ວັດຖຸບູຮານ ຄືນສູ່ ທີ່ເດີມ
2009.03.11
ໃນລະຍະ ຜ່ານມາ ປະຊາຊົນ ໃນເຂດທ້ອງຖິ່ນ ໃຫ້ການຮ່ວມມື ເປັນຢ່າງດີ ກັບຫ້ອງການ ຄຸ້ມຄອງ ມໍຣະດົກໂລກ ວັດພູ ຈໍາປາສັກ ໃນການມອບ ວັດຖຸ ບູຮານ ທີ່ມີຄ່າ ທີ່ຂະເຈົ້າ ພົບເຫັນ ແລະ ຂຸດຄົ້ນໄດ້ ເພື່ອນໍາໄປສຶກສາ ຄົ້ນຄ້ວາ ເພີ້ມຕື່ມ ກ່ຽວກັບ ປວັດຄວາມເປັນມາ ຂອງອານາຈັກ ບູຮານ ຂອງວັດພູ ຈໍາປາສັກ, ອີງຕາມ ຄໍາເວົ້າ ຂອງທ່ານ ຂັນຄໍາ ແກ່ນບຸດດາ, ຜູ້ອໍານວຍການ ຄຸ້ມຄອງ ມໍຣະດົກໂລກ ວັດພູຈໍາປາສັກ:
“ເທົ່າທີ່ ຜ່ານມາ, ກໍໜ້າສັນລະເສີນ ຊາວບ້ານຂະເຈົ້າ ປະກົດວ່າ ໄດ້ຮັບຄວາມຮ່ວມມື ເປັນຢ່າງດີ ເນື່ອງຈາກ ອັນນຶ່ງ ທາງດ້ານ ການຈັດຕັ້ງ ຂອງພວກເຮົາ ໄດ້ເຮັດການໂຄສະນາ ແຕ່ອີກດ້ານນຶ່ງ ຂະເຈົ້າ ກໍຄິດວ່າ ຖ້າວ່າ ຂະເຈົ້າ ໄປຢູ່ບ້ານເຮືອນ ຂະເຈົ້າ ຢ້ານວ່າ ມັນຈະບໍ່ເປັນມົງຄົນ.”
ທ່ານ ກ່າວເພີ້ມຕື່ມ ວ່າ ຜ່ານມາ ມີພຣະພຸທຮູບ ສິລປະ ເກົ່າແກ່ ແລະ ຊິ້ນສ່ວນ ວັດຖຸບູຮານ, ຊຶ່ງສັນນິຖານ ວ່າ ສ້າງຂຶ້ນ ໃນ ຄ.ສ. 7 ຫາ 12 ຫລາຍຮ້ອຍ ຣາຍການແລ້ວ, ທີ່ປະຊາຊົນ ພົບເຫັນ ໃນເວລາ ທີ່ຂະເຈົ້າ ທໍາມາຫາກິນ ປະຈໍາວັນ. ຈາກນັ້ນ ກໍພາກັນ ນໍາໄປມອບ ໃຫ້ທາງການ ເກັບຮັກສາເອົາໄວ້. ປັດຈຸບັນ ຍັງບໍ່ປະກົດວ່າ ມີພາກສ່ວນໃດ ສວຍໂອກາດ ນໍາເອົາສິ່ງຂອງບູຮານ ທີ່ບໍ່ສາມາດປະເມີນຄ່າ ໄດ້ນີ້ ໄປເປັນສົມບັດ ສ່ວນໂຕ, ເພາະຂະເຈົ້າ ຮັບຮູ້ ເຖິງຄວາມເຂັ້ມງວດ ທາງກົດໝາຍ ແລະ ຢ້ານວ່າ ຈະບໍ່ເປັນສິຣິມົງຄົນ ຕໍ່ໂຕຂະເຈົ້າເອງ. ໃນຂະນະດຽວກັນ, ທ່ານ ຂັນຄໍາ ກ່າວເຖິງ ການຄຸ້ມຄອງ ຮັກສາ ວັດຖຸບູຮານ ຫລາຍກ່ວາ 2 ພັນຊິ້ນ ທີ່ທາງຫ້ອງການ ມໍຣະດົກໂລກ ວັດພູ ໄດ້ຂຶ້ນທະບຽນໄວ້ ໃນເວລານີ້ ອີກດ້ວຍ.
“ຢູ່ຫໍວາງສະແດງ ຫໍພິທິດຕະພັນ ພວກເຮົາ ຈະເຮັດເວນຍາມ ເຄັ່ງຄັດ, ຕົວຢ່າງ ການເປີດປະຕູ ່ໃຫ້ແຂກເຂົ້າຊົມ, ຫລັງຈາກນັ້ນແລ້ວ ກ່ອນຈະປ່ຽນຜູ້ມີຄວາມຮັບຜິດຊອບ, ພວກເຮົາ ຈະມີ ການກວດກາຄືນ, ກວດກາບັນຊີ ວັດຖຸ ແລະ ໄປເລາະເບິ່ງ ແຕ່ລະອັນ ຈາກນັ້ນ ກໍເຊັນມອບ ຖືວ່າ ໄດ້ເຄັ່ງຄັດ ປານນັ້ນແຫລະ.”
ເຖິງຢ່າງໃດ ກໍຕາມ, ໃນເວລານີ້ ສະຖານະການ ການລັກຂະໂມຍ ພຣະພຸດທະຮູບ ແລະ ວັດຖຸບູຮານ ພາຍໃນລາວ ເພື່ອໄປຂາຍ ໃຫ້ນັກສະສົມ ຖືວ່າ ເປັນສິ່ງທີ່ໜ້າເປັນຫ່ວງ ເນື່ອງຈາກວ່າ ເມື່ອບໍ່ນານມານີ້ ທາງການກ່ຽວຂ້ອງ ໄດ້ປະຊຸມກັນ ທີ່ນະຄອນຫລວງວຽງຈັນ ເພື່ອຫາລື ກ່ຽວກັບ ເວັບໄຊທ໌ ພາຍນອກ ທີ່ໂຄສນາ ຕ້ອງການ ວັດຖຸເກົ່າແກ່ ໃນຂົງເຂດ ເອເຊັຍ ຮວມທັງ ໃນລາວ, ຊຶ່ງອາດເປັນສາເຫດນຶ່ງ ທີ່ເຮັດໃຫ້ ພຣະພຸທຮູບ ແລະ ວັດຖຸບູຮານ ໃນແຂວງສວັນນະເຂດ ຖືກລັກໄປ 200 ກ່ວາອົງ.