ຍິງຖືພາ ມີໂອກາດ ໄປອອກລູກ ທີ່ໂຮງໝໍ ຫລາຍຂຶ້ນ

ຊາວແຂວງບໍ່ແກ້ວ ລຸ້ນໜຸ່ມນ້ອຍ ມີໂອກາດເກີດລູກ ຢູ່ໂຮງໝໍຫລາຍຂຶ້ນ ຍ້ອນຄວາມສະດວກ ຂອງຖະນົນຫົນທາງ ສັນຈອນໄປມາ.
ມະນີຈັນ ຣາຍງານ
2008.07.30

ການ​ເກີດ​ລູກ​ ແລະ ຝາກ​ທ້ອງ​ ຂອງ​ແມ່​ຍີ​ງ ທີ່​ຖືພາ​ມານ ​ແຂວງ​ບໍ່​ແກ້ວ ​ເປັນ​ເລື່ອງ ​ທີ່​ຂ້ອນ​ຂ້າງ​ ຫຍູ້​ງຍາກ ​ແລະ ​ເສັຽ​ເວລາ​ຫລາຍ ໃນ​ເມື່ອ​ກ່ອນ ​ໂດຍ​ສະ​ເພາະ​ ໃນ​ເຂດ​ຊົນນະບົດ ຫ່າງ​ໄກ ຍ້ອນ​ສະພາບ ​ຂອງ​ຖະນົນ​ຫົນທາງ. ​ແຕ່​ມາ​ ໃນ​ປັດຈຸບັນ ຖະນົນ​ຫົນທາງ ​ໄດ້​ຮັບການ​ປັບປຸງ​ ໃຫ້​ດີ​ຂຶ້ນ ​ແລະ ​ປະຊາຊົນ​ ກໍ​ນິຍົມ​ກັນ ​ໄປ​ອອກລູກ ​ຢູ່​ໂຮງໝໍ ຫລາຍ​ຂຶ້ນ, ຕາມ​ຄໍາ​ເວົ້າ ​ຂອງ​ເຈົ້າໜ້າທີ່ ສາທາຣະນະ​ສຸກ ​ແຂວງ​ບໍ່​ແກ້ວ. 

ທ່ານ​ກ່າວ​ວ່າ:

“ສ່ວນ​ຫລາຍ ​ບໍ່​ໄດ້​ເກີດ ຢູ່​ບ້ານ​ແລ້ວ ທຽບ​ໃສ່​ ເມື່ອ​ກ່ອນ ກໍ​ເກີດ​ ຢູ່​ບ້ານ 50-60​ ເປີ​ເຊັນ ​ພຸ້ນ​ລະ ​ແຕ່​ວ່າ ​ມາ​ປັດຈຸບັນ 4-5 ປີ ​ເຂົາ​ເຈົ້າ ​ກໍ​ມາ​ຝາກ​ທ້ອງ​ຢູ່ ສຸກສາລາບໍ່ ​ຫລື​ວ່າ ​ໂຮງໝໍ​ເມືອງ​ ຄັນ​ເປັນ​ໄປ​ໄດ້ ທາງ​ຄົມມະນາຄົມ​ສະດວກ​ ກໍ​ມາ​ເກີດ​ ຢູ່​ເມືອງ.”

​​ແລະ​ວ່າ ​ໄດ້​ມີ​ ການ​ກະຈາຍ ​ງົບປະມານ ຂອງຣັຖບານ ​ອອກ​ສູ່ ​ຊົນນະບົດ ​ເພື່ອ​ກໍ່ສ້າງ ​ຖະນົນ ​ຈາກ​ຕົວ​ເມືອງ, ສ້າງ​ໂຮງໝໍ ​ແລະ ​ສູນ​ສາທາຣະນະ​ສຸກ ​ເພີ່ມ​ຫລາຍ​ຂຶ້ນ. ການ​ອອກລູກ ​ຂອງຊາວບ້ານ ​ເຂດ​ຊົນນະບົດ ​ມີ​ຂໍ້​ສະດວກ​ຫລາຍ​ຂຶ້ນ ​ເພາະ​ຖະນົນ​ ແຕ່​ລະສາຍ ​ເຂົ້າ​ເຖິງໝູ່ບ້ານ​ ປະຊາຊົນ. ແຕ່​ບັນຫາ ​ໃນ​ຕອນ​ນີ້ ກໍ​ແມ່ນ​ ເລື່ອງ​ແພດໝໍ ບໍ່ພຽງພໍ. ບາງ​ບ່ອນ ມີ​ພຽງ ພະນັກງານ​ ທົ່ວ​ໄປ ​ເທົ່າ​ນັ້ນ. ​ແຕ່​ເຖິງ​ຢ່າງ​ໃດ ກໍ​ວ່າ ການ​ເສັຽຊີວິດ​ ຂອງ​ເດັກນ້ອຍ​ເກີດ​ໃໝ່ ​ໃນ​ລາວ ​ມີ​ຈໍານວນຫລຸດໜ້ອຍ ລົງ. 

ຣາຍງານ​ UNESCAP ​ເວົ້າ​ວ່າ ປະ​ເທດ ​ໃນພູມີພາກ​ ເອ​ເຊັຽຕາ​ເວັນ​ອອກ ​ສ່ຽງ​​ໃຕ້ ​ເຊັ່ນ ວຽດນາມ ອິນ​ໂດ​ເນ​ເຊັຽ ລາວ ຕີ​ມໍຣ ຂ້ອນ​ຂ້າງ ​ປະສົບ​ຄວາມ​ສໍາ​ເຣັດ ​ໃນ​ການ​ແກ້​​ໄຂບັນຫາ ຫລຸດຜ່ອນ ​ອັຕຣາ ການ​​ເສັຽຊີວິດ ​ຂອງເດັກ​ ອາຍຸ​ ຕໍ່າ​ກວ່າ 5 ປີ  ​ແລະ ​ພົບ​ວ່າ ບັນຫາ​ນີ້ ​ຮ້າຍ​ແຮງ​ ຂຶ້ນ​ຫລາຍ ​ໃນ​ແຖບ​ເອ​ເຊັຽ​​ໃຕ້ ຊຶ່ງ​ພົບ​ວ່າ 2 ​ໃນ 5 ຂອງ​ເດັກ​ ທີ່​ຕາຍກ່ອນ ອາຍຸ 5 ຂວບ ​ໃນທົ່ວ​ໂລກ ​ແມ່ນ​ຢູ່​ອິນ​ເດັຽ.  ​ແລະ ​ເດັກ​ທີ່​ຕາຍ ​ໃນ​ແຕ່ລະ 100 ຄົນ​ໃດ ມີ 6 ຄົນ​ ຕາຍ​ກ່ອນ​ຮອດ ​ວັນ​ເກີດ ຄົບຮອບ 6 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.