ໄຂ້ຫວັດໝູ ຢູ່ລາວ ໜຶ່ງຄົນ

ທາງກາຣລາວ ພົບເຫັນຜູ້ປ່ວຍ ເປັນໄຂ້ຫວັດໃຫຍ່ ໜື່ງຄົນທີ່ເປັນ ເພສຊາຍຊາວ ອອສເຕຣເລັຽ ຜ່ານໄທຽກ່ອນເຂົ້າລາວ ແຕ່ໃນຂະນະ ນີ້ປອດໄພ ດີແລ້ວ.

0:00 / 0:00

ໃນມື້ວັນທີ່ 15 ມີຖຸນາ 2009 ນີ້ ທາງກາຣ ສປປລາວ ພົບເຫັນມີຜູ້ປ່ວຍ ຕິດເຊື້ອໂຣຄ ໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ຊື່ງເປັນຜູ້ຊາຍ ຊາວອອສເຕຣເລັຽ ທີ່ ຜ່ານປະເທສໄທຽ ກ່ອນເດີນທາງເຂົ້າ ເມືອງລາວ ທາງສນາມບິນ ວັດໄຕ ນະຄອນຫລວງ ວຽງຈັນ ແລະທາງກາຣແພທ ລາວກໍໃຫ້ກາຣ ເບີ່ງແຍງ ຢ່າງໃກ້ຊິດ ແລະ ກໍວ່າຈະອອກ ຈາກປະເທສລາວ ໃນໄວໆນີ້ ດັ່ງເຈົ້າໜ້າທີ່ ຣະດັບສູງຈາກ ກົມອະນາມັຍ ກັນພະຍາທຂອງ ທາງກາຣລາວວ່າ:

“ຫາກໍແຈ້ງກາຣ ປະກາດໄປ ຕອນເຊົ້າວ່າລາວ ມີ1ກໍຣະນີ ເປັນຄົນທີ່ເຂົ້າ ມາລາວເປັນຄົນ ອອສຕຣາລີ ກໍໄດ້ໄປກວດ ຈາກຫ້ອງແລ໊ບ ກໍວ່າເປັນ H1N1 ເຂົາບໍ່ມີ ອາກາຣໜັກເຖີງ ຂັ້ນໃຫ້ຢາ ກໍດູແລເຂົາ ກໍແຍກປ່ຽວເຂົາ 1ສັປດາ ແລ້ວກໍແລ້ວ!"

ນາຍແພທລາວ ທ່ານນີ້ໄດ້ແຈ້ງ ເພີ່ມວ່າເວລາ ຜູ້ປ່ວຍຊາວ ອອສເຕຣເລັຽ ດັ່ງກ່າວເດີນທາງ ເຖີງສນາມບິນ ວັດໄຕພ້ອມກັບ ຜູ້ໂດຽສາຣ ຄົນອື່ນໆ ແຕ່ເຄື່ອງກວດ ສອບ ອຸນຫະພູມຫລື TERMOSCAN ປະຈຳສນາມບິນ ກໍກວດພົບ ອຸນຫະພູມ ໃນຮ່າງກາຍມີ ຄວາມຜິດປົກຕິ ເຮັດໃຫ້ທາງເຈົ້າ ໜ້າທີ່ຕ້ອງໄດ້ ເຊີນໄປໃຫ້ທາງ ນາຍແພທ ໄດ້ກວດຮ່າງກາຍ ຢ່າງລະອຽດຕື່ມ ອິກແລະໃຫ້ ຄວາມສະດວກ ຮັບເອົາໄປ ຮັກສາຕົວ ເປັນພິເສດ ພ້ອມກັບໄດ້ແຈ້ງ ວ່າຜູ້ໂດຽສາຣ ຊາວອອສເຕຣເລັຽ ດັ່ງກ່າວອາຈຕິດ ເຊື້ອໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ນີ້ຈາກທະວີບ ອັຟຣີກາ ບ່ອນທີ່ໄປ ແວ່ຢາມ ກ່ອນທີ່ເດີນທາງ ໄປໄທຽ ແລ້ວເຂົ້າເມືອງລາວ ແຕ່ເວລານີ້ ກໍມີອາກາຣ ດີຂື້ນເກືອບ ປົກຕິແລ້ວ ດັ່ງທີ່ທ່ານໝໍ ລາວໄດ້ກ່າວ ເພີ່ມອີກວ່າ:

“ເຮົາກໍເອົາໃຈ ໃສ່ໃນກາຣ ປ້ອງກັນ ກໍຕອນເຊົ້ານີ້ ກໍປະຊຸມກັນ ຣັຖມົນຕຣີ ກະຊວງ ສາທາຣະນະສຸຂ ກໍເນັ້ນກັບ ອົງກາຣ ອະນາມັຍໂລກ ກໍເອົາໃຈໃສ່ ເປັນພິເສດ ທັ້ງຂັ້ນຣັຖບາລ ຖືວ່າ ໄຂ້ຫວັດໃຫຍ່ ເປັນບັນຫາ ຢາ Tamilflu ກໍມີຕຣຽມໄວ້ ໝົດແລ້ວ ແຕ່ກໍເຮັດສຸດ ຄວາມສາມາດ ກໍເອົາໃຈໃສ່ ໃນກາຣປ້ອງກັນ!”

ຢ່າງໃດກໍຕາມ ໂຣຄໄຂ້ຫວັດໃຫຍ່ ສາຍພັນໃໝ່ 2009 ຊນິດ AH1N1 ຣະບາດຂື້ນເປັນ ເທື່ອທຳອິດ ທີ່ປະເທສ Mexico ກ່ອນທີ່ແພ່ ລຸກລາມໄປໃນ ທົ່ວໂລກ ຮວມທັງເກົາຫລີໃຕ້ ຍີ່ປຸ່ນ ແລະໄທຽ ກ່ອນທີ່ຈະເຖີງ ລາວດັ່ງກ່າວນີ້.