປັບປຸງ ສະພາບອະນາໄມ ໃຫ້ໄດ້ມາຕຖານ.
ອີງຕາມ ທະນາຄານໂລກ ກຳພູຊາ ໄດ້ຮັບຄວາມເສັຍຫາຍ ຢ່າງໃຫຍ່ຫລວງ ຈາກສິ່ງທີ່ກ່າວ ມາແລ້ວນີ້ ເຖິງ 7 ສ່ວນຮ້ອຍ ຂອງຜົນຜະລິດ ຮວມຍອດ ຂອງປະເທດຫລື GDP, ຕິດຕາມມາດ້ວຍ ສປປລາວ 5.5 ສ່ວນຮ້ອຍ ອິນໂດເນເຊັຍ ຟິນລິບປິນ ແລະ ວຽດນາມ ລະຫວ່າງ 1 ຫາ 2.3 ສ່ວນຮ້ອຍ ຂອງ GDP.
ທ່ານ Yuliarsa ກ່າວມ້ວນທ້າຍວ່າ ຜົນກະທົບກະເທືອນ ໂດຍກົງ ດ້ານສຸຂພາບ ກໍແມ່ນໂຣກ ຖອກທ້ອງ ແລະຍັງມີພະຍາດ ອື່ນໆອີກ. ນອກຈາກນີ້ກໍຍັງ ມີຜົນກະທົບ ກະເທືອນ ຕໍ່ອຸດສາຫະກັມ ການທ່ອງທ່ຽວ ອີກທີ່ສຳຄັນ ໂດຍສະເພາະ ຢູ່ລາວ ແລະ ກຳພູຊາ ທີ່ອາໃສລາຍຮັບ ຈາກຜແນກນີ້.