ພຍາດໝູຫູກໍ່າ ຢູ່ໃນວຽງຈັນ
2010.07.23
ໃນຂນະນີ້ ພຍາດ ໝູຫູກ່ຳ ຣະບາດ ຢູ່ຟາມ ລ້ຽງໝູ ຂນາດໃຫຍ່ 7 ແຫ່ງ ຢູ່ນະຄອນ ຫລວງວຽງຈັນ ແລະຟາມລ້ຽງ ໝູແບບ ຄອບຄົວອີກ 6 ແຫ່ງຢູ່ເມືອງ
ສີໂຄຕບອງ ເມືອງ ສີສັຕນາກ ຫາດຊາຍຟອງ ແລະເມືອງ ປາກງື່ມ.
ມາຮອດ ປັດຈຸບັນນີ້ ມີໝູຕາຍ ຍ້ອນພຍາດ ດັ່ງກ່າວແລ້ວ 900 ກວ່າໂຕ ແລະ 480 ກວ່າໂຕ ຕິດເຊື້ອ ພຍາດນັ້ນ ຢ່າງຮ້າຍແຮງ. ຕາມການ ເປີດເຜີຍ ຂອງ
ກະຊວງ ກະສິກັມ ແລະປ່າໄມ້ ສປປລາວ.
ປັດຈຸບັນ ທາງກະຊວງ ໄດ້ສົມທົບ ກັບພາກສ່ວນ ທີ່ກ່ຽວຂ້ອງ ຂອງນະຄອນ ຫລວງວຽງຈັນ ເພື່ອວາງວິທີ ສະກັດກັ້ນ ການຣະບາດ ແລະ ປ້ອງກັນ ພະຍາດນັ້ນ ຮວມທັງການ ອະທິບາຍ ໃຫ້ຜູ້ລ້ຽງໝູ ແລະ ປະຊາຊົນ ເຂົ້າໃຈເຖິງ ສາເຫດ ຂອງ ການຣະບາດ ດັ່ງກ່າວ ຊຶ່ງສ່ວນນຶ່ງ ກໍເປັນຍ້ອນ ການນຳສັດ ເຂົ້າປະເທດ ໂດຍ ບໍ່ຜ່ານຈຸດ ກວດກາຂອງ ສັຕວະແພດ.
ດັ່ງນັ້ນ ໃນສະເພາະ ໜ້ານີ້ ຈະຕ້ອງໃຊ້ ວິທີ ປ້ອງກັນຢ່າງ ເຂັ້ມງວດ ເອົາໃຈໃສ່ ເຝົ້າຣະວັງ ຢູ່ ຟາມລ້ຽງໝູ ຕ່າງໆ ທີ່ພຍາດ ຣະບາດ ຫ້າມບໍ່ໃຫ້ ເຄື່ອນຍ້າຍສັດ ແລະ ແຍກສັດທີ່ ຕິດເຊື້ອ ພຍາດ ອອກໄວ້ ຕ່າງຫາກ ເຮັດອະນາໄມ ຂ້າເຊື້ອໂຣກ ໃນຄອກ ເປັນປະຈຳ ແລະ ຫ້າມບໍ່ໃຫ້ ບໍຣິໂພກ ເນື້ອສັດ ທີ່ຕິດເຊື້ອ ນັ້ນ ຢ່າງເດັດຂາດ.
ກົມລ້ຽງສັດ ແລະ ການປະມົງ ຂອງລາວ ໄດ້ຮັບການ ຊ່ວຍເຫຼືອຈາກ ຈີນ ຊຶ່ງໄດ້ມອບ ຢາວັກຊິນ ປ້ອງກັນ ພຍາດ ໝູຫູກ່ຳ ຈຳນວນ 20,000 ເຂັມ ແລະ ສານເຄມີ ວິໃຈຫາເຊື້ອ ໝູຫູກ່ຳ ຈຳນວນນຶ່ງ ແລະ ທາງກົມ ກໍໄດ້ນຳໄປ ຊ່ວຍເຫລືອ ຜູ້ປະກອບ ການລ້ຽງໝູ ໃນເຂດທີ່ ພຍາດ ຣະບາດ ແລະ ເຂດທີ່ມີ ຄວາມສ່ຽງ ເພື່ອບໍ່ໃຫ້ ເຊື້ອພຍາດ ນັ້ນ ແຜ່ຣະບາດ ອອກໄປໄດ້ ຕື່ມອີກ.