ນໍ້າອາຈຖ້ວມ ສິນຄ້າອາຈຂື້ນຣາຄາ

ທາງການລາວ ລົງກວດກາ ຣາຄາສິນຄ້າ ຢ່າງໃກ້ຊິດ ຂນະທີ່ ກັງວົນກັນ ເຖິງພັຍ ນໍ້າຖ້ວມ ທີ່ອາຈເກີດ ຂື້ນໄດ້.
ມະນີຈັນ
2010.08.10

ກະຊວງການຄ້າ ຂອງລາວ ໄດ້ສົ່ງ ເຈົ້າໜ້າທີ່ ອອກຕິດຕາມ ກວດກາ ຣາຄາສິນຄ້າ ຢ່າງໃກ້ຊິດ ຂນະທີ່ ກັງວົນກັນວ່າ ອາຈຈະເກີດ ນໍ້າຖ້ວມ ໄດ້ທຸກຍາມ ຊຶ່ງພວກພໍ່ຄ້າ ໃນລາວ ບາງບ່ອນ ອາຈເລີ້ມ ກັກຕູນສິນຄ້າ ເພື່ອຂຶ້ນຣາຄາ ຄືທີ່ໄດ້ເກີດຂຶ້ນ ໃນປີ ທີ່ຜ່ານມາ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ກະຊວງການຄ້າ ໃນນະຄອນ ຫລວງວຽງຈັນ:

"ເພາະມີທາງ ພາກຣັຖ ພວກເຮົາມາ ຕິດຕາມຢູ່ຕລອດ ກວດກາສິນຄ້າ ທຸກປະເພດ ຂອງສົດແຫ້ງ ທຸກຢ່າງ ມັນກໍ ປົກກະຕິ ຄືເກົ່າເລື້ອງຜັກ ເລື້ອງຫຍັງ ຍັງຄືເກົ່າ ຣະຍະນີ້ ກໍມີແຕ່ເລື້ອງ ໝາກເຜັດ ຣາຄາສູງ".

ທ່ານກ່າວ ຕໍ່ໄປວ່າ ໃນຣະຍະນີ້ ມີການ ຕິດຕາມເບິ່ງ ເລື້ອງຝົນຕົກ ນໍ້າຖ້ວມ ຢ່າງບໍ່ລົດລະ ຊຶ່ງຈະສົ່ງ ຜົລສະທ້ອນ ຕໍ່ຣາຄາ ພືດຜັກໃນລາວ ທີ່ສ່ຽງຕໍ່ ການຖືກ ນໍ້າຖ້ວມ ໂດຍສະເພາະ ໝາກເຜັດ ມີຣາຄາ ແພງຂຶ້ນ ຈາກ 80 ພັນກີບຕໍ່ 1 ຖົງໃຫຍ່ ຖົງ 12 ກິໂລຂຶ້ນເປັນ 170 ພັນກີບ ເພາະສວນໝາກເຜັດ ຢູ່ແຄມແມ່ນໍ້າ ຣະດັບ ນໍ້າຂຶ້ນໆ ລົງໆ ບໍ່ປົກກະຕິ ເຮັດໃຫ້ທີ່ດິນ ປູກໝາກເຜັດ ມີໜ້ອຍລົງ.

ເຫດນໍ້າຖ້ວມ ຫລາຍແຂວງ ໃນລາວເມື່ອປີ 2009 ເຮັດໃຫ້ເກີດ ສະພາບ ເງິນເຟີ້ ສິນຄ້າຕ່າງໆ ໂດຍສະເພາະ ພືດຜັກ ຊີ້ນສັດຕ່າງໆ ຂຶ້ນຣາຄາ ເກີນຄວາມເປັນຈິງ. ຊຶ່ງມີສາເຫດ ມາຈາກ ຝົນຕົກໜັກ ນໍ້າຖ້ວມ ແລະການຂຶ້ນ ພາສີ ມູນຄ່າເພີ້ມ ຂອງຣັຖບານ 10 ເປີເຊັນ  ແລະຣາຄາ ນໍ້າມັນຂົນສົ່ງ ແພງຫລາຍ ກໍຍິ່ງເຮັດໃຫ້ ສິນຄ້າ ພາຍໃນລາວ ແພງຂຶ້ນໄປນໍາ.

ໃນຊ່ວງນີ້ ປະຊາຊົນ ກໍເລີ້ມເວົ້າກັນ ແລະບາງບ້ານ ປະຊາຊົນ ເລີ້ມຊື້ສິນຄ້າ ຂອງແຫ້ງຕ່າງໆ ມາສະສົມ ເອົາໄວ້ແລ້ວ ຍ້ອນຢ້ານວ່າ ພວກພໍ່ຄ້າ ຈະຂຶ້ນຣາຄາ ສິນຄ້າ  ຫາກເກີດນໍ້າຖ້ວມ ອີກໃນປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.