ສາວ ບໍຣິກາຣ ທາງເພສ
2009.03.26
ພາຍຫລັງທີ່ມີ ກາຣເປີດໃຊ້ ຖນົນສາຍ R3A ຢ່າງເປັນທາງກາຣ ໄດ້ເຮັດໃຫ້ກາຣ ຄ້າປະເວນີ ໃນແຂວງບໍ່ແກ້ວ ມີຈຳນວນເພີ່ມ ສູງຂື້ນຢ່າງ ຕໍ່ເນື່ອງ ດັ່ງຈະເຫັນໄດ້ ຈາກຜົລກາຣ ສຳຣວຈເບື້ອງຕົ້ນ ຂອງຫ້ອງກາຣ ສາທາຣະນະສຸຂ ປະຈຳແຂວງ ບໍ່ແກ້ວທີ່ວ່າ ມີທັງໝົດ ບໍ່ຕໍ່ກວ່າ 100 ຄົນຊື່ງໃນນັ້ນ ມີຜູ້ຕິດເຊື້ອ HIV ຈຳນວນໜື່ງ.
ກ່ຽວກັບເຣື່ອງນີ້ ຍານາງ ຄຳຫລ້າ ໃຍຮຽງອ່ອນ ຫົວໜ້າຫ້ອງກາຣ ຄວບຄຸມໂຣຄ ຕິດຕໍ່ ປະຈຳແຂວງ ບໍ່ແກ້ວໄດ້ ແຈ້ງວ່າ:
“ສຳຫລັບ Surveillance ນີ້ພວກເຮົາກໍ ໄດ້ເຮັດຢູ່ ແຂວງບໍ່ແກ້ວ ນະຕາມ ຮ້ານອາຫາຣ ບັນເທິງ ກໍມີປະມານ 150 ຄົນ ເມືອງຫ້ວຍຊາຍ ຈະຫລາຍກວ່າໝູ່”
ເຈົ້າໜ້າທີ່ລາວ ຜູ້ນີ້ໄດ້ແຈ້ງ ເພີ່ມວ່າ: ອີງຕາມຕົວເລກ ຈາກກາຣສຳຣວຈ ນັ້ນພວກແມ່ຍີງ ທີ່ປະກອບ ອາຊີພ ຄ້າປະເວນີ ມີຢູ່ທົ່ວແຂວງ ຕາມບ່ອນທີ່ມີ ກາຣເປີດຮ້ານ ອາຫາຣ ແລະກາຣບັນເທີງ ແລະວ່າຈາກກາຣ ກວດເລືອດດ້ວຍຄວາມ ສະມັກໃຈນັ້ນ ກໍພົບເຫັນວ່າ ມີຜູ້ຕິດເຊື້ອ HIV 2.1% ແລະວ່າພວກທີ່ ມາຮັບໃຊ້ ບໍຣິກາຣ ກໍຮວມທັງພວກ ຜູ້ຊາຍ ໃນເຂຕທ້ອງຖີ່ນ ພວກແຮງງານ ເຄື່ອນທີ່ ແລະນັກທ່ອງທ່ຽວ ກໍມີສ່ວນຮ່ວມ ນຳເຊັ່ນກັນແລະ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ກໍພຍາຍາມ ເພື່ອຈະ ຫາວິທີທາງ ແກ້ໄຂ ດັ່ງທີ່ຍານາງ ໄດ້ກ່າວເນັ້ນວ່າ:
“ເພາະວ່າພວກເຮົາ ມີສູນ ບໍຣິກາຣ ແລະກຳລັງ ລົງເລິກເຣື່ອງສູນ ໂຕນີ້ຂໍໃຫ້ ຜູ້ມີພຶຕຕິກັມ ສ່ຽງອອກມາ ຮັບບໍຣິກາຣ ເຂົາຮູ້ວ່າ ຜົລປະໂຍຊ ທີ່ວ່າເຂົາອອກ ມາແລ້ວ ເຂົາມີຢາ ປິ່ນປົວ ກໍເຮັດໃຫ້ຫລຸດ ຜ່ອນຄວາມກັງວົລ ແລະຄວາມກົດດັນ”
ພ້ອມດຽວກັນນີ້ ຍານາງ ກໍໃຫ້ກາຣຊີ້ ແຈງເພີ່ມວ່າ: ພວກແມ່ຍີງທີ່ ໃຫ້ບໍຣິກາຣ ທາງເພສດັ່ງກ່າວ ມີອາຍຸໃນ ຣະຫວ່າງແຕ່ 14 – 35 ປີ ແລະພວກທີ່ບໍ່ ອອກມາເປີດ ເຜີຽໂຕນັ້ນກໍ ມີຢ່າງຫລວງຫລາຍ ອັນເປັນກາຣ ສ້າງຄວາມໜັກໃຈ ໃຫ້ແກ່ທາງ ຫ້ອງກາຣແລະ ກໍເພີ່ມດ້ານກາຣ ໂຄສະນາ ປຸກຣະດົມ ໃຫ້ຂໍ້ມູລ ຂ່າວສາຣ ໃຫ້ຄວາມ ຮູ້ຈັດຕັ້ງ ສູນປິ່ນປົວ ແລະໃຫ້ຢາ ARV ເພື່ອຊ່ວຍເຫລືອ ເຂົາເຈົ້າເທົ່ານັ້ນ!