ສາທາຣະນະສຸກ ລາວ ມີແຜນການ ເປີດສູນປິ່ນປົວ ຜູ້ຕິດເຊື້ອ HIV/AIDS ດ້ວຍຢາ ARV ຂຶ້ນທີ່ໂຮງໝໍ ມະໂຫສົດ ໃນໄວໆນີ້, ຊຶ່ງຖືເປັນ ແຫ່ງທີ 2 ຂອງນະຄອນຫລວງ ວຽງຈັນ ພາຍຫລັງ ທີ່ສູນ ແຫ່ງທໍາອິດ ທີ່ໂຮງໝໍ ເສຖາທິຣາດ ໄດ້ປະສົບ ຜົນສໍາເຣັດ ຢາງດີ ພໍສົມຄວນ ໃນການປິ່ນປົວ ແລະ ຜູ້ຕິດເຊື້ອ ໃນລະຍະຜ່ານມາ, ອີງຕາມ ການເປີດເຜີຍ ດຣ. ແພງເພັດ ແກ້ວວິໄຊ, ຫົວໜ້າ ຜແນກ ຝຶກອົບຮົມ ປະຈໍາ ສູນຕ້ານເອສ ແຫ່ງຊາດລາວ.
“ໂຮງໝໍ ມະໂຫດສົດ ຮຽບຮ້ອຍແລ້ວ ໃກ້ໆ ແລ້ວ ມີແຕ່ວ່າ ລໍຖ້າ ເຂົ້າຊື່ໆ ໝົດທ້າຍເດືອນນີ້ ຈະເປີດແລ້ວ ກຽມພ້ອມ ໝົດແລ້ວ.”
ທ່ານ ກ່າວຕື່ມວ່າ ໃນທ້າຍເດືອນ ກໍຣະກະດານີ້ ສູນປິ່ນປົວ ຜູ້ຕິດເຊື້ອ HIV/AIDS ດ້ວຍຢາ ARV ຈະເຣີ້ມເປີດ ບໍຣິການຂຶ້ນ ທີ່ໂຮງໝໍ ມະໂຫສົດ, ຊຶ່ງຖືວ່າ ໄດ້ມີ ການກະກຽມ ຄວາມພ້ອມ ດ້ານຕ່າງໆ, ທັງວິຊາການ, ພະນັກງານ, ການບໍຣິຫານ ຄຸ້ມຄອງ ວຽກງານ ເປັນທີ່ ຮຽບຮ້ອຍແລ້ວ, ໂດຍຄາດວ່າ ຈະສາມາດ ຮອງຮັບ ຜູ້ຕິດເຊື້ອ ໃນເຂດພາກກາງ ແລະ ພາກເໜືອ ໄດ້ຫລາຍພໍສົມຄວນ.
ປັດຈຸບັນນີ້ ມີຜູ້ຕິດເຊື້ອ ຫລາຍກ່ວາ 250 ຄົນ, ມາຂໍໃຊ້ ບໍຣິການ ທີ່ໂຮງໝໍ ເສຖາທິຣາດ, ຊຶ່ງເປັນສູນປິ່ນປົວ ຜູ້ຕິດເຊື້ອ HIV/AIDS ດ້ວຍຢາ ARV ແຫ່ງທໍາອິດ ໃນນະຄອນຫລວງ ວຽງຈັນ. ນອກຈາກນັ້ນແລ້ວ, ສູນ ທີ່ແຂວງ ຫລວງພຣະບາງ ກໍມີແຜນ ທີ່ຈະເປີດພາຍໃນ ເດືອນ ພຶສຈິກາ ຂອງປີນີ້, ຊຶ່ງທັງໝົດນີ້ ຖືວ່າ ໄດ້ຮັບ ການຊ່ອຍເຫລືອ ຈາກກອງທຶນໂລກ ທັງຊິ້ນ. ດຣ. ແພງເພັດ ກ່າວຕໍ່ໄປ ອີກວ່າ:
“ຖ້າຫາກວ່າ ເປີດຢູ່ຫລວງພຣະບາງ ກໍຍິ່ງສະບາຍຂຶ້ນ ເພາະວ່າ ຄົນໄຂ້ ພາກເໜືອ ຈະໄດ້ລົງມາ, ທີ່ນີ້ ຈໍາປາສັກ ນີ້ ອາດຈະເປັນປີໜ້າ.”
ນັບແຕ່ ປີ 1996 ມາຮອດກາງປີ 2008 ນີ້, ທາງການລາວ ສາມາດ ກວດພົບ ຜູ້ຕິດເຊື້ອ HIV/AIDS ແລ້ວ ປະມານ 2,600 ກວ່າຄົນ, ໃນນັ້ນ ເສັຍຊີວິດ 700 ກ່ວາຄົນ. ຢ່າງໃດ ກໍດີ, ການເປີດປະເທດ ຂອງທາງການລາວ ຢ່າງກ້ວາງຂວາງນັ້ນ ກໍເຮັດໃຫ້ ທາງການລາວ ຕ້ອງໄດ້ເອົາໃຈໃສ່ ບັນຫາ ການຣະບາດ ຂອງເອສ ຫລາຍຂຶ້ນ.