ຫລວງພຣະບາງ ການ ປ່ຽນແປງ ຮູບຊົງ

ອົງການ ຢູແນສໂກ ທັກທ້ວງ ແລະຕິຕຽນ ທາງການແຂວງ ຫລວງພຣະບາງ ທີ່ປະປ່ອຍ ໃຫ້ມີການ ປ່ຽນແປງຮູບຊົງ ອາຄານບ້ານເຮືອນ ທີ່ເກົ່າແກ່ ແລະການ ປຸກສ້າງສິ່ງຕ່າງໆ ທີ່ບໍ່ໄປຕາມ ເອກກະລັກ ຂອງຄວາມເປັນ ມໍຣະດົກ ໂລກ.
ຈຳປາທອງ
2009.05.13
F-LP ພຣະຣາຊວັງແຂວງຫລວງພຣະບາງ
Photo: RFA

ກ່ຽວກັບເລື້ອງ ດັ່ງກ່າວ ພະນັກງານ ຫ້ອງການ ນັກທ່ອງທ່ຽວ ແຂວງຫລວງພຣະບາງ ກ່າວວ່າ:

ດຽວນີ້ເອີ້ນວ່າ ທາງອົງການ ຢູເນສໂກ ກໍໄດ້ມາ ທັກທ້ວງ ຕິຕຽນບັນຫາ ເລື້ອງການລະເມີດ ປຸກສ້າງສ້ອມແຊມ ແປງຫລືອື່ນໆ. ທາງອຳນາດ ການປົກຄອງ ຫລວງພຣະບາງ ກໍຈະນຳ ບັນຫາ ດັ່ງກ່າວນີ້ ມາພິຈາຮະນາ ແລະກໍຈະ ແກ້ໄຂທີ ລະກ້າວ ທີລະກ້າວ.

ນອກຈາກບັນຫາ ທີ່ວ່າມານັ້ນ ທ່ານຍັງໄດ້ກ່າວ ເພີ້ມເຕີມເຖິງການ ທີ່ປະຊາຊົນ ທ້ອງຖິ່ນເມືອງ ຫລວງພຣະບາງ ຈຳເປັນຕ້ອງໄດ້ ຍົກຍ້າຍໄປຢູ່ ບ່ອນອື່ນ ແລະໃຫ້ ຄົນຈາກຖິ່ນອື່ນ ມາຢູ່ແທນ ເພື່ອເຮັດທຸຣະກິດ ທາງດ້ານຕ່າງໆ ໂດຍສະເພາະແມ່ນ ການບໍຣິການ ແລະ ສະຖານບັນເທີງ ແລະກໍວ່າ ເກົາຫລີໄຕ້ ມີໂຄງການ ລົງທຶນ ຂະໜາດໃຫຍ່ ທີ່ຈະສ້າງ ເມືອງໃໝ່ ໂດຍໃຫ້ຊື່ວ່າ ເມືອງເພັດ ຫລື Diamond City ຊຶ່ງຈະກວມເອົາ ເນື້ອທີ່ປະມານ 28,800 ເຮັກຕາ ໃນເຂດຈອມເພັດ ຊຶ່ງຢູ່ ຟາກແມ່ນ້ຳ ທີ່ກົງກັນຂ້າມ ກັບຕົວເມືອງ ມໍຣະດົກໂລກ.

ກ່ຽວກັບການ ທັກທ້ວງ ຂອງອົງການ ຢູເນສໂກ ຕໍ່ທາງການແຂວງ ຫລວງພຣະບາງ ນັ້ນທ່ານກໍວ່າ ເປັນການທັກທ້ວງ ເພື່ອໃຫ້ມີການ ແກ້ໄຂ ຍັງບໍ່ທັນ ຮອດຂັ້ນ ເຕືອນ ຫລືວ່າຮອດຂີດ ເສັ້ນຕາຍເທື່ອ:

ຄັນຖ້າວ່າ ແກ້ໄຂ ບໍ່ໄດ້ນີ້ ຄົງຈະເປັນ ເອີ້ນວ່າ ກໍຍັງມີມາ ຕິຕຽນ ແຕ່ຍັງບໍ່ທັນ ເຖິງຂັ້ນທີ່ວ່າ ເຕືອນ ຫລືວ່າຂີດ ເສັ້ນຕາຍໃຫ້ເທື່ອ ເອີ້ນວ່າມີ ໂອກາດ ແລະກໍມີ ໃຫ້ປ່ຽນແປງ ໝາຍຄວາມວ່າ ບໍ່ທັນຂີດ ເສັ້ນຕາຍ.

ແລະມີຂ່າວຈາກ ອົງການ ຢູເນສໂກ ວ່າໂຄງການ ກໍ່ສ້າງຕ່າງໆຢູ່ ຫລວງພຣະບາງ ແມ່ນມີຄວາມສ່ຽງ ຕໍ່ການທຳລາຍ ການເປັນເມືອງ ມໍຣະດົກໂລກ ເພາະການ ພັທນາ ດ້ານສາທາ ລະນຸປະໂພກ ຈະເຮັດໃຫ້ເມືອງ ຫລວງພຣະບາງ ກາຍເປັນບ່ອນທີ່ ມີຊຸມຊົນຫລາຍ ຍິ່ງຂື້ນ ການຈະຮາຈອນ ແອອັດ, ມີການໄຊ້ ຊັພຍາກອນ ທັມມະຊາດ ໃນທ້ອງຖິ່ນ ຫລາຍຂື້ນ ຊຶ່ງໃນທີ່ສຸດ ຈະສ້າງຄວາມ ກົດດັນໃຫ້ແກ່ ເມືອງຫລວງພຣະບາງ ທີ່ເປັນເມືອງ ນ້ອຍໆແຫ່ງນີ້ເອງ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.