ສິນຄ້າໜີພາສີ ທີ່ດ່ານແຂວງບໍ່ແກ້ວ

ທາງກາຣ ແຂວງບໍ່ແກ້ວ ວ່າຍັງມີ ກາຣນໍາສິນຄ້າເຂົ້າ ແບບບໍ່ຖືກຕ້ອງ ຕາມກົດໝາຍ ຢ່າງຫຼວງຫຼາຍ.
ຫວາດ ສີມູນ
2010.04.26

ເຈົ້າໜ້າທີ່ ຜແນກພາສີ ແຂວງບໍ່ແກ້ວ ວ່າ ກາຣລັກລອບ ນຳສິນຄ້າໜີ ພາສີ ຜ່ານເຂຕຊາຍແດນ ຕາມແມ່ນ້ຳຂອງ ຍັງເປັນບັນຫາ ແລະ ແກ້ໄຂໄດ້ຍາກ ຈົນຮອດ ປັຈຈຸບັນນີ້ ຊຶ່ງໃນຣະຍະ ຜ່ານມາກໍ ສາມາດຈັບໄດ້ ຈຳນວນໜຶ່ງ ແລະ ກໍໄດ້ຈັດຕັ້ງ ໜ່ວຍສະເພາະກິຈ ຂື້ນເພື່ອດຳເນີນ ກາຣກວດກາ ແລະເບິ່ງແຍງກາຣ ປະຕິບັຕ ງານຕາມດ່ານພາສີ ໃນເຂຕເມືອງ ຫ້ວຍຊາຍ ເພື່ອຫລຸດຜ່ອນ ກາຣລັກລອບຂົນ ສິນຄ້າໜີພາສີ ໃຫ້ມີໜ້ອຍລົງ:

“ຂໍ້ຫຍຸ້ງຍາກ ໂດຽສະເພາະຢູ່ ບໍ່ແກ້ວ ກໍຖືວ່າມີ ຊາຍແດນລຽບຕາມ ລຳນ້ຳຂອງຍາວໄກ ແລະ ແມ່ນບັນດາ ຈຸດຕ່າງໆ ກໍຖືສາມາດ ນຳສິນຄ້າ ຂຶ້ນໄດ້ ແລະກໍຈັບກຸມ ສິນຄ້າ ໄດ້ຫລາຍ ພໍສົມຄວນ”.

ພ້ອມດຽວກັນນີ້ ທ່ານກໍວ່າ ໃນໂຂງເຂຕ ແຂວງບໍ່ແກ້ວ ຍັງມີກຸ່ມພໍ່ຄ້າ ແລະປະຊາຊົນ ຈຳນວນໜຶ່ງ ທໍາກາຣລັກລອບ ນຳສິນຄ້າເຂົ້າ ມາຢ່າງບໍ່ຖືກຕ້ອງ ແລະ ບາງສ່ວນ ກໍນຳສິນຄ້າ ເຂົ້າມາ ແບບຖືກຕ້ອງ ແຕ່ຫາກຈຳນວນ ທີ່ແຈ້ງນັ້ນ ບໍ່ກົງກັບຈຳນວນ ທີ່ນຳເຂົ້າແຕ່ ຢ່າງໃດ ຈຶ່ງສົ່ງຜົລ ກະທົບຕໍ່ຣາຍໄດ້ ເຂົ້າຣັຖ ຍ້ອນຍັງມີກາຣ ລັກລອບ ປະຕິບັຕກັນມາ ຢ່າງຕໍ່ເນື່ອງ. ກ່ຽວກັບເຣື່ອງນີ້ ທ່ານກໍວ່າ:

“ພວກເຮົາກໍໄດ້ ປັບປຸງໃຫ້ມີ ໜ່ວຍງານກວດກາ ປະຈຳເຂຕ ແລະກະລົງມາ ກວດກາສະເພາະ ທີ່ດ່ານຫ້ວຍຊາຍ ເພື່ອກວດກາ ກາຣນຳເຂົ້າ”.

ຢ່າງໃດກໍຕາມ ຫວ່າງມໍ່ໆມານີ້ ທາງຫ້ອງກາຣ ອັຍກາຣ ປະຊາຊົນກໍວ່າ ກາຣລັກລອບ ຂົນສິນຄ້າ ໜີພາສີ ດັ່ງກ່າວ ຍັງເປັນບັນຫາ ທີ່ບໍ່ສາມາດແກ້ໄຂ ໄດ້ຈັກເທື່ອ ຍ້ອນວ່າຍັງມີ ເຈົ້າໜ້າທີ່ຜແນກ ພາສີ ຈຳນວນໜຶ່ງ ບໍ່ໃຫ້ຄວາມສຳຄັນ ຕໍ່ຕຳແໜ່ງ ແລະໜ້າທີ່ ຂອງຕົນແຕ່ຢ່າງໃດ ດ້ວຍກາຣມີ ສ່ວນຮ່ວມ ຮູ້ເຫັນ ໃນກາຣລັກລອບ ໜີພາສີຂອງກຸ່ມ ພໍ່ຄ້າ ມາຈົນເທົ່າ ປັຈຈຸບັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.