ມີໝາຍຈັບ ທ່ານທັກສິນ ຊີນນາວັຕ

ສາລອາຍາ ອະນຸມັຕ ອອກໝາຍຈັບ ທ່ານທັກສິນ ຊີນນາວັຕ ອະດີດ ນາຍົກ ຣັຖມົນຕຣີໄທຽ ຊຶ່ງປັຈຈຸບັນ ອາສັຍຢູ່ ຕ່າງປະເທສ ໂດຽທາງອັຍກາຣ ຈະໄດ້ຕິດຕາມ ຫາຈັບ ໃນຖານ ກໍ່ກາຣຮ້າຍ ເພື່ອນໍາໄປ ດໍາເນີນຄະດີ ທີ່ອາຈມີ ໂທສໜັກເຖິງ ຂັ້ນປະຫາຣ ຊີວີຕ ກໍເປັນໄດ້.
ຫວາດ ສີມູນ
2010.05.25

ພັນຕຳຣວຈເອກ ນະຣັຊ ສເວດນັນ ຮອງອະທິບໍດີ ກົມສອບສວນ ຄະດີພິເສດ ໄດ້ແຈ້ງຕໍ່ ທາງສື່ມວລຊົນ ພາຍຫລັງເຂົ້າ ຮັບຟັງຄຳສັ່ງ ຂອງສາລອາຍາ ໃນມື້ວັນ ອັງຄາຣ ນີ້ວ່າ ທາງກາຣສາລອາຍາ ໄດ້ອອກຄຳສັ່ງ ອະນຸມັຕ ອອກໝາຍຈັບ ທ່ານທັກສິນ ອະດີດ ນາຍົກຣັຖມົນຕຣີ ຕາມທີ່ທາງ ຄະນະພນັກງານ ສອບສວນ ຄະດີ ພິເສດ ໄດ້ຍື່ນຄຳຮ້ອງ ເພື່ອໃຫ້ອອກ ໝາຍຈັບ ໃນຖານມີຄວາມ ຜິດກໍ່ກາຣຮ້າຍ ໂດຽເປັນການ ປະຕິບັຕຕາມ ກົດໝາຍມາຕຣາ 135/1 135/2 ແລະ 135/3.

ຢ່າງໃດກໍຕາມ ກາຣທີ່ທາງກາຣ ສາລອາຍາ ອະນຸມັຕ ອອກໝາຍຈັບ ທ່ານທັກສິນ ດັ່ງກ່າວ ຍ້ອນເປັນຜູ້ຕ້ອງຫາ ກໍ່ກາຣຮ້າຍ ດ້ວຍກາຣໃຊ້ກຳລັງ ກໍ່ຄວາມວຸ້ນວາຍ ເຖິງຂັ້ນເກີດ ອັນຕຣາຍຕໍ່ ຊີວີຕ ຕໍ່ຮ່າງກາຍຫລື ເສຣີພາບ ຂອງສ່ວນບຸຄຄົລ ແລະ ອື່ນໆຫລາຍໆຢ່າງ ຕລອດເວລາ ທີ່ມີກາຣຊຸມນຸນ ຂອງກຸ່ມຄົນເສື້ອແດງ ທີ່ດຳເນີນກາຣ ປະທ້ວງຣັຖບາລ ເຖິງຂັ້ນມີກາຣ ປະທະກັນກັບ ທາງເຈົ້າໜ້າທີ່ໆ ມີຜູ້ເສັຽຊີວີຕ ໄປຍ້ອນບໍ່ຕໍ່າ ກວ່າ 86 ຄົນ ແລະໄດ້ຮັບບາດເຈັບ ເກືອບຮອດ 2 ພັນຄົນ ແຕ່ກາງເດືອນ ມີນາ ມາຈົນຮອດທ້າຍ ສັປດາທີ່ ຜ່ານມານີ້ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.