ຄົນພິກາຣໃນລາວ ຫາວຽກເຮັດຍາກ
2010.05.04
ຄົນພິກາຣ ໃນເມືອງລາວ ປັຈຈຸບັນ ມີອຸບປະສັກ ຢ່າງຫລວງຫລາຍ ໃນກາຣຊອກຫາ ວຽກເຮັດງານທຳ ແລະເປັນບັນຫາ ທີ່ຈະແກ້ໄຂ ໄດ້ຍາກ ເນື່ອງຈາກໂຄງສ້າງ ພື້ນຖານ ຍັງບໍ່ເອື້ອອຳນວຍໃຫ້ ໂດຽສະເພາະຕາມ ບໍຣິສັທຕ່າງໆ ດັ່ງທ່ານພູວັນ ຈັນທະວົງ ຫົວໜ້າກົມພັທນາຝີມື ແຮງງານ ແລະຈັດຫາງານ ຂອງກະຊວງແຮງງານ ແລະ ສວັສດີກາຣສັງຄົມ ນະຄອນຫລວງ ວຽງຈັນ ໄດ້ກ່າວວ່າ:
“ກາຣຕໍ່ຣອງກັນ ຣະຫວ່າງນາຍຈ້າງ ລູກຈ້າງ ເງິນເດືອນ ບໍ່ເປັນນ່າພໍໃຈ ເຂົາກໍບໍ່ສະໝັກ ທີ່ສອງມາມັນມີ ອຸບປະສັກເຣື່ອງ ກາຣໄປມາ ມັນບໍ່ສະດວກ ມີບາງໜ່ວຍ ແຮງງານ ກາຣສ້າງໂຄງຮ່າງ ເອື້ອອຳນວຍ ໃຫ້ແກ່ກາຣເຮັດວຽກ ຂອງແຮງງານ ຄົນພິກາຣ ມັນກໍບໍ່ໄດ້ ສະດວກ ເຮັດໃຫ້ມັນເປັນ ອຸບປະສັກ ກາຣຫາງານ”.
ທ່ານພູວັນ ໄດ້ກ່າວເພີ່ມວ່າ ໃນດ້ານກາຣໃຫ້ ເງິນເດືອນນັ້ນ ບາງເທື່ອແຮງງານ ທີ່ເປັນຄົນພິກາຣ ກໍບໍ່ຄ່ອຍຈະພໍໃຈ ເພາະໄດ້ເງິນເດືອນ ໜ້ອຍກວ່າ ຄົນປົກກະຕິ ທົ່ວໄປ ແລະຍັງມີບັນຫາ ໃນກາຣເດີນທາງ ໄປມາ ທີ່ໄດ້ຮັບແຕ່ ຄວາມລຳບາກ ເພາະຄົນພິກາຣຕ້ອງ ໄດ້ອາສັຍໃຊ້ ຕັ່ງອີ້ລໍ້ເລື່ອນ ຫລືຜູ້ຊ່ວຍ ໃນກາຣເດີນທາງ ໄປເຮັດວຽກງານ.
ກ່ຽວກັບບັນຫາ ດັ່ງກ່າວ ທາງແຮງງານພິກາຣ ກໍຕ້ອງໄດ້ເປັນຜູ້ ໄປຮ້ອງຂໍຄວາມ ຊ່ວຍເຫລືອ ຈາກໜ່ວຍງານກ່ຽວຂ້ອງ ດ້ວຍຕົນເອງ ຕາມສິທທິຂອງ ຄົນພິກາຣທີ່ ຄວນຈະໄດ້ຮັບ:
”ຕົວນີ້ມັນຕ້ອງຂຶ້ນ ກັບຂໍ້ມູລຂອງ ຄົນພິກາຣວ່າ ຂະເຈົ້າມີ ຂໍ້ມູລແນວໃດ ບັນຫາຂອງກາຣ ສະໝັກງານ ຣະຫວ່າງຜູ້ໃຊ້ແຮງງານ ກັບຜູ້ອອກແຮງງານ ມັນມີບັນຫາໃດ ຄືບັນຫາມັນຕ້ອງ ເຂົ້າໄປຊ່ວຍໄດ້”.
ພ້ອມດຽວກັນນີ້ ທ່ານກໍວ່າ ມີຫລາຍບໍຣິສັທ ໄດ້ຮັບເອົາຄົນພິການ ເຂົ້າເຮັດວຽກນຳ ແຕ່ກໍມີຄົນພິກາຣ ໃນຈຳນວນສ່ວນໜ້ອຍ ເທົ່ານັ້ນ ທີ່ໄປສມັກເຂົ້າ ເຮັດວຽກ ຍ້ອນເງື່ອນໄຂ ຂອງແຮງງານພິກາຣ ແລະທາງບໍຣິສັທ ມີຄວາມແຕກຕ່າງກັນ.