ຄະດີ ວັງປາວ ມີການບິດເບືອນ ຄວາມຈິງ
2009.03.10

ຄະດີ ຂອງທ່ານ ນາຍພົນ ວັງປາວ ທີ່ຖືກ ກ່າວຫາວ່າ ພະຍາຍາມ ທີ່ຈະໂຄ່ນລົ້ມ ຣັຖບານ ສປປລາວ ນັ້ນ ບໍ່ມີຫຍັງໝົດ ນອກເໜືອໄປຈາກ ການເສັກສັນ ປັ້ນແຕ່ງ ແບບສ້າງພາພຍົນ Hollywood.
ຕາມຄຳເວົ້າ ຂອງຄະນະ ທະນາຍຄວາມ ທີ່ກ່າວຕໍ່ສານ ຣັຖບານກາງ ສະຫະຣັດ ໃນມື້ວັນຈັນຜ່ານມາ ຂ່າວ TwinCities.com ຣາຍງານວ່າ ນາຍພົນວັງປາວ ຜູ້ເຄີຍເປັນ ພັນທະມິດ ເກົ່າແກ່ຂອງ ຣັຖບານ ສະຫະຣັດ ຖືກກ່າວຟ້ອງ ໃນສານ ສະຫະຣັດ ທີ່ຣັດ California ເມື່ອ 2 ປີ ກ່ອນວ່າ ທ່ານແລະ ຜູ້ຮ່ວມງານ ກຸ່ມນື່ງ ໄດ້ຊອກຊ່ອງທາງເພື່ອທີ່ ຈະໄດ້ ອາວຸດປືນ ລູກຣະເບີດມື ຈະຣວດ Stinger ແລະວັຖຸຣະເບີດ C-4 ເພື່ອບຸກໂຈມຕີ ນະຄອນຫລວງ ຂອງລາວ ແລະປົດປ່ອຍ ຊາວບ້ານເຜົ່າມົ້ງ ທີ່ຖືກປະຫັດ ປະຫານນັ້ນ ແຕ່ຄະດີດັ່ງກ່າວ ມີຂື້ນ ຕາມຄຳຖແຫລງ ທີ່ບໍ່ຖືກຕ້ອງ ແລະເວົ້າໂຍກ ເກີນເຫດ.
ຄະນະ ທະນາຍຄວາມ ຂອງທ່ານກ່າວ ແລະວ່າ ພວກທ່ານ ມີແຜນການ ທີ່ຈະສົ່ງ ເອກກະສານ ຂໍ້ມູນ 2 ພັນກ່ວາໜ້າເຈັ້ຽ ເຖິງກະຊວງ ຍຸຕິທັມ ຂອງສະຫະຣັດ ເພື່ອ ຂໍໃຫ້ທົບທວນ ເບີ່ງຄະດີນັ້ນຄືນ ທ່ານ John Keker ກ່າວວ່າ ທ່ານບໍເຄີຍເຫັນ ກໍຣະນີຄະດີ ແນວນີ້ມາກ່ອນ ທ່ານນາຍພົນ ວັງປາວ ບໍ່ມີການກະທຳ ໃດໆກ່ຽວຂ້ອງ ກັບແຜນນັ້ນ.
ຄະນະ ທະນາຍຄວາມ ເວົ້າວ່າ ໃນຕົວຈິງແລ້ວ ສຳເນົາ ການດັກຟັງ ໂທຣະສັບ ໂດຍທາງການນັ້ນ ບົ່ງບອກວ່າ ນາຍພົນວັງປາວ ຫ້າມການໄຊ້ຄວາມ ຮຸນແຮງໃນຄວາມ ພະຍາຍາມ ໃຫ້ການຊ່ວຍເຫລືອ ແກ່ຊາວມົ້ງ ທີ່ໜ້າສົງສານນັ້ນ ນາຍພົນວັງປາວ ໄດ້ຖືກປ່ອຍຕົວ ຂະນະທີ່ລໍຖ້າ ຂື້ນສານ ແລະບາງຄັ້ງ ບາງຄາວ ທ່ານກໍໄດ້ຣັບ ອະນຸຍາດໃຫ້ ໄປຢ້ຽມຢາມ ເມືອງແຝດ Twin Cities ຢູ່ຣັດ Minesota ຖີ່ນຖານເບື້ອງຕົ້ນ ຂອງທ່ານ ພາຍຫລັງໜີ ຈາກປະເທດລາວ ມາ ແລະກໍເປັນ ບ່ອນທີ່ ມີຫລາຍຄົນໄດ້ ສົ່ງໜັງສື ເຖິງສານເມືອງ Sacramento ຣັດ California ເພື່ອສນັບສນູນ ທ່ານ ຄຳຟ້ອງຮ້ອງ ທ່ານນາຍພົນ ວັງປາວ ນັ້ນ ເຣັດໃຫ້ເກີດການ ໂຮມຊູມນູມ ປະທ້ວງ ຢູ່ຣັດ Minesota ແລະຣັດ California ເພື່ອສນັບສນູນ ທ່ານ.
ນອກຈາກຄະນະ ທະນາຍຄວາມຂອງ ທ່ານ ແລ້ວ ເມື່ອ 2 ອາທິດກ່ອນ ຜູ້ພິພາກສາ Frank Damrell Junior ກໍໄດ້ຣຽກຣ້ອງ ໃຫ້ມີການ ພິຈາຣະນາ ທົບທວນ ຄືນ ກໍຣະນີ ຄະດີ ນາຍພົນ ວັງປາວ ເຊັ່ນກັນ ໃນຣະດັບ ສູງສຸດ ກະຊວງ ຍຸຕິທັມ ສະຫະຣັດ.