ໄຂ້ ເລືອດອອກ ແຂວງສາຣະວັນ

ມີຄົນເປັນໄຂ້ ເລືອດອອກ ເພີ່ມຂຶ້ນ ຮ້ອຍກວ່າຄົນແລ້ວ ໃນແຂວງ ສາຣະວັນ ໃນຕອນເລີ້ມ ເຂົ້າສູ່ ຣະດູຝົນ ປີນີ້
ມະນີຈັນ
2009.05.19
F-Mosquito ຍຸງສາມາດນຳເຊື້ອໂຣກຫລາຍຊະໜິດແຜ່ຜາຍໄດ້
Photo: RFA

ແຂວງສາຣະວັນ ມີຄົນເປັນ ໄຂ້ເລືອດອອກ ຊຶ່ງມີຍຸງລາຍ ເປັນພາຫານະ ນໍາເຊື້ອນັ້ນ ເພິ່ມຂຶ້ນຮອດ ຮ້ອຍກວ່າຄົນແລ້ວ ໃນໄລຍະ ຝົນເລີ້ມຕົກ ຄືລະຫວ່າງເດືອນ ເມສາ ຫາເດືອນ ພຶສພາ ຊຶ່ງກໍຄື ກັນກັບທຸກໆ ປີທີ່ຜ່ານມາ ເພາະເປັນຊ່ວງທີ່ ຍຸງລາຍຂຍາຍ ພັນໄດ້ງ່າຍ ໂດຍຈະຕິດຕາມ ມາດ້ວຍຄົນເປັນ ໂຣກໄຂ້ຍຸງຣາຍ ຫລາຍ ຂຶ້ນ.

ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ປະຈໍາສະຖານີ ໄຂ້ຍຸງ ແຂວງສາຣະວັນ:

ກະເປັນຄືກັນ ຣະດູດຽວກັນ ນີ້ແຫລະ ດຽວນີ້ກໍາລັງ ເລີ້ມມີ ຮວມໝົດທົ່ວແຂວງ 100ປາຍ130 ເຮັດມາ ແຕ່ເດືອນທີນຶ່ງ ເບິ່ງສະຖິຕິ ໃນປີນີ້ ກໍມາຂຶ້ນ ຕອນເດືອນ4 ເດືອນ5 ເນາະກໍເລີ່ມໆ ມີ.

ໃນປີ 2008 ທາງສະຖານີ ໄຂ້ຍຸງ ໄດ້ຮວບຮວມ ຕົວເລກຜູ້ປ່ວຍ ເປັນໄຂ້ເລືອດອອກ ໂດຍມີທັງໝົດ 703ຄົນ ໃນທົ່ວແຂວງ ສາຣະວັນ ຊຶ່ງການແຜ່ ຣະບາດນັ້ນ ສ່ວນຫລາຍມັກຈະ ເພິ່ມຂຶ້ນໃນຊ່ວງ ດຽວກັນນີ້ ທຸກໆປີ.

ແລະເພື່ອປ້ອງກັນ ຫລືຈໍາກັດ ຈໍານວນ ຜູ້ຕິດເຊື້ອ ໄດ້ມີການ ຈັດໜ່ວຍງານ ປະກອບດ້ວຍ ເຈົ້າໜ້າທີ່ ສະຖານີ ໄຂ້ຍຸງ ໜ່ວຍງານຣະບາດ ສຸຂສຶກສາ ທີມງານປີ່ນປົວ ລົງໂຄສນາ ໃຫ້ຄວາມຮູ້ແກ່ ປະຊາຊົນ ໃນການປ້ອງກັນ ການແຜ່ຣະບາດ ຂອງຍຸງລາຍ, ໂດຍໃຫ້ຮ່ວມກັນ ທໍາລາຍແຫລ່ງ ເພາະພັນຍຸງລາຍ ເປັນກະປ່ອງເປັນ ແອ່ງແລະອຶ່ນໆ ອ້ອມແອ້ມເຂດ ບ້ານຂອງຕົນ ໂດຍບໍ່ໃຫ້ມີ ນໍ້າຂັງ.

ສໍາລັບ ຖັງຫລືຟຸ້ຍ ທີ່ໄຊ້ກັກ ເກັບນໍ້າກໍຕ້ອງ ປິດຝາໄວ້. ພ້ອມກັນນັ້ນ ກໍມີການແຈກຢາຍ ຢາຂ້າໜອນນໍ້າ ໃນແຫລ່ງນໍ້າຂັງ ຕາມທັມຊາດຕ່າງໆ ນໍາດ້ວຍ.  ແຕ່ເຖິງຈະເອົາ ໃຈໃສ່ເລື້ອງການ ສະກັດກັ້ນ ແຕ່ກໍເຮັດໄດ້ ບໍ່ທົ່ວເຖິງຍ້ອນ ຂາດແຄນງົປມານ. ເຈົ້າໜ້າທີ່ລາວ ກ່າວກ່ຽວກັບ ເລື້ອງນີ້ວ່າ:

ກ່ຽວກັບ ເລື້ອງງົປມານ ການຄວບຄຸມ ແຫລ່ງນໍ້າເຊື້ອ ຢູ່ຂັ້ນບ້ານ ເພາະວ່າຖ້າ ເຮົາຄຸມໜອງນໍ້າ ແຫລ່ງນໍ້າ ເຊື້ອໄດ້ ມັນກໍບໍ່ມີ ໄຂ້ເລືອດອອກ ແຕ່ວ່າ ເຮົາກໍມີແຕ່ ເງິນດ້ານ ການອົບຮົມ ດ້ານການເຂື່ອນໃຫວ ກິຈກັມຕ່າງໆ ແຕ່ວ່າມັນ ກໍບໍ່ພຽງພໍ ໃນການຄວບຄຸມ ໄຂ້ເລືອດອອກ ນັ້ນ.

ຕາມຂໍ້ມູນຂອງ ອົງການ ອະນາມັຍໂລກ WHO ໃນຊ່ວງ 2-3 ປີຜ່ານມາ ການແຜ່ຣະບາດ ຂອງ ໄຂ້ເລືອດອອກ ໃນເຂດເອເຊັຽ ປາຊີຟິກ ແມ່ນມີຫລາຍ ເພີ່ມ ຂຶ້ນ. ໃນປີ 2008 ມີຜູ້ເສັຽ ຊີວິດຍ້ອນ 3255ຄົນ ເພີ່ມຂຶ້ນຈາກ 1202ຄົນ ໃນປີ 2003.

ແລະເຖິງແມ່ນວ່າ ລາວຈະບໍ່ໄດ້ ເປັນນຶ່ງໃນ ບັນດາປະເທດ ທີ່ມີການ ຣະບາດຂອງໂຣກ ໄຂ້ເລືອດອອກ ຕາມຣາຍງານຂອງ WHO  ແຕ່ທາງພາກສ່ວນ ທີ່ກ່ຽວ ຂ້ອງຂອງລາວ ກໍມີການ ເຝົ້າຣະວັງ ເພື່ອບໍ່ໃຫ້ລາວ ເປັນປະເທດ ທີ່ມີການ ແຜ່ຣະບາດ ຮ້າຍແຮງໄດ້ ໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.