ໄຂ້ເລືອດອອກ ຍັງຮ້າຍແຮງຢູ່

ສະຖານະການ ການລະບາດ ຂອງພຍາດ ໄຂ້ເລືອດອອກ ໃນຫລາຍແຂວງ ພາກໃຕ້ຂອງລາວ ຍັງຮ້າຍແຮງຢູ່.
ສົມເນ
2010.08.02

ຈໍານວນຄົນ ເປັນໄຂ້ເລືອດອອກ ຍັງບໍ່ຫລຸດລົງ ສາທາຣະນະສຸຂ ໃນຫລາຍແຂວງ ພາກໃຕ້ ຍັງບໍ່ ສາມາດແກ້ໄຂ ໄດ້ໝົດ ດັ່ງທ່ານ ໝໍ ສຸດາໄລ ອ່ອນນາວົງ ຫົວໜ້າ ຫ້ອງການ ສາທາຣະນະສຸຂ ແຂວງຄໍາມວ່ານ ໄດ້ເວົ້າວ່າ:

"ມີຄົນໄຂ້ ພຍາດ ໄຂ້ເລືອດອອກ ຫລາຍຖ້າທຽບໃສ່ ເດືອນຜ່ານມາ. ຈໍານວນທີ່ ຄົນໄຂ້ ໄດ້ບໍຣິການ ຢູ່ໃນສູນ ບໍຣິການນີ້ ຖືວ່າຍັງຢູ່ ລະດັບເກົ່າ ຈໍານວນ ໄຂ້ເລືອດ ອອກ ໃນແຂວງ ຄໍາມ່ວນ ຈໍາປາສັກ ສວັນນະເຂດ ສາຣະວັນ ແລະເຊກອງ".

ໃນປັດຈຸບັນນີ້ ທຽບກັບເດືອນ ຜ່ານມາ ສະເລັ່ຽ ໃນແຕ່ລະ ແຂວງແລ້ວ ມີຄົນເຈັບ ປະມານ ແຂວງລະ 500 ຄົນ. ທ່ານວ່າ ຈໍານວນຄົນເຈັບ ຍັງຄົງທີ່ ກໍຍ້ອນວ່າ ປະຊາຊົນ ຍັງບໍ່ເອົາ ໃຈໃສ່ ໃນການກໍາຈັດ ແຫ່ລງໜອນນໍ້າ ບ່ອນທີ່ຍຸງລາຍ ໄຂ່ໃສ່ ເທົ່າທີ່ຄວນ ເພາະວ່າ ຍຸງລາຍ ເປັນໂຕນໍາ ເອົາເຊື້ອ ໄຂ້ເລືອດອອກ ໄປແພ່ຜາຍ ໃນເວລາ ມັນກັດຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.